Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 22:27 - ພຣະຄຳພີສັກສິ

27 ພວກເຈົ້າ​ຢາກ​ຈະ​ເຫັນ​ດິນແດນ​ນີ້​ອີກ ແຕ່​ຈະ​ບໍ່ໄດ້​ກັບຄືນ​ມາ​ອີກ​ຈັກເທື່ອ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 22:27
11 Jak'a apnaqawi uñst'ayäwi  

ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຂໍ​ຊົງ​ໂຜດ​ໃຫ້​ຜູ້ຮັບໃຊ້​ໄດ້​ຊົມຊື່ນ​ຍິນດີ ເພາະ​ຈິດໃຈ​ຂອງ​ຂ້ານ້ອຍ​ຈົດຈໍ່​ໃນ​ພຣະອົງ.


ປະຊາຊົນ​ຢູດາ​ເອີຍ ຢ່າ​ຮ້ອງໄຫ້​ໃຫ້​ກະສັດ​ໂຢສີຢາ ຢ່າ​ໄວ້ທຸກ​ໃຫ້​ແກ່​ການຕາຍ​ຂອງເພິ່ນ​ເລີຍ​ເທາະ ແຕ່​ຈົ່ງ​ຮ້ອງໄຫ້ ແລະ​ອາໄລ​ອາວອນ ໃຫ້​ແກ່​ໂຢອາຮາດ​ລູກຊາຍ​ຂອງ​ເພິ່ນ​ນັ້ນ; ພວກເຂົາ​ໄດ້​ຈັບ​ລາວ​ໄປ​ໂດຍ​ບໍ່​ຫັນ​ກັບຄືນ​ມາ ທັງ​ບໍ່ໄດ້​ເຫັນ​ດິນແດນ​ທີ່​ຕົນ​ໄດ້​ເກີດ.


ພຣະເຈົ້າຢາເວ​ກ່າວ​ກ່ຽວກັບ​ເຈົ້າ​ໂຢອາຮາດ ລູກຊາຍ​ຂອງ​ເຈົ້າ​ໂຢສີຢາ ຜູ້​ທີ່​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ແທນ​ບິດາ​ຂອງຕົນ​ວ່າ ລາວ​ຕ້ອງ​ຈາກ​ທີ່​ນີ້​ໄປ​ໂດຍ​ບໍ່ມີ​ວັນ​ກັບ​ມາ.


ລາວ​ຈະ​ຕາຍ​ໃນ​ປະເທດ​ທີ່​ພວກເຂົາ​ໄດ້​ຈັບ​ເອົາ​ລາວ​ໄປ​ນັ້ນ ແລະ​ຈະ​ບໍ່​ເຫັນ​ດິນແດນ​ນີ້​ອີກ​ຈັກເທື່ອ.


ເຮົາ​ຈະ​ບັງຄັບ​ເຈົ້າ​ກັບ​ແມ່​ຂອງເຈົ້າ​ໃຫ້​ຖືກ​ຈັບ​ໄປ​ຢູ່​ໃນ​ຕ່າງຖິ່ນ. ພວກເຈົ້າ​ຈະ​ໄປ​ຢູ່​ປະເທດ​ໜຶ່ງ​ທີ່​ບໍ່ແມ່ນ​ບ້ານເກີດ​ເມືອງນອນ​ຂອງ​ພວກເຈົ້າ ແລະ​ເຈົ້າ​ທັງສອງ​ຈະ​ຕາຍ​ຢູ່​ທີ່​ນັ້ນ.


ຂ້າພະເຈົ້າ​ຖາມ​ວ່າ, “ກະສັດ​ເຢໂຮຍອາກິນ​ຜູ້​ນີ້​ເປັນ​ດັ່ງ​ໝໍ້​ແຕກ ທີ່​ຖືກ​ໂຍນ​ຖິ້ມ ແລະ​ບໍ່ມີ​ຜູ້ໃດ​ຕ້ອງການ​ນັ້ນ​ບໍ? ດ້ວຍເຫດນັ້ນ ລາວ​ເອງ​ແລະ​ລູກ​ຂອງ​ລາວ​ຈຶ່ງ​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ດິນແດນ​ໜຶ່ງ ຊຶ່ງ​ພວກເຂົາ​ບໍ່​ຮູ້ຈັກ​ແມ່ນ​ຫລືບໍ່?”


ເຮົາ​ຈະ​ນຳ​ເຢໂຮຍອາກິນ ລູກຊາຍ​ຂອງ​ເຢໂຮຍອາກິມ​ຜູ້​ເປັນ​ກະສັດ​ແຫ່ງ​ຢູດາຍ ທີ່​ໄດ້​ຖືກ​ຈັບ​ໄປ​ບາບີໂລນ​ພ້ອມກັບ​ປະຊາຊົນ​ຢູດາຍ​ນັ້ນ​ກັບຄືນ​ມາ​ຄືກັນ. ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ທຳລາຍ​ການ​ຢູ່ໃຕ້​ບັງຄັບ​ຂອງ​ກະສັດ​ແຫ່ງ​ບາບີໂລນ.”


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, ‘ເຮົາ​ໂກດຮ້າຍ​ແລະ​ໂກດ​ເຄືອງ​ຊາວ​ນະຄອນ​ເຢຣູຊາເລັມ​ສັນໃດ ເຮົາ​ກໍ​ຈະ​ໂກດ​ເຄືອງ​ພວກເຈົ້າ​ສັນນັ້ນ ຖ້າ​ພວກເຈົ້າ​ໄປ​ປະເທດ​ເອຢິບ. ພວກເຈົ້າ​ຕ່າງ​ກໍ​ຈະ​ເປັນ​ເປົ້າ​ສາຍຕາ​ອັນ​ໜ້າກຽດ​ໜ້າກົວ; ປະຊາຊົນ​ຈະ​ເຍາະເຍີ້ຍ​ພວກເຈົ້າ ແລະ​ໃຊ້​ຊື່​ຂອງ​ພວກເຈົ້າ​ເປັນ​ຄຳສາບແຊ່ງ. ພວກເຈົ້າ​ຈະ​ບໍ່​ເຫັນ​ບ່ອນ​ນີ້​ອີກ​ຕໍ່ໄປ​ຈັກເທື່ອ.’


ຈະ​ບໍ່ມີ​ປະຊາຊົນ​ຢູດາ​ຜູ້ໃດ​ທີ່​ຍັງເຫລືອ​ຢູ່​ນັ້ນ ແລະ​ໄດ້​ມາ​ອາໄສ​ຢູ່​ໃນ​ເອຢິບ​ຈະ​ປົບໜີ​ຫລື​ລອດຊີວິດ​ໄປ​ໄດ້. ບໍ່ມີ​ຈັກ​ຄົນ​ໃນ​ພວກເຂົາ​ຈະ​ໄດ້​ກັບຄືນ​ໄປ​ສູ່​ດິນແດນ​ຢູດາຍ​ອີກ ຄື​ບ່ອນ​ທີ່​ພວກເຂົາ​ຢາກ​ຈະ​ຢູ່​ນັ້ນ. ບໍ່ມີ​ຈັກ​ຄົນ​ຈະ​ໄດ້​ກັບຄືນ​ເມືອ ນອກຈາກ​ຊາວ​ອົບພະຍົບ​ພຽງແຕ່​ໜ້ອຍຄົນ​ເທົ່ານັ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka