Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 22:5 - ພຣະຄຳພີສັກສິ

5 ແຕ່​ຖ້າ​ພວກເຈົ້າ​ບໍ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງເຮົາ ແລ້ວ​ເຮົາ​ກໍ​ສາບານ​ຕໍ່​ພວກເຈົ້າ​ວ່າ ວັງ​ນີ້​ຈະ​ລົ້ມ​ທະລາຍ​ເພພັງ​ລົງ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 22:5
22 Jak'a apnaqawi uñst'ayäwi  

“ເຮົາ​ຂໍ​ສາບານ​ໃນ​ນາມ​ຂອງເຮົາ​ຄື​ພຣະເຈົ້າຢາເວ​ຜູ້​ກຳລັງ​ກ່າວ​ຢູ່​ນີ້​ວ່າ, ເຮົາ​ຈະ​ອວຍພອນ​ເຈົ້າ​ຢ່າງ​ຫລວງຫລາຍ. ເພາະ​ເຈົ້າ​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ບອກ ແລະ​ບໍ່ໄດ້​ຫວງ​ລູກຊາຍ​ຄົນ​ດຽວ​ຂອງ​ເຈົ້າ​ໄວ້;


ແຕ່​ຖ້າ​ເຈົ້າ​ແລະ​ປະຊາຊົນ​ຂອງ​ເຈົ້າ ບໍ່​ເຊື່ອຟັງ​ກົດບັນຍັດ ແລະ​ຂໍ້ຄຳສັ່ງ​ທີ່​ເຮົາ​ໄດ້​ໃຫ້​ພວກເຈົ້າ ແລະ​ຫັນ​ໄປ​ຂາບໄຫວ້​ບັນດາ​ພະອື່ນ,


ໃນ​ເວລາ​ນີ້ ພຣະວິຫານ​ເປັນ​ທີ່​ຍົກຍໍ​ຢ່າງ​ສູງສົ່ງ​ແທ້, ແຕ່​ແລ້ວ​ໃນ​ເວລາ​ນັ້ນ ທຸກໆ​ຄົນ​ທີ່​ຜ່ານ​ໄປ​ກໍ​ຈະ​ສະດຸ້ງ​ໃນໃຈ ແລະ​ຖາມ​ວ່າ, ‘ເປັນຫຍັງ​ພຣະເຈົ້າຢາເວ​ຈຶ່ງ​ເຮັດ​ກັບ​ດິນແດນ ແລະ​ວິຫານ​ເຊັ່ນ​ນີ້?’


ຄົນ​ທັງຫລາຍ​ຈະ​ຕອບ​ວ່າ, ‘ກໍ​ເພາະ​ພວກເຂົາ​ປະຖິ້ມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ຜູ້​ທີ່​ໄດ້​ນຳພາ​ບັນພະບຸລຸດ​ຂອງ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ. ພວກເຂົາ​ຈົງຮັກ​ພັກດີ​ຕໍ່​ບັນດາ​ພະອື່ນ ແລະ​ຂາບໄຫວ້​ພະ​ເຫຼົ່ານັ້ນ. ສະນັ້ນ ພຣະອົງ​ຈຶ່ງ​ນຳ​ໄພພິບັດ​ຫລາຍຢ່າງ​ມາ​ສູ່​ພວກເຂົາ.”’


ສະນັ້ນ ດ້ວຍ​ຄວາມ​ໂກດຮ້າຍ​ເຮົາ​ຈຶ່ງ​ສັນຍາ​ວ່າ ‘ພວກເຈົ້າ​ຈະ​ບໍ່ໄດ້​ເຂົ້າ​ໄປ​ສູ່​ບ່ອນ​ພັກເຊົາ​ຂອງເຮົາ​ຈັກເທື່ອ.”’


ແຕ່​ຖ້າ​ພວກເຈົ້າ​ປະຕິເສດ​ແລະ​ກະບົດ ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ. ເພາະວ່າ​ປາກ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວໄວ້.”


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ໄດ້​ປະຖິ້ມ​ຊົນຊາດ​ອິດສະຣາເອນ ເຮົາ​ໄດ້​ໂຍນ​ຊົນຊາດ​ທີ່​ເຮົາ​ໄດ້​ເລືອກເອົາ​ນັ້ນ. ເຮົາ​ໄດ້​ມອບ​ປະຊາຊົນ​ທີ່​ເຮົາ​ຮັກແພງ​ຫລາຍ ໄວ້​ໃນ​ເງື້ອມມື​ໃຕ້​ອຳນາດ​ຂອງ​ສັດຕູ​ສາ​ແລ້ວ.


ແຕ່​ພວກເຈົ້າ​ຕ້ອງ​ເຊື່ອຟັງ​ເຮົາ​ແລະ​ຢຶດຖື​ວັນ​ຊະບາໂຕ​ເປັນ​ວັນ​ສັກສິດ. ແລະ​ບໍ່​ຕ້ອງ​ແບກຫາມ​ສິ່ງໃດໆ ຜ່ານ​ປະຕູ​ຕ່າງໆ​ຂອງ​ນະຄອນ​ເຢຣູຊາເລັມ​ໃນ​ວັນ​ນັ້ນ; ເພາະ​ຖ້າ​ພວກເຈົ້າ​ຂືນ​ເຮັດ ເຮົາ​ຈະ​ຈູດ​ປະຕູ​ຂອງ​ນະຄອນ​ເຢຣູຊາເລັມ​ຖິ້ມ. ໄຟ​ຈະ​ໄໝ້​ເຜົາຜານ​ວັງ​ຕ່າງໆ​ໃນ​ນະຄອນ​ເຢຣູຊາເລັມ ແລະ​ຈະ​ບໍ່ມີ​ຜູ້ໃດ​ມອດ​ໄດ້.”


ພຣະເຈົ້າຢາເວ​ໄດ້​ບອກ​ຂ້າພະເຈົ້າ​ໃຫ້​ກ່າວ​ຕໍ່​ປະຊາຊົນ​ວ່າ, “ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້: ພວກເຈົ້າ​ຕ້ອງ​ເຊື່ອຟັງ​ເຮົາ ໂດຍ​ເຮັດ​ຕາມ​ຄຳສັ່ງສອນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ​ນັ້ນ


ໃນຂະນະ​ດຽວກັນ​ນັ້ນ ພວກ​ບາບີໂລນ​ກໍໄດ້​ຈູດ​ຣາຊວັງ​ແລະ​ເຮືອນ​ຂອງ​ປະຊາຊົນ ພ້ອມ​ທັງ​ກຳແພງ​ນະຄອນ​ເຢຣູຊາເລັມ​ລົງ​ໃຫ້​ພິນາດ.


ແຕ່​ບັດນີ້ ຊາວ​ຢູດາ​ທັງຫລາຍ​ທີ່​ຢູ່​ປະເທດ​ເອຢິບ ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກ່າວເຖີດ ພຣະເຈົ້າຢາເວ​ກ່າວ​ວ່າ, ‘ເຮົາ​ໄດ້​ສາບານ​ດ້ວຍ​ນາມຊື່​ອັນ​ຍິ່ງໃຫຍ່​ຂອງເຮົາ​ຕໍ່​ຊາວ​ອິດສະຣາເອນ​ທຸກໆຄົນ​ທີ່​ຢູ່​ໃນ​ປະເທດ​ເອຢິບ​ວ່າ ເຮົາ​ຈະ​ບໍ່​ປ່ອຍ​ໃຫ້​ພວກເຈົ້າ​ຄົນໃດ​ຄົນໜຶ່ງ​ເອີ່ຍ​ຊື່​ຂອງເຮົາ​ເດັດຂາດ​ໂດຍ​ບະບົນ​ວ່າ “ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ພຣະຊົນຢູ່.”


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ກ່າວ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ສາບານ​ໂດຍ​ພຣະອົງ​ເອງ​ວ່າ: ເຮົາ​ກຽດຊັງ​ຄວາມ​ຈອງຫອງ​ຂອງ​ປະຊາຊົນ​ອິດສະຣາເອນ ແລະ​ປະນາມ​ຫໍໂຮງ​ອັນ​ຫລູຫລາ​ຂອງ​ພວກເຂົາ. ເຮົາ​ຈະ​ມອບ​ເມືອງຫລວງ​ຂອງ​ພວກເຂົາ ແລະ​ທຸກສິ່ງ​ໃນ​ເມືອງ​ນີ້​ໄວ້​ໃນ​ກຳມື​ຂອງ​ສັດຕູ.”


ເພາະສະນັ້ນ ຍ້ອນ​ພວກເຈົ້າ ພູເຂົາ​ຊີໂອນ​ຈະ​ຖືກ​ໄຖ​ເໝືອນ​ໄຖ​ນາ ນະຄອນ​ເຢຣູຊາເລັມ​ຈະ​ກາຍເປັນ​ກອງສິ່ງ​ຮົກຮ້າງ​ເພພັງ ແລະ​ເນີນພູ​ບ່ອນ​ທີ່ຕັ້ງ​ພຣະວິຫານ​ກໍ​ຈະ​ກາຍເປັນ​ປ່າ.


ເບິ່ງແມ! ພຣະວິຫານ​ຂອງ​ພວກເຈົ້າ​ໄດ້​ຖືກ​ປະຖິ້ມ​ໃຫ້​ຮ້າງເປົ່າ​ຢ່າງ​ໝົດສິ້ນ.


ແມ່ນ​ຜູ້ໃດ​ໜໍ ທີ່​ພຣະອົງ​ໄດ້​ຊົງ​ສາບານ​ຕົວ​ວ່າ ພວກເຂົາ​ຈະ​ບໍ່ໄດ້​ເຂົ້າ​ຮ່ວມ​ບ່ອນ​ພັກ​ເຊົາ​ຂອງ​ພຣະອົງ​ຈັກເທື່ອ ກໍ​ແມ່ນ​ຄົນ​ທີ່​ບໍ່​ເຊື່ອຟັງ​ເຫຼົ່ານັ້ນ ບໍ່ແມ່ນ​ຫລື?


ເມື່ອ​ພຣະເຈົ້າ​ໄດ້​ຊົງ​ສັນຍາ​ໄວ້​ກັບ​ອັບຣາຮາມ​ນັ້ນ ໂດຍ​ທີ່​ບໍ່ມີ​ຜູ້ໃດ​ເປັນ​ໃຫຍ່​ກວ່າ​ພຣະອົງ ທີ່​ພຣະອົງ​ຈະ​ຊົງ​ສາບານ​ດ້ວຍ​ອອກ​ຊື່​ຜູ້ນັ້ນ​ໄດ້ ພຣະອົງ​ຈຶ່ງ​ໄດ້​ຊົງ​ສາບານ​ດ້ວຍ​ພຣະນາມ​ຂອງ​ພຣະອົງ​ເອງ


ສະນັ້ນ ເມື່ອ​ພຣະເຈົ້າ​ຊົງ​ມີ​ພຣະ​ປະສົງ ຈະ​ຊົງ​ໃຫ້​ຜູ້​ທີ່​ຈະ​ຮັບ​ມໍຣະດົກ​ຕາມ​ພຣະສັນຍາ​ນັ້ນ ຮູ້​ຄັກແນ່​ຕື່ມ​ຂຶ້ນ​ວ່າ ພຣະ​ປະສົງ​ຂອງ​ພຣະອົງ​ຈະ​ບໍ່​ປ່ຽນແປງ​ຈັກເທື່ອ ພຣະອົງ​ຈຶ່ງ​ຊົງ​ຢືນຢັນ​ພຣະສັນຍາ​ນັ້ນ​ດ້ວຍ​ຄຳ​ສາບານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka