Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 23:16 - ພຣະຄຳພີສັກສິ

16 ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ກ່າວ​ແກ່​ຊາວ​ນະຄອນ​ເຢຣູຊາເລັມ​ວ່າ, “ຢ່າ​ສູ່ຟັງ​ສິ່ງ​ທີ່​ພວກ​ຜູ້ທຳນວາຍ​ເວົ້າ; ພວກເຂົາ​ໃຫ້​ພວກເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມຫວັງ​ທີ່​ຈອມປອມ. ພວກເຂົາ​ບອກ​ພວກເຈົ້າ​ໃນ​ສິ່ງ​ທີ່​ພວກເຂົາ​ໄດ້​ປັ້ນແຕ່ງ​ຂຶ້ນມາເອງ ແຕ່​ບໍ່ແມ່ນ​ຈາກ​ປາກ​ຂອງ​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 23:16
26 Jak'a apnaqawi uñst'ayäwi  

ຄົນ​ໜຶ່ງ​ໃນ​ພວກເຂົາ​ຊື່​ວ່າ ເຊເດກີຢາ​ລູກຊາຍ​ຂອງ​ເຄນາອານາ​ໄດ້​ເອົາ​ເຫຼັກ​ເຮັດ​ເປັນ​ເຂົາ ແລະ​ບອກ​ກະສັດ​ອາຮາບ​ວ່າ, “ອັນ​ນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ ດ້ວຍ​ສິ່ງ​ເຫຼົ່ານີ້ ເຈົ້າ​ຈະ​ຕໍ່ສູ້​ກັບ​ຊາວ​ຊີເຣຍ​ແລະ​ພວກເຂົາ​ຈະ​ພ່າຍແພ້​ຢ່າງ​ສິ້ນເຊີງ.”


ພວກເຂົາ​ບໍ່​ເຊື່ອຟັງ​ຄຳແນະນຳ​ຂອງ​ພຣະອົງ, ພວກເຂົາ​ບໍ່​ຖື​ຮັກສາ​ພັນທະສັນຍາ ທີ່​ພຣະອົງ​ເຮັດ​ໄວ້​ກັບ​ພວກ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ ແລະ​ພວກເຂົາ​ບໍ່​ເອົາໃຈໃສ່​ຕໍ່​ຄຳ​ຕັກເຕືອນ​ຂອງ​ພຣະອົງ. ພວກເຂົາ​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ທີ່​ໄຮ້​ຄ່າ​ຈົນ​ກາຍເປັນ​ຄົນ​ໄຮ້​ຄ່າ​ເອງ ແລະ​ພວກເຂົາ​ໄດ້​ເຮັດ​ຕາມ​ທຳນຽມ​ຂອງ​ຊົນຊາດ​ທີ່​ຢູ່​ອ້ອມຮອບ​ພວກເຂົາ ໂດຍ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ທີ່​ບໍ່​ໃຫ້​ເອົາ​ແບບຢ່າງ​ຂອງ​ຊົນຊາດ​ເຫຼົ່ານັ້ນ.


ສະນັ້ນ ອາຮາບ​ຈຶ່ງ​ໄດ້​ເອີ້ນ​ບັນດາ​ຜູ້ທຳນວາຍ​ທັງໝົດ​ມາ ມີ​ປະມານ​ສີ່ຮ້ອຍ​ຄົນ ແລະ​ຖາມ​ພວກເຂົາ​ວ່າ, “ພວກເຮົາ​ຄວນ​ຈະ​ໄປ​ໂຈມຕີ​ເມືອງ​ຣາໂມດ​ຫລື​ບໍ່?” ພວກເຂົາ​ຕອບ​ວ່າ, “ໄປ​ໂຈມຕີ​ໂລດ ພຣະເຈົ້າ​ຈະ​ໃຫ້​ທ່ານ​ມີ​ໄຊຊະນະ.”


ຄົນ​ທີ່​ເຊົາ​ຮຽນຮູ້​ກໍ​ຈະ​ລະເລີຍ​ຕໍ່​ສິ່ງ​ທີ່​ຕົນ​ໄດ້​ຮຽນຮູ້​ມາ.


ແຕ່​ພຣະເຈົ້າຢາເວ​ໄດ້​ຕອບ​ຄືນ​ວ່າ, “ພວກ​ຜູ້ທຳນວາຍ​ກຳລັງ​ໃຊ້​ນາມ​ຂອງເຮົາ​ກ່າວ​ຖ້ອຍຄຳ​ບໍ່ຈິງ ເຮົາ​ບໍ່ໄດ້​ໃຊ້​ພວກເຂົາ​ໄປ ແລະ​ບໍ່ໄດ້​ສັ່ງ ຫລື​ເວົ້າ​ແມ່ນແຕ່​ຄຳດຽວ​ກັບ​ພວກເຂົາ. ນິມິດ​ທັງຫລາຍ​ທີ່​ພວກເຂົາ​ເວົ້າເຖິງ​ນັ້ນ​ບໍ່ໄດ້​ມາ​ຈາກ​ເຮົາ ການ​ທຳນວາຍ​ຂອງ​ພວກເຂົາ​ບໍ່ມີ​ປະໂຫຍດ ແລະ​ເປັນ​ສິ່ງ​ທີ່​ພວກເຂົາ​ຄິດຝັນ​ເອົາເອງ.


ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: “ບັນພະບຸລຸດ​ຂອງ​ພວກເຈົ້າ​ມີ​ຂໍ້​ກ່າວຫາ ພວກເຂົາ​ມີ​ຂໍ້​ກ່າວຫາ​ຫຍັງ​ຕໍ່ສູ້​ເຮົາ​ຢ່າງນີ້​ນໍ ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ພວກເຂົາ​ຫັນໜີ​ຈາກ​ເຮົາ​ໄດ້? ພວກເຂົາ​ໄດ້​ຂາບໄຫວ້​ຮູບເຄົາຣົບ​ທີ່​ບໍ່ມີ​ປະໂຫຍດ​ຫຍັງ ແລະ​ພວກເຂົາ​ເອງ​ກໍໄດ້​ກາຍເປັນ​ຄົນ​ບໍ່ມີ​ປະໂຫຍດ.


“ເຮົາ​ບໍ່ໄດ້​ໃຊ້​ຜູ້ທຳນວາຍ​ເຫຼົ່ານີ້​ໄປ ແຕ່​ພວກເຂົາ​ໄປ​ເອງ. ເຮົາ​ບໍ່ໄດ້​ໃຫ້​ຖ້ອຍຄຳ​ຫຍັງ​ແກ່​ພວກເຂົາ​ເລີຍ; ແຕ່​ພວກເຂົາ​ກໍ​ກ່າວ​ໃນ​ນາມ​ຂອງເຮົາ.


ຜູ້ທຳນວາຍ​ເຫຼົ່ານີ້​ຍັງ​ຈະ​ນຳ​ປະຊາຊົນ​ຂອງເຮົາ​ໄປ​ໃນ​ທາງ​ຜິດ ດ້ວຍ​ການຕົວະ​ທີ່​ພວກເຂົາ​ແຕ່ງຂຶ້ນ​ມາ​ນັ້ນ​ອີກ​ດົນ​ປານໃດ?


ຊາຕາກຳ​ຂອງ​ພວກເຂົາ​ເປັນ​ເຊັ່ນນີ້ ກໍ​ຍ້ອນ​ພວກເຂົາ​ໄດ້​ເຮັດ​ບາບ​ຢ່າງ​ຮ້າຍແຮງ ຄື​ພວກເຂົາ​ໄດ້​ຫລິ້ນຊູ້​ສູ່ຜົວເມຍ ແລະ​ໄດ້​ເວົ້າຕົວະ​ໃນ​ນາມ​ຂອງ​ເຮົາ ທີ່​ເຮົາ​ບໍ່ໄດ້​ສັ່ງ​ໄວ້​ແກ່​ພວກເຂົາ. ເຮົາ​ຮູ້ເຫັນ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ ແລະ​ເຮົາ​ກໍ​ເປັນ​ພະຍານ​ຕໍ່ສູ້​ໃນເລື່ອງນີ້. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.”


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ເຕືອນ​ພວກເຈົ້າ​ວ່າ, ‘ຢ່າ​ຍອມ​ໃຫ້​ພວກ​ຜູ້ທຳນວາຍ​ທີ່​ຢູ່​ທ່າມກາງ​ພວກເຈົ້າ ຫລື​ພວກ​ອື່ນໆ​ທີ່​ອ້າງ​ຕົນ​ວ່າ​ເປັນ​ຜູ້ທຳນວາຍ​ອະນາຄົດ​ລໍ້ລວງ​ພວກເຈົ້າ. ຢ່າ​ໄດ້​ສົນໃຈ​ນຳ​ຄວາມຝັນ​ໃດໆ​ຂອງ​ພວກເຂົາ.


ຂ້ານ້ອຍ​ໄດ້​ຖາມ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ເປັນຫຍັງ​ດິນແດນ​ນີ້​ຈຶ່ງ​ຖືກ​ທຳລາຍ ແລະ​ແຫ້ງແລ້ງ​ດັ່ງ​ຖິ່ນ​ທຸລະກັນດານ ຈົນ​ວ່າ​ບໍ່ມີ​ຜູ້ໃດ​ທ່ອງທ່ຽວ​ຜ່ານ​ໄປມາ​ເລີຍ? ຜູ້ໃດ​ແດ່​ສະຫລາດ​ພໍ​ທີ່​ຈະ​ເຂົ້າໃຈ​ເລື່ອງນີ້​ໄດ້? ພຣະອົງ​ໄດ້​ອະທິບາຍ​ໃຫ້​ຜູ້ໃດ​ຟັງ​ແດ່ ເພື່ອ​ລາວ​ຈະ​ບອກ​ຄົນອື່ນ​ໃຫ້​ຮູ້​ໄດ້?”


ຂ້ານ້ອຍ​ກ່າວ​ວ່າ, “ພວກ​ແມ່ຍິງ​ເອີຍ ຈົ່ງ​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ຈົ່ງ​ເອົາໃຈໃສ່​ຕໍ່​ຖ້ອຍຄຳ​ທີ່​ພຣະອົງ​ບອກສອນ​ພວກເຈົ້າ. ຈົ່ງ​ສັ່ງສອນ​ລູກສາວ​ພວກເຈົ້າ​ວ່າ​ຄວນ​ໄວ້ທຸກ​ຢ່າງ​ໃດ ຕະຫລອດ​ທັງ​ເພື່ອນໆ​ຂອງ​ພວກເຈົ້າ​ດ້ວຍ.


ປະຕູ​ກຳແພງ​ກໍ​ລົ້ມ ແລະ​ພັງ​ລົງ​ເປັນ​ເສດ​ຫີນ ກົງເຫລັກ​ກໍ​ຫັກ​ຕົກລົງ​ເປັນ​ຊິ້ນໆ. ບັດນີ້ ກະສັດ​ແລະ​ຂຸນນາງ​ກໍ​ຖືກ​ຈັບ​ເປັນ​ຊະເລີຍ ການ​ສັ່ງສອນ​ກົດບັນຍັດ​ກໍ​ບໍ່ມີ​ຕໍ່ໄປ​ອີກ​ແລ້ວ ສ່ວນ​ພວກ​ຜູ້ທຳນວາຍ​ກໍ​ບໍ່ໄດ້​ຮັບ​ນິມິດ​ຈາກ​ພຣະເຈົ້າຢາເວ


ຄື​ບັນດາ​ຜູ້ທຳນວາຍ​ທີ່​ຮັບຮອງ​ວ່າ​ນະຄອນ​ເຢຣູຊາເລັມ​ສະຫງົບສຸກ ທັງໆ​ທີ່​ບໍ່ໄດ້​ເປັນ​ໄປ​ດັ່ງນັ້ນ.’ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.”


ເພາະສະນັ້ນ ບັດນີ້​ນິມິດ​ອັນ​ຈອມປອມ ແລະ​ຄຳທຳນວາຍ​ທີ່​ນຳ​ໄປ​ສູ່​ທາງ​ຜິດ​ທັງຫລາຍ​ນັ້ນ​ສິ້ນສຸດ​ສາ​ແລ້ວ. ເຮົາ​ກຳລັງ​ຊ່ວຍ​ເອົາ​ປະຊາຊົນ​ຂອງເຮົາ​ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ພວກເຈົ້າ ເພື່ອ​ພວກເຈົ້າ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”’


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ເຄາະກຳ​ເປັນ​ຂອງ​ບັນດາ​ຜູ້ທຳນວາຍ​ໂງ່ຈ້າ​ເຫຼົ່ານີ້​ສາ​ແລ້ວ ພວກເຂົາ​ກຳນົດ​ການ​ດົນໃຈ​ເອົາ​ເອງ ແລະ​ຄິດ​ແຕ່ງ​ການ​ນິມິດ​ຂອງ​ພວກເຂົາ​ຂຶ້ນເອງ.


ນິມິດ​ຂອງ​ພວກເຂົາ​ຈອມປອມ ແລະ​ຄຳທຳນວາຍ​ຂອງ​ພວກເຂົາ​ກໍ​ບໍ່ຈິງ. ພວກເຂົາ​ອ້າງ​ວ່າ​ພວກເຂົາ​ກຳລັງ​ເວົ້າ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ແຕ່​ພຣະເຈົ້າຢາເວ​ບໍ່ໄດ້​ໃຊ້​ພວກເຂົາ​ໃຫ້​ເວົ້າ. ແຕ່​ປານນັ້ນ ພວກເຂົາ​ກໍ​ຍັງ​ຫວັງ​ໃຫ້​ຄຳເວົ້າ​ຂອງ​ພວກເຂົາ​ກາຍເປັນຈິງ.


ພວກ​ຜູ້ທຳນວາຍ​ໄດ້​ເຊື່ອງ​ບາບ​ເຫຼົ່ານີ້​ໄວ້ ເໝືອນ​ຄົນ​ໜຶ່ງ​ທີ່​ໃຊ້​ປູນຂາວ​ໂອບ​ບ່ອນ​ທີ່​ກຳແພງ​ແຕກ. ພວກເຂົາ​ເຫັນ​ນິມິດ​ແລະ​ການ​ທຳນວາຍ​ອັນ​ຈອມປອມ. ພວກເຂົາ​ອ້າງ​ວ່າ ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້’ ໃນ​ເມື່ອ​ພຣະເຈົ້າຢາເວ​ບໍ່ໄດ້​ກ່າວ​ຫຍັງ​ເລີຍ.


ປະຊາຊົນ​ເຫຼົ່ານີ້ ຕ້ອງການ​ຜູ້ທຳນວາຍ​ທີ່​ທ່ຽວ​ໄປມາ​ເວົ້າ​ຕົວະ ແລະ​ຫລອກລວງ​ໂດຍ​ເວົ້າ​ວ່າ, ‘ຂ້ອຍ​ຂໍ​ທຳນວາຍ​ວ່າ ເຫຼົ້າ​ອະງຸ່ນ​ແລະ​ສຸຣາ​ຈະ​ຫລັ່ງໄຫລ​ມາ​ສຳລັບ​ພວກເຈົ້າ.’


“ຈົ່ງ​ລະວັງ​ຜູ້​ປະກາດ​ພຣະຄຳ​ປອມ​ເຂົ້າ​ມາ​ຫາ​ພວກເຈົ້າ ເບິ່ງ​ພາຍ​ນອກ​ເຂົາ​ອ່ອນໂຍນ​ຄື​ໂຕ​ແກະ, ແຕ່​ພາຍ​ໃນ​ແລ້ວ​ເຂົາ​ໂຫດຮ້າຍ​ຄື​ໝາໄນ.


ເພາະ​ພວກເຂົາ​ໄດ້​ຮູ້ຈັກ​ພຣະເຈົ້າ​ແລ້ວ, ແຕ່​ພວກເຂົາ​ບໍ່ໄດ້​ຖວາຍ​ກຽດ​ແກ່​ພຣະອົງ ສົມກັບ​ການ​ຊົງ​ເປັນ​ພຣະເຈົ້າ ທັງ​ບໍ່ໄດ້​ໂມທະນາ​ພຣະຄຸນ​ຂອງ​ພຣະອົງ ກົງກັນຂ້າມ ຄວາມ​ຄິດ​ຂອງ​ພວກເຂົາ​ຊໍ້າ​ກາຍເປັນ​ສິ່ງ​ໄຮ້​ປະໂຫຍດ ແລະ​ໃຈ​ໂງ່​ຂອງ​ພວກເຂົາ​ກໍ​ມືດມົວ​ໄປ.


ພວກ​ທີ່ຮັກ​ເອີຍ, ຢ່າ​ເຊື່ອ​ວິນຍານ​ທຸກໆ​ດວງ ແຕ່​ຈົ່ງ​ພິສູດ​ວິນຍານ​ທັງຫລາຍ​ນັ້ນ​ວ່າ ມາ​ຈາກ​ພຣະເຈົ້າ​ຫລື​ບໍ່ ເພາະວ່າ​ມີ​ຜູ້ທຳນວາຍ​ປອມ​ຫລາຍ​ຄົນ​ໄດ້​ອອກ​ໄປ​ໃນ​ໂລກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka