Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 22:3 - ພຣະຄຳພີສັກສິ

3 “ເຮົາ​ຄື​ພຣະເຈົ້າຢາເວ​ສັ່ງ​ພວກເຈົ້າ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ທ່ຽງທຳ. ຈົ່ງ​ປົກປ້ອງ​ຜູ້​ທີ່​ຖືກ​ຄົນ​ສໍ້ໂກງ​ຕົວະຍົວະ. ຢ່າ​ກົດຂີ່ ຫລື​ຂົ່ມເຫັງ​ຄົນ​ຕ່າງດ້າວ, ເດັກ​ກຳພ້າ ຫລື​ແມ່ໝ້າຍ ແລະ​ຢ່າ​ຂ້າ​ຄົນ​ທີ່​ບໍ່ມີ​ຄວາມຜິດ​ໃນ​ບ່ອນ​ນີ້.

Uka jalj uñjjattʼäta Copia luraña




ເຢເຣມີຢາ 22:3
49 Jak'a apnaqawi uñst'ayäwi  

ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ຕໍ່​ຂ້ານ້ອຍ ຜູ້​ຄຸ້ມຄອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ດັ່ງນີ້: ກະສັດ​ຜູ້​ທີ່​ປົກຄອງ​ດ້ວຍ​ຄວາມ​ຍຸດຕິທຳ ແລະ​ປົກຄອງ​ດ້ວຍ​ຄວາມ​ຢຳເກງ​ພຣະເຈົ້າ.


ແລະ​ໂດຍ​ສະເພາະ​ແລ້ວ ຍ້ອນ​ເພິ່ນ​ໄດ້​ຂ້າ​ຄົນ​ທີ່​ບໍ່ມີ​ຄວາມຜິດ ຈົນ​ຖະໜົນ​ນະຄອນ​ເຢຣູຊາເລັມ​ນອງ​ໄປ​ດ້ວຍ​ເລືອດ. ພຣະເຈົ້າຢາເວ​ບໍ່​ອາດ​ຍົກໂທດ​ໃຫ້​ກະສັດ​ມານາເຊ​ໃນ​ເລື່ອງ​ນີ້​ໄດ້.


ເຈົ້າ​ບໍ່​ພຽງແຕ່​ປະຕິເສດ​ຊ່ວຍ​ແມ່ໝ້າຍ​ທັງຫລາຍ ແຕ່​ເຈົ້າ​ຍັງ​ໄດ້​ປຸ້ນ ແລະ​ຂົ່ມເຫັງ​ເດັກ​ກຳພ້າ​ດ້ວຍ.


ຄົນຊົ່ວ​ເອົາ​ເດັກນ້ອຍ​ທີ່​ຂາດ​ພໍ່​ໄປ​ເປັນ​ທາດຮັບໃຊ້​ຂອງຕົນ ແລະ​ເອົາ​ລູກ​ຂອງ​ຄົນຈົນ​ເປັນ​ຄ່າ​ຈ່າຍໜີ້.


ພຣະເຈົ້າ​ຜູ້​ທີ່​ສະຖິດ​ຢູ່​ໃນ​ພຣະວິຫານ​ອັນ​ສັກສິດ​ຂອງ​ພຣະອົງ ເປັນຫ່ວງ​ເປັນໃຍ​ລູກກຳພ້າ​ແລະ​ປ້ອງກັນ​ຮັກສາ​ແມ່ໝ້າຍ.


ຈົ່ງ​ຊ່ວຍກູ້​ເອົາ​ຄົນ​ອ່ອນແຮງ​ແລະ​ຄົນ​ຍາກຈົນ​ໃຫ້​ພົ້ນ ຈາກ​ອຳນາດ​ຂອງ​ບັນດາ​ຄົນຊົ່ວຮ້າຍ.


ພວກເຂົາ​ວາງແຜນ​ປອງຮ້າຍ​ຕໍ່ສູ້​ຄົນດີ ລົງໂທດ​ຄົນ​ບໍ່ມີ​ຄວາມຜິດ​ໃຫ້​ເຖິງ​ແກ່​ຊີວິດ.


ພວກເຂົາ​ຂ້າ​ແມ່ໝ້າຍ​ແລະ​ລູກກຳພ້າ​ທັງຫລາຍ ແລະ​ຄົນຕ່າງດ້າວ​ທີ່​ຢູ່​ໃນ​ດິນແດນ​ດ້ວຍ.


ຢ່າ​ຂົ່ມເຫັງ​ຫລື​ບີບ​ບັງຄັບ​ຄົນ​ຕ່າງດ້າວ; ຈົ່ງ​ຈົດຈຳ​ໄວ້​ວ່າ ພວກເຈົ້າ​ເອງ​ກໍ​ເຄີຍ​ເປັນ​ຄົນ​ຕ່າງດ້າວ​ໃນ​ປະເທດ​ເອຢິບ.


ຢ່າ​ຂົ່ມເຫັງ​ແມ່ໝ້າຍ​ຫລື​ລູກກຳພ້າ.


ຢ່າ​ຍົກຍ້າຍ​ຫລັກ​ເຂດແດນ​ເດີມ​ຈັກເທື່ອ ຫລື​ຢຶດ​ທີ່ດິນ​ຂອງ​ລູກກຳພ້າ.


ບັນດາ​ຜູ້ນຳ​ຂອງ​ພວກເຈົ້າ​ເປັນ​ກະບົດ ແລະ​ເປັນ​ເພື່ອນ​ຂອງ​ບັນດາ​ນັກປຸ້ນ; ພວກເຂົາ​ຮັບ​ເອົາ​ຂອງຂວັນ​ແລະ​ສິນຈ້າງ​ລາງວັນ​ເປັນ​ປະຈຳ. ພວກເຂົາ​ບໍ່ເຄີຍ​ເວົ້າ​ຕາງ​ເດັກ​ກຳພ້າ​ໃນ​ສານ ຫລື​ຟັງ​ຄຳ​ໃຫ້​ການ​ຂອງ​ແມ່ໝ້າຍ ເມື່ອ​ພວກເຂົາ​ມີ​ຄະດີ.


ການ​ຖືສິນ​ອົດອາຫານ​ແບບ​ທີ່​ເຮົາ​ຕ້ອງການ​ແມ່ນ​ດັ່ງນີ້: ຄື​ແກ້​ໂສ້​ແຫ່ງ​ການກົດຂີ່ ແລະ​ປົດ​ແອກ​ແຫ່ງ​ຄວາມ​ບໍ່​ຍຸດຕິທຳ ແລະ​ປົດປ່ອຍ​ຄົນ​ທີ່​ຖືກ​ກົດຂີ່​ໃຫ້​ເປັນ​ອິດສະຫລະ.


ຈົ່ງ​ແບ່ງປັນ​ອາຫານ​ໃຫ້​ແກ່​ຜູ້​ທີ່​ອຶດຫິວ ແລະ​ໃຫ້​ທີ່ພັກ​ແກ່​ຜູ້​ທີ່​ຍາກຈົນ​ຂາດ​ບ່ອນ​ພັກພາ​ອາໄສ. ຈົ່ງ​ຫາ​ເຄື່ອງນຸ່ງຫົ່ມ​ໃຫ້​ແກ່​ຜູ້​ທີ່​ບໍ່ມີ ແລະ​ຢ່າ​ລະເລີຍ​ໃນ​ການ​ຊ່ວຍເຫລືອ​ເພື່ອນມະນຸດ.


ເຮົາ​ຈະ​ເຮັດ​ຢ່າງນີ້​ກໍ​ເພາະວ່າ​ປະຊາຊົນ​ໄດ້​ປະຖິ້ມ​ເຮົາ ແລະ​ເຮັດ​ໃຫ້​ສະຖານທີ່​ນີ້​ເປັນ​ມົນທິນ ໂດຍ​ການ​ເຜົາ​ເຄື່ອງ​ບູຊາ​ຖວາຍ​ແກ່​ພະອື່ນ ຄື​ບັນດາ​ພະ​ທີ່​ພວກເຂົາ​ເອງ​ແລະ​ບັນພະບຸລຸດ​ຂອງ​ພວກເຂົາ ຕະຫລອດ​ທັງ​ກະສັດ​ແຫ່ງ​ຢູດາຍ​ບໍ່ເຄີຍ​ຮູ້ຈັກ​ມາກ່ອນ. ພວກເຂົາ​ໄດ້​ເຮັດ​ໃຫ້​ບ່ອນນີ້​ເປິເປື້ອນ ເຕັມ​ໄປ​ດ້ວຍ​ເລືອດ​ຂອງ​ຄົນ​ບໍ່ມີ​ຄວາມຜິດ


“ແຕ່​ເຈົ້າ​ເຫັນ​ແຕ່​ຜົນປະໂຫຍດ​ສ່ວນຕົວ ເຈົ້າ​ກົດຂີ່​ຢ່າງ​ຮຸນແຮງ​ປະຊາຊົນ​ຂອງເຈົ້າ. ເຈົ້າ​ເຂັ່ນຂ້າ​ຄົນ​ທີ່​ບໍ່ມີ​ຄວາມຜິດ​ຫຍັງ.”


ແລ້ວ​ພວກ​ເຈົ້ານາຍ​ແລະ​ປະຊາຊົນ​ກໍ​ເວົ້າ​ຕໍ່​ບັນດາ​ປະໂຣຫິດ ແລະ​ພວກ​ຜູ້ທຳນວາຍ​ວ່າ, “ຊາຍ​ຄົນ​ນີ້​ໄດ້​ເວົ້າ​ກັບ​ພວກເຮົາ ໃນ​ນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ; ລາວ​ບໍ່​ສົມຄວນ​ຖືກ​ສັງຫານ.”


ຈຶ່ງ​ຕຸ້ຍພີ​ແລະ​ມີ​ອາຫານ​ກິນ​ຢ່າງ​ອຸດົມສົມບູນ. ການ​ເຮັດ​ຊົ່ວ​ຂອງ​ພວກເຂົາ​ບໍ່ມີ​ຂອບເຂດ. ພວກເຂົາ​ບໍ່​ຍອມ​ໃຫ້​ລູກກຳພ້າ​ມີ​ສິດທິ ຫລື​ບໍ່​ຍອມ​ໃຫ້​ຄວາມ​ຍຸດຕິທຳ​ແກ່​ຜູ້​ທີ່​ຖືກ​ກົດຂີ່.”


ແຕ່​ໄດ້​ສັ່ງ​ພວກເຂົາ​ໃຫ້​ເຊື່ອຟັງ​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ຈະ​ໄດ້​ເປັນ​ປະຊາຊົນ​ຂອງເຮົາ. ແລະ​ເຮົາ​ກໍໄດ້​ບອກ​ພວກເຂົາ​ໃຫ້​ດຳເນີນ​ຊີວິດ​ຕາມ​ທີ່​ເຮົາ​ໄດ້​ສັ່ງ​ນັ້ນ ເພື່ອ​ພວກເຂົາ​ຈະ​ໄດ້​ຢູ່ເຢັນ​ເປັນສຸກ.


ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຢາກ​ອວດອ້າງ​ອອກ​ມາ ໃຫ້​ອວດ​ວ່າ​ຕົນ​ຮູ້ ແລະ​ເຂົ້າໃຈ​ເຮົາ​ກໍ​ດີກວ່າ ເພາະ​ເຮົາ​ຄື​ພຣະເຈົ້າຢາເວ​ຜູ້​ສຳແດງ​ຄວາມຮັກ​ທີ່​ໝັ້ນຄົງ ເຮົາ​ກະທຳ​ສິ່ງ​ທີ່​ທ່ຽງທຳ ແລະ​ສິ່ງ​ທີ່​ຖືກຕ້ອງ​ເທິງ​ແຜ່ນດິນ​ໂລກ. ແມ່ນ​ສິ່ງ​ເຫຼົ່ານັ້ນ​ແຫລະ ທີ່​ເຮັດ​ໃຫ້​ເຮົາ​ພໍໃຈ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ເມື່ອ​ຄວາມ​ຍຸດຕິທຳ​ຖືກ​ໃຊ້​ໃນ​ທາງ​ຜິດ​ທີ່​ສານ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ກໍ​ຮູ້.


ລາວ​ສໍ້ໂກງ​ຄົນ​ຍາກຈົນ, ລາວ​ປຸ້ນ​ເຈົ້າ​ເອົາ​ຂອງ ແລະ​ບໍ່​ຄືນ​ຂອງ​ທີ່​ລູກໜີ້​ເອົາ​ມາ​ຈຳ​ນຳ. ລາວ​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ອັນ​ໜ້າກຽດຊັງ​ຢູ່​ໃນ​ບ່ອນ​ສັກສິດ​ຂອງ​ຄົນຕ່າງຊາດ


ລາວ​ບໍ່​ສໍ້ໂກງ​ຫລື​ບໍ່​ປຸ້ນ​ເຈົ້າ​ເອົາ​ຂອງ​ຜູ້ໃດ. ລາວ​ຄືນ​ຂອງ​ທີ່​ລູກໜີ້​ເອົາ​ມາ​ຈຳ​ນຳ; ລາວ​ລ້ຽງ​ຄົນ​ທີ່​ອຶດຫິວ ແລະ​ໃຫ້​ເຄື່ອງນຸ່ງຫົ່ມ​ແກ່​ຄົນ​ທີ່​ຂາດເຂີນ.


ໃນ​ເມືອງ​ບໍ່ມີ​ຜູ້ໃດ​ທີ່​ນັບຖື​ພໍ່​ແມ່​ຂອງຕົນ. ເຈົ້າ​ສໍ້ໂກງ​ຄົນຕ່າງດ້າວ ແລະ​ເອົາລັດ​ເອົາປຽບ​ພວກ​ແມ່ໝ້າຍ ແລະ​ເດັກ​ກຳພ້າ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ພວກ​ຜູ້ປົກຄອງ​ຊາດ​ອິດສະຣາເອນ​ເອີຍ ພວກເຈົ້າ​ໄດ້​ເຮັດ​ບາບ​ມາ​ດົນນານ​ແລ້ວ ຈົ່ງ​ເຊົາ​ເຮັດ​ການ​ຮຸນແຮງ ແລະ​ການກົດຂີ່​ຂອງ​ພວກເຈົ້າ​ນັ້ນ​ສາ. ຈົ່ງ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຍຸດຕິທຳ. ຈົ່ງ​ເຊົາ​ຂັບໄລ່​ປະຊາຊົນ​ຂອງເຮົາ ໃຫ້​ໜີ​ຈາກ​ດິນແດນ​ທີ່​ເປັນ​ກຳມະສິດ​ຂອງ​ພວກເຂົາ​ສາ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ປະເທດ​ເອຢິບ​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ເອໂດມ​ຈະ​ຖືກ​ທຳລາຍ​ໃຫ້​ຮາບກ້ຽງ ເພາະວ່າ​ພວກເຂົາ​ໄດ້​ໂຈມຕີ​ດິນແດນ​ຢູດາຍ ແລະ​ຂ້າ​ປະຊາຊົນ​ຜູ້​ບໍ່ມີ​ຄວາມຜິດ​ໃນ​ທີ່ນັ້ນ.


ຈົ່ງ​ສັດຊື່​ແລະ​ທ່ຽງທຳ ເມື່ອ​ພວກເຈົ້າ​ຕັດສິນ​ຄະດີ​ທາງ​ກົດໝາຍ; ຢ່າ​ສະແດງ​ຄວາມ​ເຫັນອົກ​ເຫັນໃຈ​ຄົນ​ຍາກຈົນ ແລະ​ຢ່າ​ສະແດງ​ຄວາມ​ຢ້ານກົວ​ຕໍ່​ຄົນ​ຮັ່ງມີ.


ຈົ່ງ​ກຽດຊັງ​ຄວາມຊົ່ວ ຈົ່ງ​ຮັກ​ແຕ່​ຄວາມດີ ແລະ​ໃຫ້ການ​ຢ່າງ​ສັດຊື່​ໃນ​ສານ. ບາງທີ​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ອາດ​ຈະ​ເມດຕາ​ປະຊາຊົນ​ໂຢເຊັບ ທີ່​ຍັງ​ລອດຊີວິດ​ຢູ່​ໃນ​ປະເທດ​ຊາດ​ນີ້​ກໍໄດ້.


ແຕ່​ຈົ່ງ​ໃຫ້​ຄວາມ​ຍຸດຕິທຳ​ໄຫລ​ມາ​ດັ່ງ​ສາຍນໍ້າ ແລະ​ໃຫ້​ຄວາມ​ຊອບທຳ​ໄຫລ​ມາ​ດັ່ງ​ຫ້ວຍນໍ້າ​ທີ່​ບໍ່ມີ​ວັນ​ເຫືອດແຫ້ງ​ໄດ້.


ພວກ​ຜູ້ປົກຄອງ​ເມືອງ ກໍ​ປົກຄອງ​ດ້ວຍ​ເຫັນ​ແກ່​ສິນບົນ ພວກ​ປະໂຣຫິດ​ກໍ​ແປ​ກົດບັນຍັດ​ດ້ວຍ​ເຫັນ​ແກ່​ຄ່າຈ້າງ​ລາງວັນ ພວກ​ຜູ້ທຳນວາຍ​ກໍ​ບອກ​ນິມິດ​ຂອງຕົນ​ດ້ວຍ​ເຫັນ​ແກ່​ເງິນ ແລະ​ພວກເຂົາ​ທຸກຄົນ​ຕ່າງ​ກໍ​ອ້າງ​ວ່າ ພຣະເຈົ້າຢາເວ​ຢູ່​ກັບ​ພວກຕົນ ພວກເຂົາ​ເວົ້າ​ວ່າ, “ເຫດຮ້າຍ​ໃດໆ​ຈະ​ບໍ່​ມາ​ຖືກ​ພວກເຮົາ​ດອກ ເພາະ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ພວກເຮົາ.”


ບໍ່ແມ່ນ​ດອກ ພຣະເຈົ້າຢາເວ​ໄດ້​ບອກ​ພວກເຮົາ​ວ່າ ແມ່ນ​ຫຍັງ​ເປັນ​ສິ່ງ​ທີ່​ດີ. ສິ່ງ​ທີ່​ພຣະອົງ​ຕ້ອງການ​ຈາກ​ພວກເຮົາ​ນັ້ນ​ແມ່ນ​ດັ່ງນີ້: ເຮັດ​ສິ່ງ​ທີ່​ຖືກຕ້ອງ, ສະແດງ​ຄວາມຮັກ​ອັນ​ໝັ້ນຄົງ ແລະ​ໃຊ້​ຊີວິດ​ໃນ​ຄວາມ​ສາມັກຄີທຳ​ກັບ​ພຣະເຈົ້າ​ຂອງ​ພວກເຮົາ​ດ້ວຍ​ຄວາມ​ຖ່ອມໃຈ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເຮົາ​ຈະ​ມາ​ປາກົດ​ຢູ່​ທ່າມກາງ​ພວກເຈົ້າ​ເພື່ອ​ຕັດສິນ ແລະ​ເຮົາ​ຈະ​ເປັນ​ພະຍານ​ຕໍ່ສູ້​ພວກ​ທີ່​ລົງມື​ຝຶກ​ເວດມົນ​ຄາຖາ, ຕໍ່ສູ້​ພວກ​ທີ່​ຫລິ້ນຊູ້​ສູ່ຜົວເມຍ, ຕໍ່ສູ້​ພວກ​ທີ່​ເປັນ​ພະຍານ​ບໍ່ຈິງ, ຕໍ່ສູ້​ພວກ​ທີ່​ສໍ້ໂກງ​ຄ່າ​ແຮງງານ​ຂອງ​ລູກຈ້າງ, ຕໍ່ສູ້​ພວກ​ທີ່​ເອົາປຽບ​ແມ່ໝ້າຍ, ເດັກ​ກຳພ້າ ແລະ​ຄົນຕ່າງດ້າວ ຄື​ຕໍ່ສູ້​ທຸກຄົນ​ທີ່​ບໍ່​ຢຳເກງ​ເຮົາ.”


“ວິບັດ​ແກ່​ເຈົ້າ ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ​ເອີຍ ຄົນ​ໜ້າຊື່​ໃຈຄົດ. ດ້ວຍວ່າ, ພວກເຈົ້າ​ແບ່ງ​ຜັກ​ຫອມ​ລາບ, ຜັກຊີ ແລະ​ຂີ້ໝິ້ນ​ເປັນ​ສິບ​ສ່ວນ ເອົາ​ສ່ວນ​ໜຶ່ງ​ເປັນ​ຂອງ​ຖວາຍ ແຕ່​ສ່ວນ​ຂໍ້​ສຳຄັນ​ຂອງ​ກົດບັນຍັດ ຄື​ຄວາມ​ຍຸດຕິທຳ, ຄວາມ​ເມດຕາ, ຄວາມ​ສັດຊື່​ນັ້ນ​ໄດ້​ປະ​ເສຍ ແມ່ນ​ສິ່ງ​ເຫຼົ່ານີ້​ແຫຼະ ທີ່​ພວກເຈົ້າ​ຄວນ​ປະຕິບັດ​ຢູ່​ໂດຍ​ບໍ່​ຕ້ອງ​ປະຖິ້ມ​ສິ່ງ​ອື່ນ​ນັ້ນ.


ພຣະອົງ​ໃຫ້​ສິດ​ລູກກຳພ້າ​ແລະ​ພວກ​ແມ່ໝ້າຍ​ໄດ້​ຮັບ​ຄວາມ​ເປັນທຳ; ພຣະອົງ​ຮັກ​ຊາວ​ຕ່າງດ້າວ​ທີ່​ອາໄສ​ຢູ່​ນຳ​ພວກເຮົາ ໂດຍ​ໃຫ້​ອາຫານ​ແລະ​ເຄື່ອງນຸ່ງຫົ່ມ​ແກ່​ພວກເຂົາ.


ຢ່າ​ຕັດ​ສິດທິ​ຂອງ​ຄົນຕ່າງດ້າວ​ແລະ​ລູກກຳພ້າ ແລະ​ຢ່າ​ເອົາ​ເສື້ອຜ້າ​ຂອງ​ແມ່ໝ້າຍ​ໄວ້​ເປັນ​ເຄື່ອງ​ຄໍ້າປະກັນ.


ຜູ້ໃດ​ກໍຕາມ ທີ່​ລັກ​ເອົາ​ພີ່ນ້ອງ​ຊາວ​ອິດສະຣາເອນ​ໄປ​ຮັບໃຊ້​ຕົນ ຫລື​ເອົາ​ໄປ​ຂາຍ​ເປັນ​ທາດຮັບໃຊ້​ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ. ໃນ​ທຳນອງນີ້​ພວກເຈົ້າ​ຈະ​ກຳຈັດ​ຄວາມ​ຊົ່ວຮ້າຍ​ນີ້.


“ຖ້າ​ວ່າ​ຄົນ​ອິດສະຣາເອນ​ເປັນຄວາມກັນ​ຈົນເຖິງ​ສານ ແລະ​ສານ​ຕັດສິນ​ວ່າ​ຝ່າຍ​ໜຶ່ງ​ຖືກ​ແລະ​ອີກ​ຝ່າຍ​ໜຶ່ງ​ຜິດ.


‘ຄຳສາບແຊ່ງ​ເປັນ​ຂອງ​ຜູ້ໃດ​ຜູ້ໜຶ່ງ ທີ່​ຕັດສິດ​ຂອງ​ຄົນຕ່າງດ້າວ, ລູກ​ກຳພ້າ ແລະ​ແມ່ໝ້າຍ.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’


ທຳມະ​ທີ່​ບໍຣິສຸດ ແລະ​ບໍ່ມີ​ການ​ຊົ່ວ​ມົວໝອງ ຕໍ່​ພຣະພັກ​ພຣະເຈົ້າ ຜູ້​ຊົງ​ເປັນ​ພຣະບິດາເຈົ້າ ກໍ​ມີ​ດັ່ງນີ້ ຄື​ການ​ຢ້ຽມຢາມ​ລູກກຳພ້າ​ແລະ​ຍິງໝ້າຍ ທີ່​ມີ​ຄວາມ​ທຸກຮ້ອນ ແລະ​ການ​ຮັກສາ​ຕົວ​ໃຫ້​ພົ້ນ​ຈາກ​ການ​ດ່າງພອຍ​ຂອງ​ໂລກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka