Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 22:30 - ພຣະຄຳພີສັກສິ

30 “ຊາຍ​ຜູ້​ນີ້​ໄດ້​ຮັບ​ໂທດ​ໂດຍ​ເສຍ​ລູກ​ຂອງຕົນ ຄື​ຜູ້ໜຶ່ງ​ຈະ​ບໍ່​ປະສົບ​ຄວາມ​ສຳເລັດ​ຫຍັງ​ຈັກເທື່ອ. ລາວ​ຈະ​ບໍ່ມີ​ເຊື້ອສາຍ​ເພື່ອ​ສືບຕໍ່​ປົກຄອງ​ໃນ​ຢູດາຍ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 22:30
11 Jak'a apnaqawi uñst'ayäwi  

ລາວ​ຈະ​ບໍ່ມີ​ລູກ​ເພື່ອ​ສືບ​ເຊື້ອສາຍ​ໃຫ້​ລາວ​ເລີຍ ຈະ​ບໍ່ມີ​ຜູ້ໃດ​ລອດຊີວິດ​ຢູ່​ໃນ​ບ້ານເຮືອນ​ຂອງ​ລາວ​ດ້ວຍ.


ຜູ້ປົກຄອງ​ທີ່​ຊົ່ວຮ້າຍ​ຈະ​ຮ່ວມມື​ກັບ​ພຣະອົງ​ໄດ້​ຫລື? ຄື​ຜູ້​ທີ່​ແຕ່ງ​ກົດບັນຍັດ​ອັນ​ບໍ່​ຍຸດຕິທຳ​ນັ້ນ.


ຂ້ານ້ອຍ​ຕອບ​ວ່າ, “ພວກ​ຜູ້ນຳ​ຂອງ​ພວກເຮົາ​ເປັນ​ຄົນ​ໂງ່ຈ້າ​ທີ່ສຸດ ແລະ​ບໍ່ໄດ້​ຮ້ອງຂໍ​ພຣະເຈົ້າຢາເວ​ນຳພາ. ດ້ວຍເຫດນີ້ ພວກເຂົາ​ຈຶ່ງ​ໄດ້​ພາກັນ​ລົ້ມລົງ ປະຊາຊົນ​ຂອງ​ພວກເຮົາ​ຈຶ່ງ​ໄດ້​ແຕກ​ຊະຊາຍ​ໄປສິ້ນ.


ເຈົ້າ​ຈະ​ອວ່າຍໜ້າ​ໜີ​ຈາກ​ເອຢິບ​ຢ່າງ​ອັບອາຍ​ຈົນ​ແນມເບິ່ງ​ຜູ້ໃດ​ບໍ່ໄດ້. ພຣະເຈົ້າຢາເວ​ໄດ້​ປະຖິ້ມ​ພວກ​ທີ່​ເຈົ້າ​ໄວ້ວາງໃຈ; ເຈົ້າ​ຈະ​ບໍ່ໄດ້​ຫຍັງ​ຈາກ​ພວກເຂົາ​ເລີຍ.”


ນີ້ແມ່ນ​ພຣະເຈົ້າຢາເວ​ກ່າວ​ຄື: ເຮົາ​ຈະ​ລົງໂທດ​ເຊມາອີຢາ​ຊາວ​ເນເຮລາມ​ກັບ​ເຊື້ອສາຍ​ຂອງລາວ ລາວ​ຈະ​ບໍ່​ມີ​ເຊື້ອສາຍ​ຈັກ​ຄົນດຽວ​ອາໄສ​ຢູ່​ໃນ​ທ່າມກາງ​ພວກເຈົ້າ. ລາວ​ຈະ​ບໍ່ມີ​ຊີວິດ​ຢູ່​ໄດ້​ເຫັນ​ສິ່ງ​ດີ​ທັງຫລາຍ ຊຶ່ງ​ເຮົາ​ຈະ​ເຮັດ​ສຳລັບ​ປະຊາຊົນ​ຂອງເຮົາ, ເພາະ​ລາວ​ໄດ້​ສອນ​ພວກເຂົາ​ໃຫ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ.’ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.”


ສະນັ້ນ ບັດນີ້ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ແກ່​ເຢໂຮຍອາກິມ​ວ່າ ເຈົ້າ​ຈະ​ບໍ່ມີ​ເຊື້ອສາຍ​ຄົນໃດ​ຂອງເຈົ້າ​ໄດ້​ປົກຄອງ​ຣາຊອານາຈັກ​ຂອງ​ດາວິດ​ຈັກເທື່ອ. ຊາກສົບ​ຂອງ​ເຈົ້າ​ຈະ​ຖືກ​ໂຍນ​ອອກ​ໄປ ແລະ​ປະ​ໃຫ້​ຕາກ​ແດດ​ຍາມ​ກາງເວັນ ແລະ​ຕາກ​ໝອກ​ຍາມ​ກາງຄືນ.


ກະສັດ​ແຫ່ງ​ບາບີໂລນ​ໄດ້​ຕັດສິນ ໃຫ້​ປະຫານ​ພວກ​ລູກຊາຍ​ຂອງ​ເຈົ້າ​ເຊເດກີຢາ ທີ່​ເມືອງ​ຣິບລາ​ຕໍ່ໜ້າຕໍ່ຕາ​ຂອງ​ເຈົ້າ​ເຊເດກີຢາ ທັງ​ໄດ້​ໃຫ້​ປະຫານ​ພວກ​ຂ້າຣາຊການ​ຂອງ​ຢູດາຍ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka