Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 22:7 - ພຣະຄຳພີສັກສິ

7 ເຮົາ​ຈະ​ລະດົມ​ຄົນ​ມາ​ເພື່ອ​ທຳລາຍ​ມັນ​ຖິ້ມ. ພວກເຂົາ​ທັງໝົດ​ຈະ​ເອົາ​ຂວານ​ມາ​ນຳ ເພື່ອ​ປໍ້າ​ເສົາ​ໄມ້ແປກ​ອັນ​ສວຍງາມ​ລົງ ແລະ​ໂຍນ​ມັນ​ໃສ່​ໄຟ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 22:7
14 Jak'a apnaqawi uñst'ayäwi  

ເຈົ້າ​ໄດ້​ສົ່ງ​ຜູ້ຮັບໃຊ້​ຂອງ​ເຈົ້າ​ມາ​ຄຸຍໂມ້​ໃສ່​ອົງພຣະ​ຜູ້​ເປັນເຈົ້າ ແລະ​ເຈົ້າ​ໄດ້ກ່າວ​ວ່າ ດ້ວຍ​ລົດຮົບ​ທັງໝົດ​ເຈົ້າ​ໄດ້​ຕີ​ເອົາ​ພູເຂົາ​ໜ່ວຍ​ສູງ​ທີ່ສຸດ​ຂອງ​ເລບານອນ. ເຈົ້າ​ຄຸຍໂມ້​ວ່າ​ເຈົ້າ​ໄດ້​ຕັດ​ຕົ້ນແປກ​ທີ່​ງາມ​ທີ່ສຸດ ແລະ​ຕົ້ນ​ສົນ​ທີ່​ສູງ​ທີ່ສຸດ​ລົງ ແລະ​ທັງ​ໄດ້​ເຂົ້າ​ໄປ​ໃນ​ປ່າ​ເລິກ​ທີ່ສຸດ​ດ້ວຍ.


ໃນ​ດິນແດນ​ມີ​ແມ່ໝ້າຍ​ຫລາຍກວ່າ ທີ່​ແຄມ​ທະເລ​ມີ​ເມັດຊາຍ. ເຮົາ​ຂ້າ​ຊາວ​ໜຸ່ມ ແລະ​ໃຫ້​ແມ່​ທຸກ​ລະທົມ​ໃຈ ໂດຍ​ຕີ​ພວກເຂົາ​ລົງ​ບຶດດຽວ​ໃຫ້​ລະທົມ​ໃຈ​ຢ້ານ.


ແຕ່​ເຮົາ​ຈະ​ລົງໂທດ​ໃນ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ. ເຮົາ​ຈະ​ຈູດ​ວັງ​ຂອງ​ເຈົ້າ ແລະ​ໄຟ​ຈະ​ໄໝ້​ເຜົາຜານ​ທຸກສິ່ງ​ທີ່​ຢູ່​ອ້ອມ​ນັ້ນ.” ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ.


ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ, “ປະຊາຊົນ​ອິດສະຣາເອນ​ເອີຍ ເຮົາ​ກຳລັງ​ນຳ​ເອົາ​ຊົນຊາດ​ໜຶ່ງ​ຈາກ​ທີ່​ຫ່າງໄກ​ມາ​ໂຈມຕີ​ພວກເຈົ້າ. ເປັນ​ຊົນຊາດ​ທີ່​ເຂັ້ມແຂງ ແລະ​ແຕ່ດຶກດຳ​ບັນ ເປັນ​ຊົນຊາດ​ໜຶ່ງ​ທີ່​ພວກເຈົ້າ​ບໍ່​ຮູ້ຈັກ​ພາສາ.


ຈົ່ງ​ໄຂ​ປະຕູ​ເມືອງ​ຂອງ​ເຈົ້າ​ອອກ ເລບານອນ​ເອີຍ ເພື່ອ​ວ່າ​ໄຟ​ຈະ​ໄດ້​ໄໝ້​ບັນດາ​ຕົ້ນແປກ​ຂອງເຈົ້າ


ກະສັດ​ໂກດຮ້າຍ​ຫລາຍ, ສະນັ້ນ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ກອງ​ທະຫານ​ຂອງຕົນ​ອອກ​ໄປ​ຂ້າ​ຄາດຕະກອນ​ພວກ​ນັ້ນ ແລະ​ຈູດ​ເມືອງ​ຂອງ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka