ເຢເຣມີຢາ 23:12 - ພຣະຄຳພີສັກສິ12 ທາງທີ່ພວກເຂົາທຽວໄປນັ້ນຈະມື່ນແລະມືດມົນ ເຮົາຈະເຮັດໃຫ້ພວກເຂົາເຕະສະດຸດລົ້ມລົງທັງນັ້ນ. ເມື່ອເຮົານຳການທຳລາຍ ແລະການລົງໂທດມາ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. Uka jalj uñjjattʼäta |
ປະຊາຊົນຂອງເຮົາເອີຍ ພວກເຈົ້າບໍ່ອັບອາຍເພາະສິ່ງອັນໜ້າລັງກຽດນີ້ບໍ? ບໍ່ ພວກເຈົ້າບໍ່ອັບອາຍຂາຍໜ້າຫຍັງດອກ; ສີໜ້າຂອງພວກເຈົ້າຊື່ໆ ແລະບໍ່ແດງເລີຍ ສະນັ້ນ ພວກເຈົ້າຈຶ່ງຈະລົ້ມລົງດັ່ງພວກອື່ນທີ່ລົ້ມລົງແລ້ວ; ເມື່ອເຮົາລົງໂທດພວກເຈົ້າ ກໍແມ່ນຈຸດຈົບສຳລັບພວກເຈົ້າເທົ່ານັ້ນແລ້ວ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.