ເຢເຣມີຢາ 22:14 - ພຣະຄຳພີສັກສິ14 ເຄາະກຳເປັນຂອງຜູ້ທີ່ເວົ້າຈາອອກມາວ່າ, “ຂ້ອຍຈະສ້າງຕຶກໃຫຍ່ຫລາຍຊັ້ນສຳລັບຂ້ອຍ.” ສະນັ້ນ ຈຶ່ງເຮັດຫລາຍປ່ອງຢ້ຽມທີ່ເຮືອນຂອງຕົນ ໃຊ້ໄມ້ແປກແອ້ມຢ່າງດີແລະທາສີແດງດ້ວຍ. Uka jalj uñjjattʼäta |
ຖ້າເຊື້ອສາຍຂອງເອຊາວ ຊາວເອໂດມ ເວົ້າວ່າ, “ຕົວເມືອງຕ່າງໆຂອງພວກເຮົາໄດ້ຖືກທຳລາຍ ແຕ່ພວກເຮົາຈະສ້າງເມືອງເຫຼົ່ານັ້ນຂຶ້ນໃໝ່.” ແລ້ວພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກໍຈະຕອບຄືນວ່າ, “ປ່ອຍໃຫ້ພວກເຂົາສ້າງຂຶ້ນໃໝ່ ແລະເຮົາຈະທຳລາຍລົງອີກ. ປະຊາຊົນຈະເອີ້ນມັນວ່າ, ‘ເມືອງເຄາະຮ້າຍ’ ແລະ ‘ຊົນຊາດທີ່ພຣະເຈົ້າຢາເວໂກດຮ້າຍຕະຫລອດໄປ.”’