23 ພວກເຈົ້າພັກຜ່ອນຢູ່ທ່າມກາງກົກແປກທັງຫລາຍ ຊຶ່ງໄດ້ຖືກນຳມາຈາກເລບານອນພຸ້ນ; ແຕ່ເມື່ອຖືກເຈັບປວດ ພວກເຈົ້າຈະໜ້າສົງສານສໍ່າໃດ ເຈັບປວດໜັກໜ່ວງດັ່ງຜູ້ຍິງກຳລັງຈະຄອດລູກ.
ນະຄອນເຢຣູຊາເລັມເອີຍ ເຈົ້າຕັ້ງຢູ່ ສູງເດັ່ນເໜືອຮ່ອມພູທັງຫລາຍ ດັ່ງໂງ່ນຫີນສູງເດັ່ນໃນທ່າມກາງທົ່ງພຽງ, ແຕ່ເຮົາຈະຕໍ່ສູ້ເຈົ້າ. ພຣະເຈົ້າຢາເວກ່າວດັ່ງນີ້: ເຈົ້າເວົ້າວ່າ, ບໍ່ມີຜູ້ໃດໂຈມຕີເຈົ້າ ຫລືຕີທີ່ປ້ອງກັນຂອງເຈົ້າໄດ້.
ພຣະເຈົ້າຢາເວກ່າວເຖິງເຊື້ອສາຍຂອງກະສັດແຫ່ງຢູດາຍວ່າ, “ເຖິງແມ່ນເຮົາເຫັນວ່າ ວັງຂອງກະສັດແຫ່ງຢູດາຍງົດງາມ ເທົ່າກັບດິນແດນກີເລອາດ ແລະພູຂອງເລບານອນກໍຕາມ; ແຕ່ເຮົາກໍຈະເຮັດໃຫ້ເປັນບ່ອນຮົກຮ້າງຫວ່າງເປົ່າທີ່ບໍ່ມີຜູ້ໃດອາໄສຢູ່.
ມີສຽງໜຶ່ງດັງຂຶ້ນເທິງທີ່ສູງທັງຫລາຍ ປະຊາຊົນອິດສະຣາເອນກຳລັງຮ້ອງໄຫ້ ແລະວອນຂໍ ເພາະພວກເຂົາໄດ້ໃຊ້ຊີວິດໃນການບາບຂອງພວກເຂົາ ແລະລືມໄລພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ.
ປະຊາຊົນທີ່ອາໄສຢູ່ໃນໂມອາບເອີຍ ຈົ່ງໜີອອກຈາກເມືອງຂອງພວກເຈົ້າເຖີດ ຈົ່ງໄປອາໄສຢູ່ຕາມໜ້າຜາສາ ຈົ່ງເຮັດຄືນົກກາງແກທີ່ເຮັດຮັງຂອງຕົນຢູ່ກາງພູບ່ອນທີ່ມີເງີບຜາ.
ການອວດດີຂອງເຈົ້ານັ້ນໄດ້ຫລອກລວງເຈົ້າເອງ. ບໍ່ມີຜູ້ໃດຢ້ານກົວເຈົ້າດັ່ງທີ່ເຈົ້າໄດ້ຄິດໄວ້. ເຖິງແມ່ນວ່າເຈົ້າຕັ້ງຢູ່ເທິງຫີນຜາສູງ ຄືຢູ່ເທິງຈອມພູກໍຕາມ; ແຕ່ເຖິງແມ່ນວ່າເຈົ້າບິນສູງດັ່ງນົກອິນຊີກໍດີ ອົງພຣະຜູ້ເປັນເຈົ້າກໍຈະດຶງເຈົ້າລົງມາ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ປະຊາຊົນອິດສະຣາເອນເວົ້າວ່າ, “ພໍພວກເຮົາໄດ້ຍິນຂ່າວຂອງເສິກ ມືຂອງພວກເຮົາກໍອ່ອນເພຍລົງ; ພວກເຮົາເປັນທຸກໃຈຫລາຍ ແລະເຈັບປວດໜັກ ເໝືອນດັ່ງແມ່ຍິງທີ່ກຳລັງຈະອອກລູກ.
ໃຫ້ຊາວອິດສະຣາເອນຟັງວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກຳລັງກ່າວແກ່ພວກເຂົາດັ່ງນີ້: ຍັງມີນົກອິນຊີໃຫຍ່ໂຕໜຶ່ງ ຊຶ່ງມີຂົນງາມ ແລະປີກກໍໃຫຍ່ທັງພືອອກໄດ້ກວ້າງດ້ວຍ. ມັນໄດ້ບິນໄປທີ່ພູເຂົາເລບານອນ ແລະຫັກເອົາຍອດຂອງໄມ້ແປກຕົ້ນໜຶ່ງ
ເຮົາຈະປະຖິ້ມປະຊາຊົນຂອງເຮົາຍ້ອນການບາບຂອງພວກເຂົາ ຈົນກວ່າພວກເຂົາໄດ້ທົນທຸກທໍລະມານພຽງພໍ ແລະມາຊອກສະແຫວງຫາເຮົາ. ແລ້ວບາງທີຍ້ອນຄວາມທຸກທໍລະມານນັ້ນ ພວກເຂົາຈະພະຍາຍາມຊອກຫາເຮົາກໍໄດ້.”
ພວກເຂົາບໍ່ໄດ້ພາວັນນາອະທິຖານຫາເຮົາດ້ວຍຄວາມຈິງໃຈ; ແຕ່ໄດ້ນອນລົງແລະຮ້ອງໄຫ້ຄໍ່າຄວນດັ່ງຄົນບໍ່ນັບຖືພຣະເຈົ້າ. ເມື່ອພາວັນນາອະທິຖານຂໍເຂົ້າສາລີແລະເຫຼົ້າອະງຸ່ນນັ້ນ ພວກເຂົາກໍປາດເນື້ອເຖືອໜັງຕົນເອງ ຄືກັບຄົນບໍ່ນັບຖື. ພວກເຂົາເປັນກະບົດຕໍ່ເຮົາ.
ເຖິງແມ່ນວ່າ ພວກເຂົາຈະຂຸດຊ່ອງທາງໄປສູ່ພິພົບຄົນຕາຍ ເຮົາກໍຈະໄລ່ຈັບພວກເຂົາໃຫ້ທັນ. ຖ້າພວກເຂົາປີນຂຶ້ນເມືອສະຫວັນ ເຮົາກໍຈະດຶງພວກເຂົາລົງມາ.
ເຖິງວ່າເຈົ້ານັ້ນສ້າງເຮືອນຂອງເຈົ້າຂຶ້ນມາ ສູງເທົ່າກັບຮັງຂອງນົກອິນຊີກໍຕາມ ເພື່ອໃຫ້ປາກົດເຫັນຄືວ່າຢູ່ທ່າມກາງດວງດາວ ເຖິງຢ່າງນັ້ນກໍຕາມ ເຮົາຈະດືງເຈົ້າລົງໃຫ້ໄດ້.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ເຄາະກຳເປັນຂອງພວກເຈົ້າສາແລ້ວ ຜູ້ທີ່ໄດ້ເຮັດໃຫ້ຄອບຄົວຂອງພວກຕົນຮັ່ງມີເປັນດີ ດ້ວຍສິ່ງທີ່ພວກເຈົ້າຢຶດມາໄດ້ດ້ວຍການຂ້າທາລຸນຄົນອື່ນ ແລະດ້ວຍການພະຍາຍາມເຮັດໃຫ້ຄອບຄົວຂອງຕົນເອງຢູ່ຢ່າງປອດໄພຈາກການທຳຮ້າຍ ແລະຈາກອັນຕະລາຍ
ໃນນິມິດນັ້ນບາລາອາມຍັງໄດ້ເຫັນຊາວເກນິດ ແລ້ວເພິ່ນກໍທຳນວາຍດັ່ງນີ້: “ບ່ອນທີ່ພວກທ່ານຢູ່ນີ້ ໜາແໜ້ນປອດໄພດີ; ປອດໄພເໝືອນຮັງນົກ ທີ່ງອຍຢູ່ເທິງໜ້າຜາພຸ້ນ.