26 ເຮົາຈະບັງຄັບເຈົ້າກັບແມ່ຂອງເຈົ້າໃຫ້ຖືກຈັບໄປຢູ່ໃນຕ່າງຖິ່ນ. ພວກເຈົ້າຈະໄປຢູ່ປະເທດໜຶ່ງທີ່ບໍ່ແມ່ນບ້ານເກີດເມືອງນອນຂອງພວກເຈົ້າ ແລະເຈົ້າທັງສອງຈະຕາຍຢູ່ທີ່ນັ້ນ.
ແລ້ວກະສັດເນບູກາດເນັດຊາກໍໄດ້ຈັບເອົາກະສັດເຢໂຮຍອາກິນ ໄປເປັນຊະເລີຍທີ່ນະຄອນບາບີໂລນພ້ອມທັງແມ່ຂອງເພິ່ນ, ພວກເມຍ, ພວກຂ້າຣາຊການ ແລະບັນດາຊົນຊັ້ນຜູ້ມີຄວາມຮູ້ສູງຂອງຢູດາຍ.
ເຈົ້າເຢໂຮຍອາກິນໄດ້ຂຶ້ນເປັນກະສັດແຫ່ງຢູດາຍເມື່ອເພິ່ນອາຍຸໄດ້ສິບແປດປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາສາມເດືອນ. ແມ່ຂອງເພິ່ນຊື່ວ່າ ເນຮູຊະຕາ ລູກສາວຂອງເອນນາທານຊາວນະຄອນເຢຣູຊາເລັມ.
ໃນປີທີ່ເຈົ້າເອວິນເມໂຣດັກໄດ້ຂຶ້ນເປັນກະສັດແຫ່ງບາບີໂລນນັ້ນ ເພິ່ນໄດ້ສະແດງຄວາມເມດຕາຕໍ່ເຈົ້າເຢໂຮຍອາກິນກະສັດແຫ່ງຢູດາຍ ໂດຍປ່ອຍເພິ່ນອອກຈາກຄຸກ. ເຫດການນີ້ໄດ້ເກີດຂຶ້ນໃນວັນທີຊາວເຈັດຂອງເດືອນສິບສອງ ໃນປີທີສາມສິບເຈັດ ຫລັງຈາກທີ່ກະສັດເຢໂຮຍອາກິນຖືກຈັບໄປເປັນຊະເລີຍ.
ດັ່ງນັ້ນ ກະສັດເຢໂຮຍອາກິນຈຶ່ງໄດ້ຮັບອະນຸຍາດໃຫ້ປ່ຽນເຄື່ອງນຸ່ງນັກໂທດ ແລະໃຫ້ຮັບປະທານອາຫານຮ່ວມໂຕະກັບກະສັດຕະຫລອດຊົ່ວຊີວິດຂອງເພິ່ນ.
ແຕ່ລະວັນ ຕະຫລອດຊົ່ວຊີວິດ ເພິ່ນໄດ້ຮັບເງິນເບ້ຍລ້ຽງເປັນປະຈຳ ຕາມຄວາມຕ້ອງການ.
ເຈົ້າອາດເປັນຄົນສຳຄັນ, ແຕ່ພຣະເຈົ້າຢາເວຈະຈັບເຈົ້າໂຍນຖິ້ມອອກໄປຢ່າງແຮງ.
ເພາະພຣະເຈົ້າຢາເວກ່າວດັ່ງນີ້ວ່າ, “ເຮົາກຳລັງຈະໂຍນພວກເຈົ້າອອກໄປຈາກດິນແດນນີ້; ເຮົາກຳລັງຈະຢຽບຢໍ່າພວກເຈົ້າລົງ ຈົນບໍ່ມີຜູ້ໃດເຫລືອຢູ່.”
ພຣະເຈົ້າຢາເວກ່າວແກ່ຂ້າພະເຈົ້າວ່າ, “ຈົ່ງບອກກະສັດແລະແມ່ຂອງລາວໃຫ້ລົງຈາກບັນລັງສາ ເພາະມົງກຸດອັນງົດງາມນັ້ນໄດ້ຕົກລົງຈາກຫົວຂອງລາວແລ້ວ.
ສະນັ້ນ ເຮົາຈຶ່ງຈະໂຍນພວກເຈົ້າອອກຈາກດິນແດນນີ້ ເຂົ້າໄປໃນດິນແດນໜຶ່ງ ທີ່ທັງພວກເຈົ້າເອງແລະບັນພະບຸລຸດຂອງພວກເຈົ້າ ບໍ່ເຄີຍຮູ້ຈັກມາກ່ອນ. ຢູ່ໃນທີ່ນັ້ນ ພວກເຈົ້າຈະຮັບໃຊ້ບັນດາພະອື່ນທັງເວັນທັງຄືນ ແລະເຮົາຈະບໍ່ເມດຕາພວກເຈົ້າເລີຍ.”’
ພວກເຈົ້າຢາກຈະເຫັນດິນແດນນີ້ອີກ ແຕ່ຈະບໍ່ໄດ້ກັບຄືນມາອີກຈັກເທື່ອ.”
ເຮົາຈະນຳເຢໂຮຍອາກິນ ລູກຊາຍຂອງເຢໂຮຍອາກິມຜູ້ເປັນກະສັດແຫ່ງຢູດາຍ ທີ່ໄດ້ຖືກຈັບໄປບາບີໂລນພ້ອມກັບປະຊາຊົນຢູດາຍນັ້ນກັບຄືນມາຄືກັນ. ພຣະເຈົ້າຢາເວກ່າວວ່າ ເຮົາຈະທຳລາຍການຢູ່ໃຕ້ບັງຄັບຂອງກະສັດແຫ່ງບາບີໂລນ.”
ຂ້າພະເຈົ້າໄດ້ຂຽນຈົດໝາຍນີ້ ຫລັງຈາກທີ່ກະສັດເຢໂຮຍອາກິນ, ມານດາຂອງເພິ່ນ, ບັນດາຂ້າຣາຊການໃນວັງ, ພວກເຈົ້ານາຍຂອງຢູດາຍ ແລະຂອງນະຄອນເຢຣູຊາເລັມ, ພວກຊ່າງສີມື ແລະພວກກຳມະກອນທີ່ຊຳນິຊຳນານໄດ້ຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ.
ຈະບໍ່ມີປະຊາຊົນຢູດາຜູ້ໃດທີ່ຍັງເຫລືອຢູ່ນັ້ນ ແລະໄດ້ມາອາໄສຢູ່ໃນເອຢິບຈະປົບໜີຫລືລອດຊີວິດໄປໄດ້. ບໍ່ມີຈັກຄົນໃນພວກເຂົາຈະໄດ້ກັບຄືນໄປສູ່ດິນແດນຢູດາຍອີກ ຄືບ່ອນທີ່ພວກເຂົາຢາກຈະຢູ່ນັ້ນ. ບໍ່ມີຈັກຄົນຈະໄດ້ກັບຄືນເມືອ ນອກຈາກຊາວອົບພະຍົບພຽງແຕ່ໜ້ອຍຄົນເທົ່ານັ້ນ.”