Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 23:15 - ພຣະຄຳພີສັກສິ

15 ເພາະສະນັ້ນ ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ກ່າວ​ເຖິງ​ພວກ​ຜູ້ທຳນວາຍ​ຂອງ​ນະຄອນ​ເຢຣູຊາເລັມ​ວ່າ, “ເຮົາ​ຈະ​ໃຫ້​ພວກເຂົາ​ໄດ້​ກິນ​ພືດ​ຂົມ​ນາໆ​ຊະນິດ ແລະ​ໃຫ້​ນໍ້າ​ເປັນ​ພິດ​ແກ່​ພວກເຂົາ​ໄດ້​ດື່ມ ເພາະ​ພວກ​ຜູ້ທຳນວາຍ​ໃນ​ນະຄອນ​ເຢຣູຊາເລັມ ໄດ້​ແຜ່​ຄວາມ​ບໍ່ຢຳເກງ​ພຣະເຈົ້າ​ໄປ​ທົ່ວ​ປະເທດ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 23:15
12 Jak'a apnaqawi uñst'ayäwi  

ເມື່ອ​ຂ້ານ້ອຍ​ຫິວເຂົ້າ ພວກເຂົາ​ພັດ​ຍື່ນ​ຢາພິດ​ໃຫ້​ກິນ ເມື່ອ​ຫິວນໍ້າ ພວກເຂົາ​ພັດ​ເອົາ​ນໍ້າສົ້ມ​ໃຫ້​ດື່ມ.


ເຮົາ​ຄື​ພຣະເຈົ້າຢາເວ​ບອກ​ເຈົ້າ​ໃຫ້​ຮູ້​ເຖິງ​ສິ່ງ​ທີ່​ເຮົາ​ກຳລັງ​ຈະ​ເຮັດ ຕໍ່​ພວກ​ຜູ້ທຳນວາຍ​ເຫຼົ່ານີ້ ແລະ​ເຮົາ​ບໍ່ໄດ້​ໃຊ້​ພວກເຂົາ​ໄປ; ແຕ່​ພວກເຂົາ​ເວົ້າ​ໃນ​ນາມ​ຂອງເຮົາ​ວ່າ ສົງຄາມ ແລະ​ຄວາມ​ອຶດຕາຍ​ຈະ​ບໍ່​ເກີດຂຶ້ນ​ຢູ່​ໃນ​ດິນແດນ​ນີ້; ເຮົາ​ຈະ​ຂ້າ​ພວກເຂົາ​ໃນ​ສົງຄາມ ແລະ​ໃນ​ການ​ອຶດຢາກ.


ປະຊາຊົນ​ຂອງ​ພຣະເຈົ້າ​ໄດ້​ຖາມ​ກັນ​ວ່າ, “ເປັນຫຍັງ​ຈຶ່ງ​ເມົາ​ນັ່ງ​ເສີຍ​ຢູ່? ຮິບ​ມາ​ເຖີດ ໃຫ້​ພວກເຮົາ​ແລ່ນ​ໄປ​ສູ່​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ ແລະ​ຕາຍ​ຢູ່​ໃນ​ທີ່ນັ້ນ. ເພາະວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ລົງໂທດ​ພວກເຮົາ​ໃຫ້​ເຖິງ​ຕາຍ​ສາ​ແລ້ວ; ພຣະອົງ​ໄດ້​ໃຫ້​ພວກເຮົາ​ດື່ມ​ຢາ​ເບື່ອ ຍ້ອນ​ພວກເຮົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ.


ແຕ່​ພວກເຂົາ​ຊໍ້າ​ດື້ດ້ານ ແລະ​ຂາບໄຫວ້​ຮູບ​ພະບາອານ ດັ່ງ​ພໍ່​ຂອງ​ພວກເຂົາ​ໄດ້​ສອນ​ໃຫ້​ພວກເຂົາ​ເຮັດ.


ສະນັ້ນ ຈົ່ງ​ຟັງ​ສິ່ງ​ທີ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຈະ​ເຮັດ​ດັ່ງນີ້: ເຮົາ​ຈະ​ໃຫ້​ປະຊາຊົນ​ຂອງເຮົາ​ກິນ​ພືດ​ຂົມ ແລະ​ດື່ມ​ຂອງ​ມີ​ພິດ.


ພຣະອົງ​ໃຫ້​ຈິດໃຈ​ຂ້ອຍ​ເຕັມ​ແຕ່​ຄວາມ​ຂົມຂື່ນ ໃຫ້​ໂສກເສົ້າ​ຫງອຍເຫງົາ​ຕະຫລອດ​ເວລາ.


ເມື່ອ​ຄິດເຖິງ​ຄວາມ​ເຈັບປວດ​ທັງ​ຂາດ​ທີ່ພັກ​ອາໄສ ຈິດໃຈ​ຂ້ອຍ​ກໍ​ເຕັມ​ດ້ວຍ​ຢາພິດ​ອັນ​ຂົມຂື່ນ;


ພຣະອົງ​ໄດ້​ຂັງ​ຂ້ອຍ​ໄວ້​ໃນ ບ່ອນ​ທີ່​ມີ​ຄວາມ​ລຳບາກ​ໜັກ​ແລະ​ຄວາມ​ເຈັບປວດ.


ພຣະເຈົ້າຢາເວ​ກ່າວ​ວ່າ, ໃນ​ເວລາ​ນັ້ນ ເຮົາ​ຈະ​ກຳຈັດ​ບັນດາ​ຮູບເຄົາຣົບ​ໃຫ້​ໝົດ​ໄປ​ຈາກ​ດິນແດນ ແລະ​ຈະ​ບໍ່ມີ​ຜູ້ໃດ​ຈົດຈຳພວກ​ມັນ​ໄດ້​ອີກ​ເລີຍ. ເຮົາ​ຈະ​ກຳຈັດ​ທຸກໆຄົນ​ທີ່​ອ້າງ​ຕົວເອງ​ວ່າ​ເປັນ​ຜູ້ທຳນວາຍ ແລະ​ຈະ​ທຳລາຍ​ຄວາມ​ປາຖະໜາ​ທີ່​ຈະ​ຂາບໄຫວ້​ບັນດາ​ຮູບ​ນັ້ນ.


ພວກເຂົາ​ໄດ້​ເອົາ​ເຫຼົ້າ​ອະງຸ່ນ​ສົ້ມ ປະສົມ​ກັບ​ນໍ້າບີ​ໃຫ້​ພຣະອົງ​ດື່ມ, ແຕ່​ເມື່ອ​ຊີມ​ເບິ່ງ​ແລ້ວ​ພຣະອົງ​ບໍ່​ຍອມ​ດື່ມ.


ຈົ່ງ​ໃຫ້​ແນ່ໃຈ​ວ່າ​ບໍ່ມີ​ຜູ້ໃດ ບໍ່​ວ່າ​ຊາຍ, ຍິງ, ຄອບຄົວ ຫລື​ເຜົ່າໃດ​ກໍຕາມ​ທີ່​ຢືນ​ຢູ່​ທີ່​ນີ້​ໃນວັນນີ້ ຫັນເຫ​ຈາກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ໄປ​ຂາບໄຫວ້​ຮູບເຄົາຣົບ​ເຫຼົ່ານັ້ນ ທີ່​ເປັນ​ຂອງ​ຊົນຊາດ​ອື່ນ. ການ​ກະທຳ​ເຊັ່ນນີ້ ຈະ​ເປັນ​ດັ່ງ​ຮາກເຫງົ້າ​ທີ່​ໃຫຍ່​ຂຶ້ນ​ເປັນ​ຕົ້ນ​ຂົມຂື່ນ​ແລະ​ເປັນ​ພິດ.


(ດາວ​ດວງ​ນີ້ ມີ​ຊື່​ວ່າ, “ຂົມ.”) ໜຶ່ງ​ສ່ວນ​ສາມ​ຂອງ​ແມ່ນໍ້າ​ໄດ້​ກາຍເປັນ​ນໍ້າ​ຂົມ ແລະ​ມີ​ຄົນ​ຈຳນວນ​ຫລວງຫລາຍ​ຕາຍ​ຍ້ອນ​ນໍ້າ​ນັ້ນ​ມີ​ຣົດ​ຂົມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka