ເຢເຣມີຢາ 22:15 - ພຣະຄຳພີສັກສິ15 ຈະເປັນກະສັດເດັ່ນຍ້ອນມີໄມ້ແປກສ້າງເຮືອນບໍ? ຄືສ້າງຕຶກຫລັງງາມໆກວ່າກະສັດຄົນອື່ນໄດ້ສ້າງ? ພໍ່ຂອງເຈົ້າມີຊີວິດເຕັມດ້ວຍຄວາມຊົມຊື່ນຍິນດີ ຊອບທຳທັງທ່ຽງທຳຈຶ່ງເກີດຜົນດີໃນທຸກສິ່ງ. Uka jalj uñjjattʼäta |
ສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ ພຣະອົງໄດ້ສຳແດງໃຫ້ເຫັນວ່າພຣະອົງພໍໃຈນຳທ່ານຫລາຍທີ່ສຸດ ຈຶ່ງແຕ່ງຕັ້ງທ່ານໃຫ້ເປັນກະສັດແຫ່ງຊາດອິດສະຣາເອນ. ເພາະຄວາມຮັກຂອງພຣະເຈົ້າຢາເວສຳລັບຊາດອິດສະຣາເອນມີຕະຫລອດໄປ ພຣະອົງຈຶ່ງໄດ້ແຕ່ງຕັ້ງທ່ານໃຫ້ເປັນກະສັດຂອງພວກເຂົາ ເພື່ອທ່ານຈະຮັກສາກົດບັນຍັດແລະຄວາມຍຸດຕິທຳໄວ້.”