ເຢເຣມີຢາ 23:11 - ພຣະຄຳພີສັກສິ11 “ຜູ້ທຳນວາຍທັງປະໂຣຫິດຖືພຣະເຈົ້າຕໍ່າ ເຮົາເຫັນພວກເຂົາກະທຳຊົ່ວ ແມ່ນແຕ່ໃນພຣະວິຫານນັ້ນ. Uka jalj uñjjattʼäta |
ເພິ່ນຍັງເອົາເທວະຮູບມາໄວ້ໃນວິຫານຂອງພຣະເຈົ້າ ບ່ອນທີ່ພຣະເຈົ້າໄດ້ກ່າວແກ່ດາວິດແລະໂຊໂລໂມນລູກຊາຍຂອງເພິ່ນວ່າ, “ໃນນະຄອນເຢຣູຊາເລັມ ຄືໃນວິຫານນີ້ ແມ່ນບ່ອນທີ່ເຮົາໄດ້ເລືອກເອົາໃນທ່າມກາງເຂດແດນທັງໝົດ ໃນສິບສອງເຜົ່າຂອງຊາດອິດສະຣາເອນ ໃຫ້ເປັນບ່ອນທີ່ນາມຊື່ຂອງເຮົາຈະຕັ້ງຢູ່ຕະຫລອດໄປ.
ສະນັ້ນ ພຣະອົງຈຶ່ງນຳຂ້າພະເຈົ້າເຂົ້າໄປເດີ່ນຂ້າງໃນວິຫານຂອງພຣະເຈົ້າຢາເວ. ໃກ້ທາງເຂົ້າພຣະວິຫານຂອງພຣະເຈົ້າຢາເວ ຄືລະຫວ່າງແທ່ນບູຊາ ແລະໜ້າປະຕູໃນທີ່ນັ້ນມີພວກຜູ້ຊາຍຢູ່ປະມານຊາວຫ້າຄົນ. ພວກເຂົາໄດ້ຫັນຫລັງໃສ່ພຣະວິຫານຂອງພຣະເຈົ້າຢາເວ ແລະກຳລັງຂາບລົງໄປທາງທິດຕາເວັນອອກເພື່ອຂາບໄຫວ້ຕາເວັນທີ່ກຳລັງຂຶ້ນ.