Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 23:17 - ພຣະຄຳພີສັກສິ

17 ສຳລັບ​ປະຊາຊົນ​ຜູ້​ທີ່​ບໍ່​ຍອມ​ຟັງ​ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ນັ້ນ ພວກເຂົາ​ຕ່າງ​ກໍ​ສືບຕໍ່​ບອກ​ວ່າ, ‘ພຣະເຈົ້າຢາເວ​ກ່າວ​ວ່າ ພວກເຈົ້າ​ຈະ​ຢູ່ເຢັນ​ເປັນສຸກ.’ ພວກເຂົາ​ບອກ​ທຸກຄົນ​ທີ່​ດື້ດ້ານ​ວ່າ, ‘ໄພພິບັດ​ຈະ​ບໍ່​ມາ​ຖືກ​ພວກເຈົ້າ​ຈັກເທື່ອ.”’

Uka jalj uñjjattʼäta Copia luraña




ເຢເຣມີຢາ 23:17
34 Jak'a apnaqawi uñst'ayäwi  

ບັດນີ້ ຍ້ອນ​ວ່າ​ເຈົ້າ​ບໍ່​ເຊື່ອຟັງ​ເຮົາ​ທັງ​ເອົາ​ເມຍ​ຂອງ​ອູຣິຢາ ໃນ​ເຊື້ອສາຍ​ຂອງ​ເຈົ້າ​ທຸກ​ເຊັ່ນຄົນ​ຈະ​ມີ​ບາງຄົນ​ຕາຍ​ດ້ວຍ​ດາບ.


ພວກເຂົາ​ບອກ​ພວກ​ຜູ້ທຳນວາຍ​ໃຫ້​ມິດງຽບ. ພວກເຂົາ​ເວົ້າ​ວ່າ, “ຢ່າ​ເວົ້າ​ສິ່ງ​ທີ່​ຖືກຕ້ອງ​ສູ່​ພວກເຮົາ​ຟັງ​ເລີຍ. ຈົ່ງ​ບອກ​ສິ່ງ​ທີ່​ພວກເຮົາ​ຢາກ​ຟັງ. ໃຫ້​ພວກເຮົາ​ຢຶດຖື​ສິ່ງ​ທີ່​ລວງຕາ​ລວງໃຈ​ໄວ້​ສາ.


ພຣະເຈົ້າ​ຂອງ​ເຮົາ​ກ່າວ​ວ່າ, “ຄົນຊົ່ວຮ້າຍ​ຈະ​ບໍ່ໄດ້​ຮັບ​ສັນຕິສຸກ​ຈັກເທື່ອ.”


ຄົນຊົ່ວ​ເຫຼົ່ານີ້​ປະຕິເສດ​ບໍ່​ຍອມ​ເຊື່ອຟັງ​ເຮົາ. ພວກເຂົາ​ດື້ດ້ານ ແລະ​ຊົ່ວຊ້າ​ເໝືອນ​ເດີມ; ພວກເຂົາ​ໄດ້​ຂາບໄຫວ້ ແລະ​ຮັບໃຊ້​ບັນດາ​ພະອື່ນ. ສະນັ້ນ ພວກເຂົາ​ຈຶ່ງ​ຈະ​ເປັນ​ດັ່ງ​ເສື້ອຊ້ອນ​ເຫຼົ່ານີ້​ຊຶ່ງ​ບໍ່ມີ​ຫຍັງ​ດີ​ເລີຍ.”


ພວກເຂົາ​ຈະ​ຕອບ​ວ່າ, ‘ບໍ່​ເປັນຫຍັງ​ພວກເຮົາ​ຕ້ອງ​ເຮັດ​ເຊັ່ນນັ້ນ? ພວກເຮົາ​ທຸກຄົນ​ຈະ​ດື້ດ້ານ​ແລະ​ເຮັດ​ຊົ່ວຊ້າ​ຕາມໃຈ​ຂອງ​ພວກເຮົາ​ຕໍ່ໄປ.”’


ແລ້ວ​ປະຊາຊົນ​ກໍໄດ້​ເວົ້າ​ວ່າ, “ໃຫ້​ພວກເຮົາ​ກຳຈັດ​ເຢເຣມີຢາ​ສາ​ເທາະ ພວກເຮົາ​ມີ​ພວກ​ປະໂຣຫິດ​ໃຫ້​ຄຳແນະນຳ, ມີ​ພວກ​ນັກປາດ​ໃຫ້​ຄຳ​ປຶກສາ ແລະ​ມີ​ພວກ​ຜູ້ທຳນວາຍ ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢູ່​ສະເໝີ. ໃຫ້​ພວກເຮົາ​ຫາເລື່ອງ​ໃສ່​ລາວ ແລະ​ຢ່າ​ຟັງ​ສິ່ງ​ທີ່​ລາວ​ເວົ້າ​ນັ້ນ.”


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ຄົນ​ຈະ​ເອີ້ນ​ນະຄອນ​ເຢຣູຊາເລັມ​ວ່າ, ‘ບັນລັງ​ຂອງ​ພຣະເຈົ້າຢາເວ’ ແລະ​ທຸກ​ຊົນຊາດ​ຈະ​ມາ​ໂຮມກັນ​ທີ່​ນັ້ນ​ເພື່ອ​ນະມັດສະການ​ຖວາຍກຽດ​ໃນ​ນາມຊື່​ຂອງ​ພຣະເຈົ້າຢາເວ. ພວກເຂົາ​ຈະ​ບໍ່​ເຮັດ​ຕາມ​ຈິດໃຈ​ດື້ດ້ານ​ແລະ​ຊົ່ວຊ້າ​ຂອງ​ພວກເຂົາ​ອີກ​ຕໍ່ໄປ.


ແລ້ວ​ຂ້າພະເຈົ້າ​ກໍ​ເວົ້າ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ພຣະອົງ​ຫລອກລວງ​ຊາວ​ນະຄອນ​ເຢຣູຊາເລັມ​ຢ່າງ​ໝົດສິ້ນ​ສາ​ແລ້ວ ພຣະອົງ​ໄດ້​ບອກ​ວ່າ ຈະ​ມີ​ສັນຕິສຸກ ແຕ່​ກັບ​ມີ​ດາບ​ຈີ້​ຢູ່​ທີ່​ຄໍຫອຍ​ຂອງ​ພວກ​ຂ້ານ້ອຍ.”


ປະຊາຊົນ​ຂອງ​ພຣະເຈົ້າຢາເວ​ຕ່າງ​ກໍ​ປະຕິເສດ​ພຣະອົງ ໂດຍ​ເວົ້າ​ວ່າ, “ພຣະອົງ​ບໍ່ມີ​ຣິດອຳນາດ​ຫຍັງ​ດອກ. ພວກເຮົາ​ຈະ​ບໍ່ມີ​ຄວາມ​ຍາກ​ລຳບາກ; ພວກເຮົາ​ຈະ​ບໍ່ມີ​ເສິກ ແລະ​ຄວາມ​ອຶດຢາກ.”


ພວກເຂົາ​ປະພຶດ​ຄື​ກັບ​ວ່າ ບາດແຜ​ຂອງ​ປະຊາຊົນ​ເຮົາ​ນັ້ນ​ເປັນ​ພຽງແຕ່​ແປ້ວ​ເທົ່ານັ້ນ. ພວກເຂົາ​ເວົ້າ​ວ່າ, ‘ສະຫງົບສຸກ, ສະຫງົບສຸກ,’ ໃນ​ເມື່ອ​ທຸກສິ່ງ​ບໍ່ໄດ້​ສະຫງົບສຸກ​ເລີຍ.


ແຕ່​ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ຫລື​ເອົາໃຈໃສ່​ເລີຍ. ພວກເຂົາ​ຕ່າງ​ກໍໄດ້​ປະພຶດ​ຕົນ​ໄປ​ຕາມ​ຄວາມ​ດື້ດ້ານ ແລະ​ໃຈ​ຊົ່ວ​ຂອງ​ພວກ​ເຂົາເອງ; ສະນັ້ນ ພວກເຂົາ​ຈຶ່ງ​ຊົ່ວ​ໜັກ​ລົງ​ແທນ​ທີ່​ຈະ​ດີ​ຂຶ້ນ.


ພວກເຂົາ​ບໍ່​ສົນໃຈ​ຮັກສາ​ບາດແຜ​ປະຊາຊົນ​ຂອງເຮົາ​ເລີຍ. ພວກເຂົາ​ເວົ້າ​ວ່າ, ‘ສະຫງົບສຸກ, ສະຫງົບສຸກ’ ໃນ​ເມື່ອ​ທຸກສິ່ງ​ບໍ່ມີ​ຄວາມ​ສະຫງົບສຸກ​ດັ່ງ​ທີ່​ໄດ້​ເວົ້າ​ນັ້ນ.


ແຕ່​ພວກເຂົາ​ຊໍ້າ​ດື້ດ້ານ ແລະ​ຂາບໄຫວ້​ຮູບ​ພະບາອານ ດັ່ງ​ພໍ່​ຂອງ​ພວກເຂົາ​ໄດ້​ສອນ​ໃຫ້​ພວກເຂົາ​ເຮັດ.


ຜູ້ທຳນວາຍ​ຂອງ​ພວກເຈົ້າ​ບໍ່ມີ​ຫຍັງ​ກ່າວ​ຈາ ນອກຈາກ​ກ່າວ​ຄຳ​ຫລອກລວງ​ເທົ່ານັ້ນ; ພວກເຂົາ​ເທດສະໜາ​ຫລອກລວງ​ບອກ​ວ່າ, ການບາບ​ເຈົ້າ​ບໍ່ມີ ພວກເຂົາ​ໃຫ້​ເຈົ້າ​ຄິດວ່າ​ບໍ່​ຈຳເປັນ​ຕ້ອງ​ກັບໃຈໃໝ່.


ເພາະ​ພວກເຂົາ​ໄດ້​ນຳ​ປະຊາຊົນ​ຂອງເຮົາ​ໄປ​ໃນ​ທາງ​ຜິດ ໂດຍ​ກ່າວ​ວ່າ, “ສະຫງົບສຸກ.” ເມື່ອ​ທຸກສິ່ງ​ບໍ່​ໄດ້​ສະຫງົບສຸກ ປະຊາຊົນ​ຂອງເຮົາ​ໄດ້​ເອົາ​ຫີນ​ມາ​ວາງ​ຢອງ​ເປັນ​ກຳແພງ ແລະ​ຕໍ່ມາ​ພວກ​ຜູ້ທຳນວາຍ​ກໍ​ເອົາ​ປູນຂາວ​ທາ​ໂອບ.


ພວກເຈົ້າ​ລຶບ​ກຽດ​ຂອງເຮົາ​ຕໍ່ໜ້າ​ປະຊາຊົນ​ຂອງເຮົາ ເພື່ອ​ຈະ​ໄດ້​ເຂົ້າເດືອຍ​ບາງ​ກຳ ແລະ​ເຂົ້າຈີ່​ບາງ​ກ້ອນ. ພວກເຈົ້າ​ຂ້າ​ປະຊາຊົນ​ທີ່​ບໍ່​ສົມຄວນ​ຈະ​ຕາຍ​ເລີຍ ແລະ​ພວກເຈົ້າ​ປ່ອຍ​ປະຊາຊົນ​ທີ່​ບໍ່​ສົມຄວນ​ຈະ​ມີ​ຊີວິດ​ໃຫ້​ມີ​ຊີວິດ​ຢູ່. ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ເວົ້າ​ຕົວະ​ຕໍ່​ປະຊາຊົນ​ຂອງເຮົາ ແລະ​ພວກເຂົາ​ກໍ​ເຊື່ອ​ພວກເຈົ້າ.’


ດ້ວຍ​ການຕົວະ​ຂອງ​ພວກເຈົ້າ​ນັ້ນ ພວກເຈົ້າ​ເຮັດ​ໃຫ້​ຄົນ​ຊອບທຳ​ໝົດ​ກຳລັງໃຈ ຄື​ຄົນ​ທີ່​ເຮົາ​ບໍ່​ຕ້ອງການ​ທຳຮ້າຍ. ພວກເຈົ້າ​ປ້ອງກັນ​ຄົນຊົ່ວ​ໄວ້​ບໍ່​ໃຫ້​ພວກເຂົາ​ປະຖິ້ມ​ຄວາມຊົ່ວ ແລະ​ຊ່ວຍ​ເອົາ​ຊີວິດ​ຂອງ​ພວກເຂົາ​ໄວ້.


ຄົນບາບ​ທີ່​ຢູ່​ທ່າມກາງ​ປະຊາຊົນ​ຂອງເຮົາ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ ຄື​ຜູ້​ທີ່​ເວົ້າ​ວ່າ, ‘ພຣະເຈົ້າ​ຈະ​ບໍ່​ໃຫ້​ໄພ​ອັນຕະລາຍ​ຢ່າງໃດ​ມາ​ໃກ້​ພວກເຮົາ​ດອກ.”’


ປະຊາຊົນ​ເຫຼົ່ານີ້ ຕ້ອງການ​ຜູ້ທຳນວາຍ​ທີ່​ທ່ຽວ​ໄປມາ​ເວົ້າ​ຕົວະ ແລະ​ຫລອກລວງ​ໂດຍ​ເວົ້າ​ວ່າ, ‘ຂ້ອຍ​ຂໍ​ທຳນວາຍ​ວ່າ ເຫຼົ້າ​ອະງຸ່ນ​ແລະ​ສຸຣາ​ຈະ​ຫລັ່ງໄຫລ​ມາ​ສຳລັບ​ພວກເຈົ້າ.’


ພວກ​ຜູ້ປົກຄອງ​ເມືອງ ກໍ​ປົກຄອງ​ດ້ວຍ​ເຫັນ​ແກ່​ສິນບົນ ພວກ​ປະໂຣຫິດ​ກໍ​ແປ​ກົດບັນຍັດ​ດ້ວຍ​ເຫັນ​ແກ່​ຄ່າຈ້າງ​ລາງວັນ ພວກ​ຜູ້ທຳນວາຍ​ກໍ​ບອກ​ນິມິດ​ຂອງຕົນ​ດ້ວຍ​ເຫັນ​ແກ່​ເງິນ ແລະ​ພວກເຂົາ​ທຸກຄົນ​ຕ່າງ​ກໍ​ອ້າງ​ວ່າ ພຣະເຈົ້າຢາເວ​ຢູ່​ກັບ​ພວກຕົນ ພວກເຂົາ​ເວົ້າ​ວ່າ, “ເຫດຮ້າຍ​ໃດໆ​ຈະ​ບໍ່​ມາ​ຖືກ​ພວກເຮົາ​ດອກ ເພາະ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ພວກເຮົາ.”


ພຣະເຈົ້າຢາເວ​ກ່າວ​ຕໍ່​ບັນດາ​ຜູ້ທຳນວາຍ​ເຫຼົ່ານີ້​ວ່າ, “ປະຊາຊົນ​ຂອງເຮົາ​ໄດ້​ຖືກ​ພວກ​ຜູ້ທຳນວາຍ​ຫລອກລວງ ຄື​ພວກເຂົາ​ສັນຍາ​ແກ່​ຄົນ​ທີ່​ຈ່າຍ​ເງິນ​ແກ່​ຕົນ​ໃຫ້​ມີ​ສັນຕິພາບ ແຕ່​ນາບຂູ່​ຜູ້​ທີ່​ບໍ່​ຈ່າຍ​ເງິນ​ແກ່​ຕົນ​ໃຫ້​ພົບພໍ້​ໄພ​ສົງຄາມ.


ໃນ​ເວລາ​ນັ້ນ ເຮົາ​ຈະ​ຖື​ໂຄມໄຟ​ອັນ​ໜຶ່ງ ເຍືອງ​ຄົ້ນຫາ​ນະຄອນ​ເຢຣູຊາເລັມ. ເຮົາ​ຈະ​ລົງໂທດ​ປະຊາຊົນ​ທີ່​ສ້າງ​ຄວາມ​ອີ່ມອົກອີ່ມໃຈ ແລະ​ເຊື່ອໝັ້ນ​ໃນ​ຕົນເອງ ຄື​ຜູ້​ທີ່​ເວົ້າ​ໃນ​ຈິດໃຈ​ວ່າ, ‘ບໍ່​ວ່າ​ຮ້າຍ​ຫລື​ດີ ພຣະເຈົ້າຢາເວ​ເຮັດ​ຫຍັງ​ບໍ່ໄດ້​ດອກ.’


ປະຊາຊົນ​ປຶກສາ​ກັບ​ບັນດາ​ຮູບເຄົາຣົບ ແລະ​ໝໍດູ​ໝໍມໍ ແຕ່​ພວກມັນ​ໃຫ້​ຄຳຕອບ​ທີ່​ຕົວະ ແລະ​ຫລອກລວງ. ບາງຄົນ​ກໍ​ແກ້​ຄວາມຝັນ ແຕ່​ເປັນ​ຄຳຫລອກລວງ​ພວກເຈົ້າ​ເທົ່ານັ້ນ; ຄຳ​ເລົ້າໂລມ​ທີ່​ພວກມັນ​ໃຫ້​ພວກເຈົ້າ​ນັ້ນ​ບໍ່ມີ​ປະໂຫຍດ. ເພາະສະນັ້ນ ປະຊາຊົນ​ຈຶ່ງ​ຊັດເຊ​ພະເນຈອນ​ໄປ​ດັ່ງ​ຝູງແກະ. ພວກເຂົາ​ຕົກ​ຢູ່​ໃນ​ຄວາມ​ເດືອດຮ້ອນ​ຍ້ອນ​ບໍ່ມີ​ຜູ້​ນຳພາ.


ພຣະເຈົ້າຢາເວ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ຕໍ່​ພວກ​ປະໂຣຫິດ​ວ່າ, “ລູກ​ຍ່ອມ​ໃຫ້ກຽດ​ພໍ່​ແມ່​ຂອງຕົນ ແລະ​ຄົນ​ຮັບໃຊ້​ຍ່ອມ​ນັບຖື​ນາຍ​ຂອງຕົນ. ເຮົາ​ເປັນ​ພໍ່​ຂອງ​ພວກເຈົ້າ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ໃຫ້ກຽດ​ເຮົາ? ເຮົາ​ເປັນ​ເຈົ້ານາຍ​ຂອງ​ພວກເຈົ້າ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ນັບຖື​ເຮົາ? ພວກເຈົ້າ​ດູຖູກ​ເຮົາ ແລະ​ຍິ່ງ​ໄປ​ກວ່າ​ນີ້​ອີກ ພວກເຈົ້າ​ຍັງ​ຖາມ​ວ່າ, ‘ພວກ​ຂ້ານ້ອຍ​ໝິ່ນປະໝາດ​ພຣະນາມ​ຂອງ​ພຣະອົງ​ຢ່າງໃດ?’


ແຕ່​ຈະ​ມີ​ກິນ​ໜຶ່ງ​ເດືອນ​ເຕັມ ຈົນ​ມັນ​ລົ້ນ​ອອກ​ມາ​ທາງ​ຮູ​ດັງ ຈົນ​ພວກເຈົ້າ​ເບື່ອໜ່າຍ​ມັນ. ເລື່ອງ​ນີ້​ຈະ​ເກີດຂຶ້ນ​ເພາະວ່າ​ພວກເຈົ້າ​ບໍ່ໄດ້​ຍອມ​ຮັບ​ເອົາ​ພຣະເຈົ້າຢາເວ ອົງ​ທີ່​ໄດ້​ສະຖິດ​ຢູ່​ທີ່​ນີ້​ທ່າມກາງ​ພວກເຈົ້າ ແລະ​ພວກເຈົ້າ​ຍັງ​ໄດ້​ຈົ່ມ​ຕໍ່ວ່າ​ຕໍ່ຂານ​ໃສ່​ພຣະອົງ​ວ່າ ພວກເຈົ້າ​ບໍ່ຄວນ​ອອກ​ມາ​ຈາກ​ປະເທດ​ເອຢິບ​ກໍດີກວ່າ.”’


“ຜູ້ໃດ​ທີ່​ຟັງ​ພວກເຈົ້າ ກໍໄດ້​ຟັງ​ເຮົາ ຜູ້ໃດ​ທີ່​ບໍ່​ຍອມ​ຮັບ​ພວກເຈົ້າ ກໍ​ບໍ່​ຍອມ​ຮັບ​ເຮົາ ແລະ​ທັງ​ບໍ່​ຍອມ​ຮັບ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ດ້ວຍ.”


ຈົ່ງ​ໃຫ້​ແນ່ໃຈ​ວ່າ​ບໍ່ມີ​ຜູ້ໃດ ບໍ່​ວ່າ​ຊາຍ, ຍິງ, ຄອບຄົວ ຫລື​ເຜົ່າໃດ​ກໍຕາມ​ທີ່​ຢືນ​ຢູ່​ທີ່​ນີ້​ໃນວັນນີ້ ຫັນເຫ​ຈາກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ໄປ​ຂາບໄຫວ້​ຮູບເຄົາຣົບ​ເຫຼົ່ານັ້ນ ທີ່​ເປັນ​ຂອງ​ຊົນຊາດ​ອື່ນ. ການ​ກະທຳ​ເຊັ່ນນີ້ ຈະ​ເປັນ​ດັ່ງ​ຮາກເຫງົ້າ​ທີ່​ໃຫຍ່​ຂຶ້ນ​ເປັນ​ຕົ້ນ​ຂົມຂື່ນ​ແລະ​ເປັນ​ພິດ.


ຈົ່ງ​ໃຫ້​ແນ່ໃຈ​ວ່າ​ບໍ່ມີ​ຜູ້ໃດ​ໃນ​ທີ່ນີ້ ວັນນີ້ ທີ່​ຍິນ​ຄຳ​ກ່າວ​ສາບານ​ອັນ​ໜັກແໜ້ນ​ເຫຼົ່ານີ້​ແລ້ວ ຄິດ​ອວດຕົວ​ວ່າ​ຕົນ​ຈະ​ຢູ່ເຢັນ​ເປັນສຸກ ເຖິງ​ແມ່ນ​ວ່າ​ຈະ​ດື້ດ້ານ​ໄປ​ຕາມ​ວິຖີ​ທາງ​ຂອງຕົນ​ກໍຕາມ. ການ​ເຮັດ​ເຊັ່ນນັ້ນ ເປັນ​ການ​ນຳ​ໄພພິບັດ​ມາ​ສູ່​ດິນແດນ​ທີ່​ອຸດົມສົມບູນ​ແລະ​ແຫ້ງແລ້ງ​ຂອງ​ພວກເຈົ້າ.


ດ້ວຍເຫດນີ້ ຜູ້​ທີ່​ຝ່າຝືນ​ນັ້ນ​ກໍ​ບໍ່​ໄດ້​ຝ່າຝືນ​ຕໍ່​ມະນຸດ ແຕ່​ຝ່າຝືນ​ຕໍ່​ພຣະເຈົ້າ ຜູ້​ຊົງ​ໂຜດ​ປະທານ​ພຣະວິນຍານ​ບໍຣິສຸດເຈົ້າ​ຂອງ​ພຣະອົງ​ໃຫ້​ແກ່​ເຈົ້າ​ທັງຫລາຍ.


ເພາະສະນັ້ນ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຈຶ່ງ​ປະກາດ​ວ່າ, ‘ເຮົາ​ໄດ້​ສັນຍາ​ໄວ້​ແລ້ວ​ວ່າ ຄົນ​ໃນ​ຄອບຄົວ​ຂອງ​ເຈົ້າ​ແລະ​ໃນ​ຕະກຸນ​ຂອງ​ເຈົ້າ​ຈະ​ໄດ້​ເປັນ​ປະໂຣຫິດ ບົວລະບັດ​ຮັບໃຊ້​ເຮົາ​ຕະຫລອດໄປ,’ ແຕ່​ມາບັດນີ້ ພຣະເຈົ້າຢາເວ​ຈຶ່ງ​ປະກາດ​ວ່າ ‘ຂໍ​ໃຫ້​ຄວາມນີ້​ຫ່າງໄກ​ຈາກ​ເຮົາ​ເຖີດ ເຮົາ​ຈະ​ໃຫ້ກຽດ​ຜູ້​ທີ່​ໃຫ້ກຽດ​ເຮົາ ແລະ​ເຮົາ​ຈະ​ໝິ່ນປະໝາດ​ຜູ້​ທີ່​ໝິ່ນປະໝາດ​ເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka