ເຢເຣມີຢາ 22:17 - ພຣະຄຳພີສັກສິ17 “ແຕ່ເຈົ້າເຫັນແຕ່ຜົນປະໂຫຍດສ່ວນຕົວ ເຈົ້າກົດຂີ່ຢ່າງຮຸນແຮງປະຊາຊົນຂອງເຈົ້າ. ເຈົ້າເຂັ່ນຂ້າຄົນທີ່ບໍ່ມີຄວາມຜິດຫຍັງ.” Uka jalj uñjjattʼäta |
ເຮົາຈະເຮັດຢ່າງນີ້ກໍເພາະວ່າປະຊາຊົນໄດ້ປະຖິ້ມເຮົາ ແລະເຮັດໃຫ້ສະຖານທີ່ນີ້ເປັນມົນທິນ ໂດຍການເຜົາເຄື່ອງບູຊາຖວາຍແກ່ພະອື່ນ ຄືບັນດາພະທີ່ພວກເຂົາເອງແລະບັນພະບຸລຸດຂອງພວກເຂົາ ຕະຫລອດທັງກະສັດແຫ່ງຢູດາຍບໍ່ເຄີຍຮູ້ຈັກມາກ່ອນ. ພວກເຂົາໄດ້ເຮັດໃຫ້ບ່ອນນີ້ເປິເປື້ອນ ເຕັມໄປດ້ວຍເລືອດຂອງຄົນບໍ່ມີຄວາມຜິດ
ໃນຈຳນວນສິ່ງຂອງທີ່ພວກເຮົາຢຶດມາໄດ້ນັ້ນ ຂ້ານ້ອຍໄດ້ເຫັນເສື້ອຄຸມງາມໂຕໜຶ່ງຂອງຊາວບາບີໂລນ ແລະເງິນໜັກປະມານສອງກິໂລກຼາມ ແລະຄຳແທ່ງໜຶ່ງໜັກກວ່າເຄິ່ງກິໂລກຼາມ. ຂ້ານ້ອຍຢາກໄດ້ສິ່ງເຫຼົ່ານັ້ນຫລາຍ ເລີຍໄດ້ເຊື່ອງເອົາໄວ້ ທ່ານຈະພົບສິ່ງເຫຼົ່ານັ້ນ ຝັງໄວ້ຢູ່ໃຕ້ພື້ນດິນໃນຜ້າເຕັນຂອງຂ້ານ້ອຍ ສ່ວນເງິນແມ່ນຢູ່ກ້ອງລຸ່ມນັ້ນ.”