Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 22:20 - ພຣະຄຳພີສັກສິ

20 ຈົ່ງ​ໄປ​ທີ່​ເລບານອນ ແລະ​ໂຮຮ້ອງ ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ໄປ​ທີ່​ດິນແດນ​ບາຊານ ແລະ​ຮ້ອງໄຫ້​ສາ​ເຖີດ; ຈົ່ງ​ຄວນຄາງ​ມາ​ຈາກ​ຕັ້ງແຕ່​ພູ​ອາບາຣິມ​ໄປ ເພາະ​ພັນທະມິດ​ຂອງ​ພວກເຈົ້າ​ທັງໝົດ​ພ່າຍແພ້.

Uka jalj uñjjattʼäta Copia luraña




ເຢເຣມີຢາ 22:20
22 Jak'a apnaqawi uñst'ayäwi  

ກະສັດ​ເອຢິບ​ບໍ່ໄດ້​ຍົກທັບ​ຂອງ​ເພິ່ນ​ອອກ​ຈາກ​ປະເທດ​ເອຢິບ​ອີກ ເພາະ​ດຽວ​ນີ້​ກະສັດ​ແຫ່ງ​ບາບີໂລນ​ໄດ້​ຄອບຄອງ​ເຂດແດນ​ທັງໝົດ​ທີ່​ເຄີຍ​ເປັນ​ຂອງ​ປະເທດ​ເອຢິບ ຕັ້ງແຕ່​ແມ່ນໍ້າ​ເອີຟຣັດ​ຈົນເຖິງ​ຊາຍແດນ​ເຂດເໜືອ​ຂອງ​ປະເທດ​ເອຢິບ.


ເມື່ອ​ພວກເຈົ້າ​ຮ້ອງ​ຫາ​ໃຫ້​ຊ່ວຍເຫລືອ ຈົ່ງ​ໃຫ້​ບັນດາ​ຮູບພະ​ຂອງ​ພວກເຈົ້າ​ຊ່ວຍເຫລືອ​ພວກເຈົ້າ​ສາ ລົມພະຍຸ​ພັດ​ມາ​ພຽງ​ເທື່ອດຽວ​ກໍ​ຈະ​ກວາດ​ເອົາ​ບັນດາ​ຮູບພະ​ເຫຼົ່ານີ້​ໄປ​ໝົດ ແຕ່​ພວກ​ທີ່​ໄວ້ວາງໃຈ​ໃນ​ເຮົາ​ຈະ​ອາໄສ​ຢູ່​ໃນ​ດິນແດນ ແລະ​ຈະ​ນະມັດສະການ​ເຮົາ​ຢູ່​ໃນ​ພຣະວິຫານ​ຂອງເຮົາ.”


ອິດສະຣາເອນ​ເອີຍ ຢ່າ​ໃຫ້​ຕີນ​ເຈົ້າ​ເມື່ອຍລ້າ ຫລື​ຢ່າ​ປ່ອຍ​ໃຫ້​ລຳຄໍ​ເຈົ້າ​ແຫ້ງ​ລ້າໆ ໂດຍ​ແລ່ນ​ຕາມ​ພະອື່ນ ແລະ​ເວົ້າ​ວ່າ, ‘ຂ້ອຍ​ບໍ່​ຄືນ​ເມືອ ເພາະ​ຂ້ອຍ​ຮັກ​ພະ​ຕ່າງຊາດ​ຫລາຍ​ຈຶ່ງ​ຕາມ​ໄປ​ບໍ່​ຂາດ.”’


ເຈົ້າ​ໄດ້​ຕີ​ລາຄາ​ເຈົ້າເອງ​ຢ່າງ​ຕໍ່າໆ ໂດຍ​ຫັນໄປ​ຫາ​ບັນດາ​ພະ​ຂອງ​ຊົນຊາດ​ອື່ນໆ. ເອຢິບ​ຈະ​ເຮັດ​ໃຫ້​ເຈົ້າ​ຜິດຫວັງ ດັ່ງ​ອັດຊີເຣຍ​ໄດ້​ເຮັດ​ໃຫ້​ເຈົ້າ​ຜິດຫວັງ​ມາ​ແລ້ວ.


ເຈົ້າ​ຈະ​ອວ່າຍໜ້າ​ໜີ​ຈາກ​ເອຢິບ​ຢ່າງ​ອັບອາຍ​ຈົນ​ແນມເບິ່ງ​ຜູ້ໃດ​ບໍ່ໄດ້. ພຣະເຈົ້າຢາເວ​ໄດ້​ປະຖິ້ມ​ພວກ​ທີ່​ເຈົ້າ​ໄວ້ວາງໃຈ; ເຈົ້າ​ຈະ​ບໍ່ໄດ້​ຫຍັງ​ຈາກ​ພວກເຂົາ​ເລີຍ.”


ພວກ​ຜູ້ນຳ​ຂອງ​ພວກເຈົ້າ​ຈະ​ຖືກ​ລົມ​ພັດ​ໃຫ້​ໜີໄປ ພັນທະມິດ​ຂອງ​ພວກເຈົ້າ​ໄດ້​ຖືກ​ຈັບ​ເປັນ​ຊະເລີຍ​ດ້ວຍ. ນະຄອນ​ກໍ​ເປັນ​ມົນທິນ​ແລະ​ໄດ້​ຖືກ​ອັບອາຍ ເພາະ​ສິ່ງ​ຊົ່ວຊ້າ​ທັງຫລາຍ​ທີ່​ພວກເຈົ້າ​ໄດ້​ເຮັດ​ນັ້ນ.


‘ເຮົາ​ຈະ​ເອີ້ນ​ເອົາ​ຊົນຊາດ​ທັງໝົດ​ຈາກ​ທາງ​ທິດເໜືອ​ມາ ພ້ອມ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ຜູ້ຮັບໃຊ້​ຂອງເຮົາ. ເຮົາ​ຈະ​ນຳ​ພວກເຂົາ​ໄປ​ຕໍ່ສູ້​ອານາຈັກ​ຢູດາຍ​ພ້ອມ​ກັບ​ພົນລະເມືອງ​ທັງໝົດ ແລະ​ຕໍ່ສູ້​ປະເທດ​ໃກ້ຄຽງ​ທັງໝົດ​ດ້ວຍ. ເຮົາ​ຈະ​ທຳລາຍ​ປະເທດ​ນີ້ ແລະ​ປະເທດ​ໃກ້ຄຽງ​ທັງຫລາຍ​ໃຫ້​ຮົກຮ້າງ​ເພພັງ​ຕະຫລອດໄປ ຊຶ່ງ​ຈະ​ເປັນ​ສະພາບ​ຕົກ​ສະທ້ານ​ຢ້ານກົວ​ໃຈ​ຫລາຍ​ເມື່ອ​ໄດ້​ພົບເຫັນ. ເຮົາ​ຄື​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


“ຖ້າ​ຊາຍ​ຜູ້ໜຶ່ງ​ປະ​ເມຍ​ຂອງຕົນ ແລະ​ນາງ​ໜີ​ຈາກ​ລາວ​ໄປ​ເປັນ​ເມຍ​ຂອງ​ຊາຍ​ອື່ນ ລາວ​ກໍ​ເອົາ​ນາງ​ກັບຄືນ​ມາ​ບໍ່ໄດ້​ອີກ. ເລື່ອງ​ແບບ​ນີ້​ເຮັດ​ໃຫ້​ດິນແດນ​ເປັນ​ມົນທິນ​ຢ່າງ​ໝົດສິ້ນ. ແຕ່​ຊາດ​ອິດສະຣາເອນ​ເອີຍ ເຈົ້າ​ມີ​ຄູ່ຮັກ​ຫລາຍ​ຄົນ ແລະ​ບັດນີ້ ພັດ​ຢາກ​ກັບຄືນ​ມາ​ຫາ​ເຮົາ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ເຖິງ​ຄາວ​ເຄາະກຳ​ສາ​ແລ້ວ ນະຄອນ​ເຢຣູຊາເລັມ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ນຸ່ງ​ເຄື່ອງ​ສີແດງແຈດ​ເຊັ່ນນັ້ນ? ເປັນຫຍັງ​ເຈົ້າ​ຈຶ່ງ​ໃສ່​ເຄື່ອງເອ້ ແຕ້ມຄິ້ວ​ແຕ້ມ​ຕາ? ເຈົ້າ​ຕົບແຕ່ງ​ໃຫ້​ງາມ​ໂດຍ​ບໍ່ມີ​ປະໂຫຍດ ຄູ່ຮັກ​ຂອງເຈົ້າ​ນັ້ນ​ໄດ້​ປະຖິ້ມ​ເຈົ້າ​ໄປ​ແລ້ວ​ເດ ແລະ​ລາວ​ຍັງ​ຢາກ​ຈະ​ຂ້າ​ເຈົ້າ​ຖິ້ມ​ຊໍ້າ.


ຂ້ອຍ​ໄດ້​ເອີ້ນ​ຫາ​ໝູ່ເພື່ອນ​ທີ່​ເຄີຍ​ຮັກແພງ​ກັນ ແຕ່​ພວກເຂົາ​ບໍ່​ຍອມ​ໃຫ້​ຄວາມ​ຊ່ວຍເຫລືອ​ແກ່​ຂ້ອຍ. ພວກ​ປະໂຣຫິດ​ແລະ​ຜູ້ນຳ​ກໍ​ລົ້ມຕາຍ​ຢູ່​ໃນ​ເມືອງ ຂະນະທີ່​ພວກເຂົາ​ຊອກ​ຫາ​ອາຫານ​ກິນ​ໃຫ້​ມີ​ຊີວິດ​ຢູ່.


ນາງ​ຈຶ່ງ​ຮ້ອງໄຫ້​ຕະຫລອດ​ທັງຄືນ ນໍ້າຕາ​ຫລັ່ງໄຫລ​ຖ້ວມ​ລົງ​ອາບ​ແກ້ມ. ເພື່ອນຝູງ​ໃນ​ອະດີດ​ກໍ​ບໍ່​ເຫຼືອ​ເພື່ອ​ປອບໃຈ ບັດນີ້ ພັນທະມິດ​ຕ່າງ​ກໍ​ຫັກ​ຫລັງ​ຕໍ່ສູ້​ນາງ​ແລ້ວ.


ບັດນີ້​ໂອໂຮລີບາ​ເອີຍ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ເຈົ້າ​ໄດ້​ເບື່ອໜ່າຍ​ຕໍ່​ຄູ່ຮັກ​ເຫຼົ່ານີ້​ຂອງ​ເຈົ້າ ແຕ່​ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ໂກດຮ້າຍ​ເຈົ້າ ແລະ​ນຳ​ພວກເຂົາ​ໄປ​ປິດລ້ອມ​ເຈົ້າ​ໄວ້.


ສະນັ້ນ ເຮົາ​ຈຶ່ງ​ມອບ​ນາງ​ໃຫ້​ແກ່​ຄູ່ຮັກ​ຂອງ​ນາງ ຄື​ຊາວ​ອັດຊີເຣຍ ທີ່​ນາງ​ຕ້ອງການ​ຫລາຍ​ທີ່ສຸດ​ນັ້ນ.


ພວກເຂົາ​ໄດ້​ຕົ້ນກໍ່​ມາ​ຈາກ​ບາຊານ​ເຮັດ​ໄມ້​ພາຍ ໄດ້​ໄມ້​ສົນ​ຈາກ​ໄຊປຣັດ​ເຮັດ​ຂົວ​ເຮືອ​ຂັດ​ງາ​ຊ້າງ.


ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ຈົ່ງ​ຂຶ້ນ​ໄປ​ເທິງ​ພູ​ອາບາຣິມ ແລະ ຈົ່ງ​ແນມ​ເບິ່ງ​ດິນແດນ​ທີ່​ເຮົາ​ຈະ​ມອບ​ໃຫ້​ຊາວ​ອິດສະຣາເອນ.


“ຈົ່ງ​ຂຶ້ນ​ໄປ​ເທິງ​ພູເຂົາ​ອາບາຣິມ​ໃນ​ດິນແດນ​ໂມອາບ ຊຶ່ງ​ຢູ່​ກົງກັນຂ້າມ​ກັບ​ເມືອງ​ເຢຣິໂກ ຈົ່ງ​ປີນ​ຂຶ້ນ​ໄປ​ໃຫ້​ຈົນເຖິງ​ຍອດ​ພູເຂົາ​ເນໂບ ແລະ​ຫລຽວ​ເບິ່ງ​ດິນແດນ​ການາອານ ຊຶ່ງ​ເຮົາ​ກຳລັງ​ຈະ​ມອບ​ໃຫ້​ປະຊາຊົນ​ອິດສະຣາເອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka