Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 22:18 - ພຣະຄຳພີສັກສິ

18 ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ເຖິງ​ເຈົ້າ​ເຢໂຮຍອາກິມ​ລູກຊາຍ​ຂອງ​ເຈົ້າ​ໂຢສີຢາ​ກະສັດ​ແຫ່ງ​ຢູດາຍ​ວ່າ, “ບໍ່ມີ​ຜູ້ໃດ​ຈະ​ໄວ້ທຸກ​ໃຫ້​ແກ່​ການຕາຍ​ຂອງ​ລາວ ຫລື​ເວົ້າ​ວ່າ, ‘ເພື່ອນ​ເອີຍ ເປັນ​ຕາຢ້ານ​ແທ້ໆ’ ບໍ່ມີ​ຜູ້ໃດ​ຈະ​ຮ້ອງໄຫ້​ໃຫ້​ແກ່​ລາວ​ເລີຍ​ວ່າ ‘ນາຍເຈົ້າເອີຍ ກະສັດ​ຂອງ​ຂ້ານ້ອຍ.’

Uka jalj uñjjattʼäta Copia luraña




ເຢເຣມີຢາ 22:18
17 Jak'a apnaqawi uñst'ayäwi  

ຂ້ອຍ​ຮ້ອງໄຫ້​ຫາ​ເຈົ້າ​ອ້າຍ​ໂຢນາທານ​ເອີຍ ເຈົ້າ​ເປັນ​ທີ່ຮັກ​ແພງ​ຂອງຂ້ອຍ​ຫລາຍ​ແທ້ໆ ຄວາມຮັກ​ທີ່​ເຈົ້າ​ມີ​ແກ່​ຂ້ອຍ​ຊ່າງ​ປະເສີດ​ຫລາຍ ເໜືອກວ່າ​ຄວາມຮັກ​ໃດໆ​ທີ່​ມີ​ຕໍ່​ຜູ້ຍິງ​ເສຍ​ອີກ.


ເພິ່ນ​ຝັງ​ໃສ່​ຂຸມຝັງສົບ​ປະຈຳ​ຄອບຄົວ​ຂອງ​ເພິ່ນ​ເອງ. ແລ້ວ​ເພິ່ນ​ກັບ​ພວກ​ລູກຊາຍ​ກໍ​ໄວ້ທຸກ​ໃຫ້ ແລະ​ກ່າວ​ລຳພັນ​ວ່າ, “ນ້ອງຊາຍ​ຂອງຂ້ອຍ​ເອີຍ ນ້ອງຊາຍ​ຂອງຂ້ອຍ​ເອີຍ!”


ເຈົ້າ​ເຢໂຮຍອາກິມ​ເປັນ​ກະສັດ​ແຫ່ງ​ຢູດາຍ ເມື່ອ​ເພິ່ນ​ອາຍຸ​ໄດ້​ຊາວຫ້າ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສິບເອັດ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ ເຊບີດາ ລູກສາວ​ຂອງ​ເປດາອີຢາ​ຊາວ​ເມືອງ​ຣູມາ.


ເພິ່ນ​ຍ້າຍ​ຮູບ​ເຈົ້າແມ່​ອາເຊຣາ​ອອກ​ຈາກ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ເອົາ​ໄປ​ໄວ້​ນອກ​ນະຄອນ​ເຢຣູຊາເລັມ, ທີ່​ຮ່ອມພູ​ກິດໂຣນ, ຈູດ​ເຜົາ​ມັນ​ທີ່​ຮ່ອມພູ​ກິດໂຣນ, ບົດ​ໃຫ້​ໝຸ່ນ​ເປັນ​ຂີ້ເຖົ່າ ແລະ​ໂຮຍ​ໃສ່​ຕາມ​ບ່ອນ​ຝັງສົບ.


ກະສັດ​ເຢໂຮຍອາກິມ​ໄດ້​ຕາຍໄປ; ແລ້ວ​ເຈົ້າ​ເຢໂຮຍອາກິນ ລູກຊາຍ​ຂອງ​ເພິ່ນ​ກໍໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.


ໂຢສີຢາ​ມີ​ລູກຊາຍ​ສີ່​ຄົນ​ຕາມ​ລຳດັບ​ອາຍຸ ມີ​ດັ່ງນີ້: ໂຢຮານັນ, ເຢໂຮຍອາກິມ, ເຊເດກີຢາ ແລະ​ຊານລູມ.


ຜູ້ທຳນວາຍ​ເຢເຣມີຢາ​ໄດ້​ປະພັນ​ບົດເພງ​ໄວ້​ອາໄລ​ອາວອນ​ສຳລັບ​ກະສັດ​ໂຢສີຢາ. ຕໍ່ມາ ໄດ້​ກາຍເປັນ​ປະເພນີ​ໃນ​ປະເທດ​ອິດສະຣາເອນ ທີ່​ທັງ​ຊາຍ​ແລະ​ຍິງ​ຈະ​ໃຊ້​ເພງ​ນີ້ ເມື່ອ​ພວກຕົນ​ໄວ້ທຸກ​ໃຫ້​ແກ່​ເພິ່ນ. ເພງ​ນີ້​ມີ​ຢູ່​ໃນ​ຊຸດ​ຂອງ​ເພງ​ອາໄລ​ອາວອນ.


ເຈົ້າ​ເຢໂຮຍອາກິມ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ເມື່ອ​ເພິ່ນ​ອາຍຸ​ຊາວຫ້າ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສິບເອັດ​ປີ. ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ.


ພວກເຂົາ​ຈະ​ຕາຍ​ດ້ວຍ​ການ​ເຈັບໄຂ້​ໄດ້ປ່ວຍ​ໜັກ ແລະ​ຈະ​ບໍ່ມີ​ຜູ້ໃດ​ໄວ້ທຸກ​ໃຫ້​ພວກເຂົາ ແລະ​ຝັງ​ພວກເຂົາ​ໄວ້. ຊາກສົບ​ຂອງ​ພວກເຂົາ​ຈະ​ຢຽດຢາຍ​ດັ່ງ​ກອງຝຸ່ນ​ຢູ່​ຕາມ​ເທິງ​ໜ້າດິນ. ພວກເຂົາ​ຈະ​ຖືກ​ຂ້າ​ໃນ​ສົງຄາມ ຫລື​ຕາຍອຶດ​ຕາຍຢາກ ແລະ​ຊາກສົບ​ຂອງ​ພວກເຂົາ​ຈະ​ເປັນ​ອາຫານ​ສຳລັບ​ຝູງນົກ ແລະ​ຝູງ​ສັດປ່າ.”


ທັງ​ຄົນຮັ່ງມີ​ແລະ​ຄົນ​ຍາກຈົນ​ຈະ​ຕາຍ​ຢູ່​ໃນ​ດິນແດນ​ນີ້ ແຕ່​ບໍ່ມີ​ຜູ້ໃດ​ຈະ​ຝັງ​ພວກເຂົາ​ໄວ້ ແລະ​ໄວ້ທຸກ​ໃຫ້​ພວກເຂົາ. ບໍ່ມີ​ຜູ້ໃດ​ຈະ​ຂີດ​ຕົວ​ເອງ ຫລື​ແຖ​ຫົວ​ສະແດງ​ຄວາມ​ໂສກເສົ້າ​ຂອງຕົນ.


ພຣະເຈົ້າຢາເວ​ໄດ້​ສັ່ງ​ຂ້າພະເຈົ້າ​ໃຫ້​ມອບ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ແກ່​ຣາຊວົງ​ຢູດາ ຄື​ເຊື້ອສາຍ​ຂອງ​ດາວິດ​ວ່າ, “ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກ່າວ, ຈົ່ງ​ໃຫ້​ແຕ່ລະວັນ​ເກີດ​ມີ​ຄວາມ​ຍຸດຕິທຳ, ຈົ່ງ​ປົກປ້ອງ​ຄຸ້ມຄອງ​ຜູ້​ທີ່​ຖືກ​ຕົວະຍົວະ​ຈາກ​ຄົນ​ສໍ້ໂກງ, ຖ້າ​ພວກເຈົ້າ​ບໍ່​ປະຕິບັດ​ຕາມ ຄວາມຊົ່ວ​ທີ່​ພວກເຈົ້າ​ກຳລັງ​ປະພຶດ​ຢູ່​ນີ້ ຈະ​ເຮັດ​ໃຫ້​ຄວາມ​ໂກດຮ້າຍ​ຂອງເຮົາ​ລຸກໄໝ້ ດັ່ງ​ໄຟ​ທີ່​ບໍ່ມີ​ຜູ້ໃດ​ມອດ​ໄດ້.


ປະຊາຊົນ​ຢູດາ​ເອີຍ ຢ່າ​ຮ້ອງໄຫ້​ໃຫ້​ກະສັດ​ໂຢສີຢາ ຢ່າ​ໄວ້ທຸກ​ໃຫ້​ແກ່​ການຕາຍ​ຂອງເພິ່ນ​ເລີຍ​ເທາະ ແຕ່​ຈົ່ງ​ຮ້ອງໄຫ້ ແລະ​ອາໄລ​ອາວອນ ໃຫ້​ແກ່​ໂຢອາຮາດ​ລູກຊາຍ​ຂອງ​ເພິ່ນ​ນັ້ນ; ພວກເຂົາ​ໄດ້​ຈັບ​ລາວ​ໄປ​ໂດຍ​ບໍ່​ຫັນ​ກັບຄືນ​ມາ ທັງ​ບໍ່ໄດ້​ເຫັນ​ດິນແດນ​ທີ່​ຕົນ​ໄດ້​ເກີດ.


ລາວ​ຈະ​ຕາຍ​ໃນ​ປະເທດ​ທີ່​ພວກເຂົາ​ໄດ້​ຈັບ​ເອົາ​ລາວ​ໄປ​ນັ້ນ ແລະ​ຈະ​ບໍ່​ເຫັນ​ດິນແດນ​ນີ້​ອີກ​ຈັກເທື່ອ.


ເຈົ້າ​ຈະ​ຕາຍ​ຢ່າງ​ສັນຕິສຸກ; ປະຊາຊົນ​ເຜົາ​ເຄື່ອງຫອມ​ເມື່ອ​ພວກເຂົາ​ຝັງສົບ​ບັນພະບຸລຸດ​ຂອງ​ເຈົ້າ ຜູ້​ທີ່​ເປັນ​ກະສັດ​ກ່ອນ​ເຈົ້າ​ສັນໃດ; ພວກເຂົາ​ກໍ​ຈະ​ເຜົາ​ເຄື່ອງຫອມ​ໃຫ້​ເຈົ້າ​ສັນນັ້ນ. ພວກເຂົາ​ຈະ​ໄວ້ທຸກ​ໃຫ້​ເຈົ້າ ແລະ​ເວົ້າ​ວ່າ, ‘ໂອ່ຍ ເຈົ້ານາຍ​ເອີຍ!’ ເພາະ​ເຮົາ​ໄດ້​ກ່າວ​ຖ້ອຍຄຳ​ນີ້​ແລ້ວ.” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.


ສະນັ້ນ ບັດນີ້ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ແກ່​ເຢໂຮຍອາກິມ​ວ່າ ເຈົ້າ​ຈະ​ບໍ່ມີ​ເຊື້ອສາຍ​ຄົນໃດ​ຂອງເຈົ້າ​ໄດ້​ປົກຄອງ​ຣາຊອານາຈັກ​ຂອງ​ດາວິດ​ຈັກເທື່ອ. ຊາກສົບ​ຂອງ​ເຈົ້າ​ຈະ​ຖືກ​ໂຍນ​ອອກ​ໄປ ແລະ​ປະ​ໃຫ້​ຕາກ​ແດດ​ຍາມ​ກາງເວັນ ແລະ​ຕາກ​ໝອກ​ຍາມ​ກາງຄືນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka