Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 23:14 - ພຣະຄຳພີສັກສິ

14 ແຕ່​ຜູ້ທຳນວາຍ​ຊາວ​ເຢຣູຊາເລັມ​ເຮັດ​ຊົ່ວ ໂດຍ​ມົວ​ຫລິ້ນຊູ້​ເວົ້າ​ຕົວະຍົວະ​ຜິດ​ຊາຍຍິງ; ພວກເຂົາ​ສົ່ງເສີມ​ປະຊາຊົນ​ໃຫ້​ເຮັດ​ໄປ​ໃນ​ທາງ​ຜິດ ເພື່ອ​ຈະ​ບໍ່​ໃຫ້​ມີ​ຜູ້ໃດ​ຜູ້ໜຶ່ງ​ເຊົາ​ເຮັດ​ຊົ່ວ​ໄດ້. ສຳລັບ​ເຮົາ​ແລ້ວ​ພວກເຂົາ​ຊົ່ວຊ້າ​ກັນ​ທັງໝົດ ເທົ່າ​ກັບ​ຊາວ​ເມືອງ​ໂຊໂດມ​ແລະ​ໂກໂມຣາ​ພຸ້ນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 23:14
45 Jak'a apnaqawi uñst'ayäwi  

ຊຶ່ງ​ປະຊາຊົນ​ໃນ​ເມືອງ​ນີ້​ຊົ່ວຊ້າ ແລະ​ເຮັດ​ຜິດບາບ​ຕໍ່ສູ້​ພຣະເຈົ້າຢາເວ.


ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ອັບຣາຮາມ​ວ່າ, “ມີ​ສຽງ​ກ່າວ​ຟ້ອງ​ຕໍ່ສູ້​ເມືອງ​ໂຊໂດມ ແລະ​ເມືອງ​ໂກໂມຣາ​ຢ່າງ​ໜັກໜ່ວງ ແລະ​ການບາບ​ຂອງ​ຊາວ​ເມືອງ​ກໍ​ໜັກໜາ​ຫລາຍ.


ຈາກນັ້ນ ພຣະເຈົ້າຢາເວ​ກໍ​ບັນດານ​ໃຫ້​ໄຟ​ແລະ​ມາດ​ມາ​ຈາກ​ພຣະເຈົ້າຢາເວ, ຈາກ​ສະຫວັນ ດັ່ງ​ຫ່າຝົນ​ຕົກ​ມາ​ໃສ່​ເມືອງ​ໂຊໂດມ​ແລະ​ໂກໂມຣາ;


ແລະ​ທຳລາຍ​ສອງ​ຕົວເມືອງ, ຮ່ອມພູ​ທັງໝົດ, ຊາວ​ເມືອງ​ທຸກຄົນ​ພ້ອມ​ກັບ​ພືດພັນ​ຕ່າງໆ ທີ່​ເກີດຂຶ້ນ​ຈາກ​ພື້ນດິນ​ນັ້ນ​ຈົນ​ກ້ຽງ.


ຫົວ​ແມ່ນ​ຜູ້​ອາວຸໂສ​ກັບ​ຄົນ​ທີ່​ມີ​ກຽດ ສ່ວນ​ຫາງ​ນັ້ນ​ແມ່ນ​ພວກ​ຜູ້ທຳນວາຍ​ທີ່​ສັ່ງສອນ​ເລື່ອງ​ບໍ່ຈິງ.


ແຕ່​ພຣະເຈົ້າຢາເວ​ໄດ້​ຕອບ​ຄືນ​ວ່າ, “ພວກ​ຜູ້ທຳນວາຍ​ກຳລັງ​ໃຊ້​ນາມ​ຂອງເຮົາ​ກ່າວ​ຖ້ອຍຄຳ​ບໍ່ຈິງ ເຮົາ​ບໍ່ໄດ້​ໃຊ້​ພວກເຂົາ​ໄປ ແລະ​ບໍ່ໄດ້​ສັ່ງ ຫລື​ເວົ້າ​ແມ່ນແຕ່​ຄຳດຽວ​ກັບ​ພວກເຂົາ. ນິມິດ​ທັງຫລາຍ​ທີ່​ພວກເຂົາ​ເວົ້າເຖິງ​ນັ້ນ​ບໍ່ໄດ້​ມາ​ຈາກ​ເຮົາ ການ​ທຳນວາຍ​ຂອງ​ພວກເຂົາ​ບໍ່ມີ​ປະໂຫຍດ ແລະ​ເປັນ​ສິ່ງ​ທີ່​ພວກເຂົາ​ຄິດຝັນ​ເອົາເອງ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ຈົ່ງ​ຖາມ​ທຸກ​ຊົນຊາດ ວ່າ​ເຫດການ​ເຊັ່ນນີ້​ເຄີຍ​ເກີດຂຶ້ນ​ກັບ​ພວກເຂົາ​ຫລື​ບໍ່? ສິ່ງ​ທີ່​ປະຊາຊົນ​ອິດສະຣາເອນ​ໄດ້​ພາກັນ​ກະທຳ ເປັນ​ສິ່ງ​ໜ້າຢ້ານກົວ​ຫລາຍ ແລະ​ພີລຶກ​ແທ້ໆ


ຂໍ​ໃຫ້​ລາວ​ເປັນ​ດັ່ງ​ເມືອງ​ເຫຼົ່ານັ້ນ​ທັງຫລາຍ ທີ່​ພຣະເຈົ້າຢາເວ​ໄດ້​ທຳລາຍ ໂດຍ​ບໍ່​ປານີ​ຈັກດີ້. ຂໍ​ໃຫ້​ລາວ​ໄດ້ຍິນ​ສຽງ​ຮ້ອງ​ອັນ​ເຈັບປວດ​ໃນ​ຮຸ່ງອາຣຸນ ສຽງ​ສັນຍານ​ສູ້​ເສິກ​ທີ່​ສະໜາມຮົບ​ໃນ​ຕອນທ່ຽງ


ສຳລັບ​ປະຊາຊົນ​ຜູ້​ທີ່​ບໍ່​ຍອມ​ຟັງ​ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ນັ້ນ ພວກເຂົາ​ຕ່າງ​ກໍ​ສືບຕໍ່​ບອກ​ວ່າ, ‘ພຣະເຈົ້າຢາເວ​ກ່າວ​ວ່າ ພວກເຈົ້າ​ຈະ​ຢູ່ເຢັນ​ເປັນສຸກ.’ ພວກເຂົາ​ບອກ​ທຸກຄົນ​ທີ່​ດື້ດ້ານ​ວ່າ, ‘ໄພພິບັດ​ຈະ​ບໍ່​ມາ​ຖືກ​ພວກເຈົ້າ​ຈັກເທື່ອ.”’


ຖ້າ​ພວກເຂົາ​ຮູ້​ຄວາມ​ນຶກຄິດ​ອັນ​ລຶກລັບ​ຂອງເຮົາ​ແລ້ວ ພວກເຂົາ​ກໍ​ຄວນ​ປະກາດ​ຖ້ອຍຄຳ​ຂອງເຮົາ​ໃຫ້​ປະຊາຊົນ​ຂອງເຮົາ​ຟັງ ແລະ​ນຳພາ​ພວກເຂົາ​ໃຫ້​ປະຖິ້ມ​ການ​ດຳລົງ​ຊີວິດ​ອັນ​ບໍ່​ດີ​ແລະ​ຊົ່ວຊ້າ ທີ່​ພວກເຂົາ​ເຮັດ​ຢູ່​ນັ້ນ.”


ພຣະເຈົ້າຢາເວ​ກ່າວ​ວ່າ, “ຈົ່ງ​ຮັບ​ຟັງ​ສິ່ງ​ທີ່​ເຮົາ​ກ່າວ ເຮົາ​ຕໍ່ສູ້​ຜູ້ທຳນວາຍ​ທັງຫລາຍ​ຜູ້​ທີ່​ເລົ່າ​ຄວາມຝັນ​ຕ່າງໆ​ຂອງຕົນ ຊຶ່ງ​ເຕັມ​ໄປ​ດ້ວຍ​ຄຳ​ຕົວະຍົວະ. ພວກເຂົາ​ເລົ່າ​ຄວາມຝັນ​ນັ້ນ ແລະ​ນຳ​ປະຊາຊົນ​ຂອງເຮົາ​ໃຫ້​ຫລົງ​ຜິດໄປ ດ້ວຍ​ຄຳ​ຕົວະຍົວະ ແລະ​ຄຳ​ໂອ້ອວດ​ຂອງ​ພວກເຂົາ. ເຮົາ​ບໍ່ໄດ້​ໃຊ້ ຫລື​ສັ່ງ​ພວກເຂົາ​ໄປ ແລະ​ພວກເຂົາ​ກໍ​ບໍ່ໄດ້​ຊ່ວຍເຫລືອ​ປະຊາຊົນ​ຫຍັງ​ເລີຍ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ກ່ຽວກັບ​ອາຮາບ​ລູກຊາຍ​ຂອງ​ໂກໄລຢາ ແລະ​ເຊເດກີຢາ​ລູກຊາຍ​ຂອງ​ມາອາເສອີຢາ ທີ່​ກຳລັງ​ເວົ້າ​ຕົວະ​ໃນ​ນາມ​ຂອງ​ພຣະອົງ​ວ່າ: ‘ເຮົາ​ຈະ​ໃຫ້​ພວກເຂົາ ຕົກ​ຢູ່​ໃນ​ກຳມື​ຂອງ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ. ລາວ​ຈະ​ປະຫານ​ຊີວິດ​ພວກເຂົາ​ຕໍ່ໜ້າຕໍ່ຕາ​ພວກເຈົ້າ.


ຊາຕາກຳ​ຂອງ​ພວກເຂົາ​ເປັນ​ເຊັ່ນນີ້ ກໍ​ຍ້ອນ​ພວກເຂົາ​ໄດ້​ເຮັດ​ບາບ​ຢ່າງ​ຮ້າຍແຮງ ຄື​ພວກເຂົາ​ໄດ້​ຫລິ້ນຊູ້​ສູ່ຜົວເມຍ ແລະ​ໄດ້​ເວົ້າຕົວະ​ໃນ​ນາມ​ຂອງ​ເຮົາ ທີ່​ເຮົາ​ບໍ່ໄດ້​ສັ່ງ​ໄວ້​ແກ່​ພວກເຂົາ. ເຮົາ​ຮູ້ເຫັນ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ ແລະ​ເຮົາ​ກໍ​ເປັນ​ພະຍານ​ຕໍ່ສູ້​ໃນເລື່ອງນີ້. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.”


“ຈົ່ງ​ເອົາ​ເຈ້ຍ​ມ້ວນ​ໜຶ່ງ​ມາ​ຂຽນ​ຖ້ອຍຄຳ​ທັງໝົດ​ທີ່​ເຮົາ​ໄດ້​ບອກ​ເຈົ້າ ເຖິງ​ອິດສະຣາເອນ ແລະ​ຢູດາ​ລວມ​ທັງ​ຊົນຊາດ​ທັງໝົດ. ຈົ່ງ​ຂຽນ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ບອກ​ເຈົ້າ ຕັ້ງແຕ່​ຄາວ​ທີ່​ເຮົາ​ໄດ້​ກ່າວ​ແກ່​ເຈົ້າ​ເທື່ອ​ທຳອິດ ເມື່ອ​ເຈົ້າ​ໂຢສີຢາ​ເປັນ​ກະສັດ​ຈົນເຖິງ​ທຸກ​ວັນນີ້.


ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ເມືອງ​ໂຊໂດມ ແລະ​ໂກໂມຣາ ກໍ​ຈະ​ເກີດຂຶ້ນ​ຄືກັນ​ກັບ​ເມືອງ​ເອໂດມ ເມື່ອ​ພວກເຂົາ​ແລະ​ເມືອງ​ທີ່​ຢູ່​ອ້ອມແອ້ມ​ນັ້ນ​ຖືກ​ທຳລາຍ. ຈະ​ບໍ່ມີ​ຜູ້ໃດ​ຢູ່​ທີ່​ນັ້ນ​ອີກ​ຕໍ່ໄປ.”


ຄົນ​ຂ້ອຍ​ຖືກ​ລົງໂທດ​ໜັກກວ່າ​ຊາວ​ເມືອງ​ໂຊໂດມ ຄື​ຜູ້​ທີ່​ລົ້ມຕາຍ​ກະທັນຫັນ​ໂດຍ​ສີ​ມື​ພຣະເຈົ້າ.


ຄື​ບັນດາ​ຜູ້ທຳນວາຍ​ທີ່​ຮັບຮອງ​ວ່າ​ນະຄອນ​ເຢຣູຊາເລັມ​ສະຫງົບສຸກ ທັງໆ​ທີ່​ບໍ່ໄດ້​ເປັນ​ໄປ​ດັ່ງນັ້ນ.’ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.”


ພວກເຈົ້າ​ລຶບ​ກຽດ​ຂອງເຮົາ​ຕໍ່ໜ້າ​ປະຊາຊົນ​ຂອງເຮົາ ເພື່ອ​ຈະ​ໄດ້​ເຂົ້າເດືອຍ​ບາງ​ກຳ ແລະ​ເຂົ້າຈີ່​ບາງ​ກ້ອນ. ພວກເຈົ້າ​ຂ້າ​ປະຊາຊົນ​ທີ່​ບໍ່​ສົມຄວນ​ຈະ​ຕາຍ​ເລີຍ ແລະ​ພວກເຈົ້າ​ປ່ອຍ​ປະຊາຊົນ​ທີ່​ບໍ່​ສົມຄວນ​ຈະ​ມີ​ຊີວິດ​ໃຫ້​ມີ​ຊີວິດ​ຢູ່. ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ເວົ້າ​ຕົວະ​ຕໍ່​ປະຊາຊົນ​ຂອງເຮົາ ແລະ​ພວກເຂົາ​ກໍ​ເຊື່ອ​ພວກເຈົ້າ.’


ບັນດາ​ຜູ້ນຳ ເປັນ​ດັ່ງ​ໂຕສິງ​ທີ່​ຮ້ອງ​ຄຳຣາມ​ເທິງ​ສັດ​ທີ່​ມັນ​ໄດ້​ຂ້າ. ພວກເຂົາ​ຂ້າ​ປະຊາຊົນ​ຢຶດເອົາ​ເງິນຄຳ ແລະ​ຊັບສົມບັດ​ທັງໝົດ​ທີ່​ພວກເຂົາ​ສາມາດ​ເອົາ​ໄດ້ ແລະ​ເຮັດ​ໃຫ້​ຍິງ​ຫລາຍ​ຄົນ​ເປັນ​ໝ້າຍ​ເພາະ​ການ​ຄາດຕະກຳ​ທີ່​ພວກເຂົາ​ໄດ້​ກໍ່​ຂຶ້ນ.


ເຮົາ​ໄດ້​ເຫັນ​ສິ່ງ​ອັນ​ໜ້າຢ້ານ​ຫລາຍ​ໃນ​ຊາດ​ອິດສະຣາເອນ ຄື​ປະຊາຊົນ​ຂອງເຮົາ​ໄດ້​ເຮັດ​ໃຫ້​ຕົນເອງ​ເປັນ​ມົນທິນ ໂດຍ​ການ​ຂາບໄຫວ້​ຮູບເຄົາຣົບ.


“ເຮົາ​ໄດ້​ທຳລາຍ​ບາງຄົນ​ໃນ​ພວກເຈົ້າ ດັ່ງ​ໄດ້​ທຳລາຍ​ເມືອງ​ໂຊໂດມ ແລະ​ໂກໂມຣາ. ພວກ​ທີ່​ລອດຊີວິດ​ມາ​ໄດ້​ກໍ​ເປັນ​ດັ່ງ​ທ່ອນ​ໄມ້​ກຳລັງ​ໄໝ້​ທີ່​ຖືກ​ດຶງ​ອອກ​ມາ​ຈາກ​ໄຟ. ເຖິງປານນັ້ນ ພວກເຈົ້າ​ກໍ​ຍັງ​ບໍ່​ກັບຄືນ​ມາ​ຫາ​ເຮົາ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ເຫດການ​ທັງປວງ​ນີ້​ຈະ​ເກີດຂຶ້ນ​ເພາະ​ປະຊາຊົນ​ອິດສະຣາເອນ​ໄດ້​ເຮັດ​ບາບ ແລະ​ກະບົດ​ຕໍ່​ພຣະເຈົ້າ. ເປັນ​ຄວາມຜິດ​ຂອງ​ຜູ້ໃດ​ທີ່​ຊາດ​ອິດສະຣາເອນ​ເປັນ​ກະບົດ? ເປັນ​ຄວາມຜິດ​ຂອງ​ນະຄອນ​ຊາມາເຣຍ​ບໍ່ແມ່ນບໍ? ຜູ້ໃດ​ເຮັດ​ຜິດ​ຖານ​ຂາບໄຫວ້​ຮູບເຄົາຣົບ​ໃນ​ຊາດ​ຢູດາ? ແມ່ນ​ນະຄອນ​ເຢຣູຊາເລັມ​ບໍ່ແມ່ນບໍ?


ພວກ​ຜູ້ປົກຄອງ​ເມືອງ ກໍ​ປົກຄອງ​ດ້ວຍ​ເຫັນ​ແກ່​ສິນບົນ ພວກ​ປະໂຣຫິດ​ກໍ​ແປ​ກົດບັນຍັດ​ດ້ວຍ​ເຫັນ​ແກ່​ຄ່າຈ້າງ​ລາງວັນ ພວກ​ຜູ້ທຳນວາຍ​ກໍ​ບອກ​ນິມິດ​ຂອງຕົນ​ດ້ວຍ​ເຫັນ​ແກ່​ເງິນ ແລະ​ພວກເຂົາ​ທຸກຄົນ​ຕ່າງ​ກໍ​ອ້າງ​ວ່າ ພຣະເຈົ້າຢາເວ​ຢູ່​ກັບ​ພວກຕົນ ພວກເຂົາ​ເວົ້າ​ວ່າ, “ເຫດຮ້າຍ​ໃດໆ​ຈະ​ບໍ່​ມາ​ຖືກ​ພວກເຮົາ​ດອກ ເພາະ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ພວກເຮົາ.”


ບັນດາ​ຜູ້ທຳນວາຍ​ຂາດ​ຄວາມ​ຮັບຜິດຊອບ​ແລະ​ສໍ້ໂກງ; ບັນດາ​ປະໂຣຫິດ​ຕ່າງ​ກໍ​ເຮັດ​ໃຫ້​ສິ່ງ​ສັກສິດ​ເປັນ​ມົນທິນ ແລະ​ບິດເບືອນ​ກົດບັນຍັດ​ຂອງ​ພຣະເຈົ້າ​ເພື່ອ​ຜົນປະໂຫຍດ​ຂອງ​ພວກເຂົາ​ເອງ.


ພຣະເຈົ້າຢາເວ​ກ່າວ​ວ່າ, ໃນ​ເວລາ​ນັ້ນ ເຮົາ​ຈະ​ກຳຈັດ​ບັນດາ​ຮູບເຄົາຣົບ​ໃຫ້​ໝົດ​ໄປ​ຈາກ​ດິນແດນ ແລະ​ຈະ​ບໍ່ມີ​ຜູ້ໃດ​ຈົດຈຳພວກ​ມັນ​ໄດ້​ອີກ​ເລີຍ. ເຮົາ​ຈະ​ກຳຈັດ​ທຸກໆຄົນ​ທີ່​ອ້າງ​ຕົວເອງ​ວ່າ​ເປັນ​ຜູ້ທຳນວາຍ ແລະ​ຈະ​ທຳລາຍ​ຄວາມ​ປາຖະໜາ​ທີ່​ຈະ​ຂາບໄຫວ້​ບັນດາ​ຮູບ​ນັ້ນ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ມາລາກີ ບອກ​ປະຊາຊົນ​ອິດສະຣາເອນ.


ສະນັ້ນ ເຮົາ​ຈຶ່ງ​ບອກ​ພວກເຈົ້າ​ວ່າ ໃນ​ວັນ​ພິພາກສາ​ຂອງ​ພຣະເຈົ້າ ໂທດ​ຂອງ​ເມືອງ​ໂຊໂດມ​ກໍ​ຈະ​ເບົາ​ກວ່າ​ໂທດ​ຂອງ​ເຈົ້າ.”


ສັດຕູ​ຂອງ​ພວກ​ເຂົາເຈົ້າ​ເປື່ອຍເຍື່ອຍ​ກັນ​ໝົດ ເໝືອນ​ເມືອງ​ໂຊໂດມ​ແລະ​ໂກໂມຣາ​ນັ້ນ; ເປັນ​ຄື​ກົກ​ອະງຸ່ນ​ທີ່​ເກີດ​ໝາກ​ຂົມ​ແລະ​ເປັນ​ພິດ ເໝືອນ​ເອົາ​ພິດ​ງູ​ມາ​ແຕ່ງ​ເຫຼົ້າ​ອະງຸ່ນ​ແທ້​ບໍ່​ຫ່ອນ​ເປັນ.


ຄຳສັ່ງສອນ​ເຫຼົ່ານັ້ນ ມາ​ຈາກ​ການ​ໜ້າຊື່​ໃຈຄົດ​ຂອງ​ຄົນ​ຂີ້ຕົວະ ຄື​ຄົນ​ທີ່​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຂົາ​ຖືກ​ໝາຍ​ໄວ້​ດ້ວຍ​ເຫຼັກ​ແດງ​ເຜົາ​ໄໝ້​ຢູ່.


ພຣະເຈົ້າ​ໄດ້​ລົງໂທດ​ເມືອງ​ໂຊໂດມ​ແລະ​ເມືອງ​ໂກໂມຣາ​ໃຫ້​ເປັນ​ເຖົ່າ ໂດຍ​ທຳລາຍ​ໃຫ້​ຈິບຫາຍ​ດ້ວຍ​ໄຟ ເພື່ອ​ເປັນ​ຕົວຢ່າງ​ແກ່​ຄົນ​ບໍ່​ນັບຖື​ພຣະເຈົ້າ​ໃນ​ຂັ້ນ​ຕໍ່ໄປ.


ເໝືອນ​ດັ່ງ​ເມືອງ​ໂຊໂດມ​ແລະ​ໂກໂມຣາ ພ້ອມ​ທັງ​ເມືອງ​ທີ່​ຢູ່​ອ້ອມແອ້ມ​ນັ້ນ ຊຶ່ງ​ຊາວ​ເມືອງ​ເຫຼົ່ານີ້ ໄດ້​ປະພຶດ​ເໝືອນ​ດັ່ງ​ພວກ​ເທວະດາ​ເຫຼົ່ານັ້ນ​ໄດ້​ປະພຶດ ແລະ​ມົ້ວສຸມ​ຢູ່​ໃນ​ການ​ຜິດ​ສິນທຳ​ທາງ​ເພດ ແລະ​ຣາຄະ​ຕັນຫາ. ພວກເຂົາ​ຕ້ອງ​ຖືກ​ໂທດ​ຢູ່​ໃນ​ບຶງໄຟ ທີ່​ໄໝ້​ຢູ່​ຕະຫລອດໄປ​ເປັນນິດ.


ຊາກສົບ​ຂອງ​ທ່ານ​ທັງສອງ​ຈະ​ຢູ່​ເທິງ​ຖະໜົນ​ຂອງ​ມະຫາ​ນະຄອນ ບ່ອນ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເພິ່ນ ໄດ້​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ. ຊື່​ອັນ​ເປັນ​ສັນຍາລັກ​ຂອງ​ນະຄອນ​ນີ້ ແມ່ນ​ເມືອງ​ໂຊໂດມ ແລະ ເມືອງ​ເອຢິບ.


ສັດຮ້າຍ​ໄດ້​ຖືກ​ຈັບ​ພ້ອມ​ດ້ວຍ​ຄົນ​ທີ່​ປອມ​ຕົວ​ເປັນ​ຜູ້​ປະກາດ​ພຣະທຳ ທີ່​ໄດ້​ເຮັດ​ໝາຍສຳຄັນ​ຕໍ່ໜ້າ​ສັດຮ້າຍ​ນັ້ນ ແລະ​ໃຊ້​ໝາຍສຳຄັນ​ນັ້ນ ຫລອກລວງ​ຄົນ​ທັງຫລາຍ​ທີ່​ຮັບ​ເຄື່ອງໝາຍ​ຂອງ​ສັດຮ້າຍ​ແລະ​ບູຊາ​ຮູບ​ຂອງ​ມັນ ພວກເຂົາ​ທັງສອງ​ໄດ້​ຖືກ​ຖິ້ມ​ລົງ​ທັງ​ເປັນ ໃນ​ບຶງໄຟ​ທີ່​ໄໝ້​ຢູ່​ດ້ວຍ​ມາດ.


ສ່ວນ​ຄົນ​ຂີ້ຢ້ານ, ຄົນ​ທໍລະຍົດ, ຄົນ​ປະພຶດ​ໃນ​ສິ່ງ​ທີ່​ໜ້າກຽດ​ໜ້າຊັງ, ຜູ້ຂ້າຄົນ, ຄົນ​ປະພຶດ​ຜິດ​ສິນທຳ​ທາງ​ເພດ, ຄົນ​ໃຊ້​ເວດມົນ​ຄາຖາ, ຄົນ​ຂາບໄຫວ້​ຮູບເຄົາຣົບ ແລະ​ຄົນ​ຂີ້ຕົວະ​ທຸກຄົນ​ນັ້ນ ມໍຣະດົກ​ຂອງ​ຄົນ​ເຫຼົ່ານັ້ນ ແມ່ນ​ບຶງໄຟ​ທີ່​ໄໝ້​ຢູ່​ປົນ​ກັບ​ມາດ ຊຶ່ງ​ເປັນ​ຄວາມຕາຍ​ຄັ້ງ​ທີ​ສອງ.”


ສ່ວນ​ຝູງ​ໝາ​ກັບ​ຄົນ​ໃຊ້​ເວດມົນ​ຄາຖາ, ຄົນ​ລ່ວງ​ຜິດ​ສິນທຳ​ທາງ​ເພດ, ຄົນ​ຄາດຕະກອນ, ຄົນ​ຂາບໄຫວ້​ຮູບເຄົາຣົບ ແລະ​ຄົນ​ຂີ້ຕົວະ​ຈະ​ຢູ່​ພາຍ​ນອກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka