ເຢເຣມີຢາ 22:24 - ພຣະຄຳພີສັກສິ24 ພຣະເຈົ້າຢາເວໄດ້ກ່າວຕໍ່ເຈົ້າເຢໂຮຍອາກິນ ລູກຊາຍຂອງກະສັດເຢໂຮຍອາກິມແຫ່ງຢູດາຍວ່າ, “ເຮົາເປັນພຣະເຈົ້າອົງຊົງພຣະຊົນຢູ່ຢ່າງແນ່ແທ້ສັນໃດ ເຖິງແມ່ນເຈົ້າເປັນແຫວນສຸບຢູ່ໃນມືຂວາຂອງເຮົາ ເຮົາກໍຈະດຶງເຈົ້າອອກໄປສັນນັ້ນ Uka jalj uñjjattʼäta |
ພຣະເຈົ້າຢາເວໄດ້ສຳແດງໃຫ້ຂ້າພະເຈົ້າເຫັນໝາກເດື່ອສອງກະຕ່າ ຊຶ່ງວາງໄວ້ຢູ່ຕໍ່ໜ້າພຣະວິຫານຂອງພຣະເຈົ້າຢາເວ. (ເລື່ອງນີ້ໄດ້ເກີດຂຶ້ນ ຫລັງຈາກກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ຈັບເຈົ້າເຢໂຮຍອາກິນລູກຊາຍຂອງເຈົ້າເຢໂຮຍອາກິມ ກະສັດແຫ່ງຢູດາຍຈາກນະຄອນເຢຣູຊາເລັມ ໄປຍັງບາບີໂລນພ້ອມກັບພວກຜູ້ນຳຂອງຢູດາຍ, ພວກຊ່າງສີມື ແລະພວກຄົນງານທີ່ຊຳນິຊຳນານ.)
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວວ່າ, “ໃນວັນນັ້ນ ເຮົາຈະເອົາເຈົ້າ ເຊຣຸບບາເບນລູກຊາຍຂອງເຊອານຕີເອນຜູ້ເປັນຄົນຮັບໃຊ້ຂອງເຮົາ ແລະພຣະເຈົ້າຢາເວກ່າວວ່າ ເຮົາຈະໃຫ້ເຈົ້າຂຶ້ນເປັນຜູ້ປົກຄອງໃນນາມຂອງເຮົາ. ເຈົ້າແມ່ນຜູ້ທີ່ເຮົາໄດ້ເລືອກໄວ້.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫລະ.