ເຢເຣມີຢາ 22:28 - ພຣະຄຳພີສັກສິ28 ຂ້າພະເຈົ້າຖາມວ່າ, “ກະສັດເຢໂຮຍອາກິນຜູ້ນີ້ເປັນດັ່ງໝໍ້ແຕກ ທີ່ຖືກໂຍນຖິ້ມ ແລະບໍ່ມີຜູ້ໃດຕ້ອງການນັ້ນບໍ? ດ້ວຍເຫດນັ້ນ ລາວເອງແລະລູກຂອງລາວຈຶ່ງໄດ້ຖືກຈັບໄປເປັນຊະເລີຍໃນດິນແດນໜຶ່ງ ຊຶ່ງພວກເຂົາບໍ່ຮູ້ຈັກແມ່ນຫລືບໍ່?” Uka jalj uñjjattʼäta |
ພຣະເຈົ້າຢາເວໄດ້ສຳແດງໃຫ້ຂ້າພະເຈົ້າເຫັນໝາກເດື່ອສອງກະຕ່າ ຊຶ່ງວາງໄວ້ຢູ່ຕໍ່ໜ້າພຣະວິຫານຂອງພຣະເຈົ້າຢາເວ. (ເລື່ອງນີ້ໄດ້ເກີດຂຶ້ນ ຫລັງຈາກກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ຈັບເຈົ້າເຢໂຮຍອາກິນລູກຊາຍຂອງເຈົ້າເຢໂຮຍອາກິມ ກະສັດແຫ່ງຢູດາຍຈາກນະຄອນເຢຣູຊາເລັມ ໄປຍັງບາບີໂລນພ້ອມກັບພວກຜູ້ນຳຂອງຢູດາຍ, ພວກຊ່າງສີມື ແລະພວກຄົນງານທີ່ຊຳນິຊຳນານ.)