9 ແລ້ວພວກເຂົາຕ່າງກໍຈະຕອບວ່າ, ‘ຍ້ອນພວກເຂົາໄດ້ປະຖິ້ມພັນທະສັນຍາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ແລະໄປຂາບໄຫວ້ແລະຮັບໃຊ້ບັນດາພະອື່ນ.”’
ວິຫານນີ້ຈະກາຍເປັນກອງສິ່ງທີ່ຮົກຮ້າງເພພັງ ແລະທຸກໆຄົນທີ່ຜ່ານໄປມາຈະງຶດງໍ້ສະດຸ້ງຕົກໃຈ. ແລ້ວພວກເຂົາກໍຈະຖາມວ່າ, ‘ເປັນຫຍັງພຣະເຈົ້າຢາເວຈຶ່ງເຮັດຕໍ່ດິນແດນ ແລະວິຫານຢ່າງນີ້?’
ພວກເຂົາໄດ້ປະຖິ້ມເຮົາ ແລະໄປຖວາຍເຄື່ອງບູຊາແກ່ບັນດາພະອື່ນ ຊຶ່ງເຮັດໃຫ້ເຮົາໂກດຮ້າຍໃນທຸກສິ່ງ ທີ່ພວກເຂົາໄດ້ເຮັດດ້ວຍມືຂອງພວກເຂົານັ້ນ. ຄວາມໂກດຮ້າຍຂອງເຮົາລຸກຂຶ້ນຕໍ່ສູ້ນະຄອນເຢຣູຊາເລັມ ແລະຈະບໍ່ດັບລົງ.
ພວກເຂົາປະຖິ້ມເຮົາແລະໄປຖວາຍເຄື່ອງບູຊາໃຫ້ບັນດາພະອື່ນ ແລະເຮັດໃຫ້ເຮົາໂກດຮ້າຍຍ້ອນສິ່ງທັງໝົດທີ່ພວກເຂົາໄດ້ເຮັດ. ເຮົາໂກດຮ້າຍນະຄອນເຢຣູຊາເລັມຢ່າງບໍ່ມີມື້ສິ້ນສຸດ.
ພວກເຂົາໄດ້ກັບຄືນໄປເຮັດບາບທີ່ບັນພະບຸລຸດຂອງພວກເຂົາໄດ້ເຮັດນັ້ນ ຄືພວກເຂົາບໍ່ຍອມເຮັດຕາມສິ່ງທີ່ເຮົາໄດ້ບອກ, ແຕ່ພວກເຂົາໄດ້ຂາບໄຫວ້ບັນດາພະອື່ນ. ທັງສອງຄືອິດສະຣາເອນແລະຢູດາ ຕ່າງກໍລະເມີດພັນທະສັນຍາທີ່ເຮົາໄດ້ເຮັດໄວ້ກັບບັນພະບຸລຸດຂອງພວກເຂົາ.
ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ໄດ້ສາບແຊ່ງທຸກໆຄົນທີ່ບໍ່ໄດ້ປະຕິບັດຕາມພັນທະສັນຍານີ້.
ແລ້ວເຈົ້າຈົ່ງບອກພວກເຂົາວ່າ ພຣະເຈົ້າຢາເວໄດ້ກ່າວດັ່ງນີ້ ‘ບັນພະບຸລຸດຂອງພວກເຈົ້າໄດ້ຫັນໜີຈາກເຮົາໄປຂາບໄຫວ້ແລະຮັບໃຊ້ພະອື່ນ. ພວກເຂົາໄດ້ປະຖິ້ມເຮົາແລະບໍ່ໄດ້ປະຕິບັດຕາມຄຳສັ່ງສອນຂອງເຮົາ.
ພວກເຂົາຖືກທຳລາຍຈາກທຸກໆຄົນທີ່ໄດ້ພົບເຫັນພວກເຂົາ. ເຫຼົ່າສັດຕູຂອງພວກເຂົາເວົ້າວ່າ, ‘ສິ່ງທີ່ພວກເຮົາໄດ້ເຮັດບໍ່ຜິດ ເພາະພວກເຂົາໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ອົງເປັນທີ່ຢູ່ອັນແທ້ຈິງ; ຕໍ່ສູ້ພຣະເຈົ້າຢາເວ ອົງເປັນຄວາມຫວັງຂອງບັນພະບຸລຸດຂອງພວກເຂົາ.’
ພຣະເຈົ້າຢາເວຈຶ່ງຕອບວ່າ, “ເຫດການນີ້ເກີດຂຶ້ນ ຍ້ອນປະຊາຊົນຂອງເຮົາໄດ້ປະຖິ້ມຄຳສັ່ງສອນທີ່ເຮົາໄດ້ມອບໃຫ້ພວກເຂົາ. ພວກເຂົາບໍ່ໄດ້ເຊື່ອຟັງເຮົາ ຫລືເຮັດໃນສິ່ງທີ່ເຮົາໄດ້ບອກພວກເຂົາ.
ເຮົາຈະໃຫ້ມີໜ້ອຍຄົນໃນພວກເຂົາລອດຕາຍຈາກເສິກສົງຄາມ, ຈາກການຕາຍອຶດຕາຍຢາກ ແລະຈາກການເຈັບໄຂ້ໄດ້ປ່ວຍ ເພື່ອວ່າໃນທ່າມກາງຊົນຊາດທັງຫລາຍນັ້ນ ພວກເຂົາຈະສຳນຶກເຖິງການກະທຳອັນໜ້າກຽດຊັງຕ່າງໆຂອງພວກເຂົາ ແລະທັງຈະຮັບຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.”
ແລ້ວພວກເຈົ້າກໍຈະຮູ້ວ່າ ທຸກສິ່ງທີ່ເຮົາໄດ້ເຮັດນັ້ນມີເຫດຜົນດີທັງໝົດ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.”
ແລ້ວຊົນຊາດທັງຫລາຍກໍຈະຮູ້ວ່າ ການທີ່ຊາວອິດສະຣາເອນໄດ້ຕົກເປັນຊະເລີຍໃນຕ່າງຖິ່ນນັ້ນ ກໍຍ້ອນພວກເຂົາໄດ້ເຮັດບາບຕໍ່ສູ້ເຮົາ. ເຮົາໄດ້ຫັນໜີຈາກພວກເຂົາ ແລະປ່ອຍໃຫ້ເຫຼົ່າສັດຕູຂອງພວກເຂົາເອົາຊະນະພວກເຂົາ ແລະຂ້າພວກເຂົາຖິ້ມໃນສະໜາມຮົບ.
ເມື່ອເຮົາໃຈຮ້າຍ ແລະໂກດເຄືອງ ແລະລົງໂທດເຈົ້ານັ້ນ ບັນດາຊົນຊາດທັງໝົດທີ່ຢູ່ອ້ອມຮອບເຈົ້າຈະສະທ້ານຢ້ານກົວ. ພວກເຂົາຈະແນມເບິ່ງເຈົ້າດ້ວຍຄວາມກຽດຊັງ ແລະຈະຫຍໍ້ຫຍັນເຈົ້າ. ເຮົາຄືພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫຼະ.
ແລ້ວທົ່ວທັງໂລກກໍຈະຖາມວ່າ, ‘ເປັນຫຍັງພຣະເຈົ້າຢາເວຈຶ່ງເຮັດເຊັ່ນນີ້ຕໍ່ດິນແດນຂອງພວກເຂົາ? ແມ່ນຫຍັງທີ່ເຮັດໃຫ້ພຣະອົງໂກດຮ້າຍດັ່ງໄຟລຸກໄໝ້ເຊັ່ນນີ້?’