ເຢເຣມີຢາ 22:13 - ພຣະຄຳພີສັກສິ13 ເຄາະກຳເປັນຂອງຜູ້ທີ່ສ້າງເຮືອນຕົນຢ່າງບໍ່ຍຸດຕິທຳ ທັງຂະຫຍາຍໃຫ້ກວ້າງຂວາງຢ່າງບໍ່ສັດຊື່; ຄືຜູ້ທີ່ໃຫ້ຄົນອື່ນເຮັດວຽກໂດຍບໍ່ໃຫ້ຄ່າຈ້າງຫຍັງ ທັງບໍ່ຈ່າຍຄ່າແຮງງານໃຫ້ພວກເຂົາອີກດ້ວຍ. Uka jalj uñjjattʼäta |
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ເຮົາຈະມາປາກົດຢູ່ທ່າມກາງພວກເຈົ້າເພື່ອຕັດສິນ ແລະເຮົາຈະເປັນພະຍານຕໍ່ສູ້ພວກທີ່ລົງມືຝຶກເວດມົນຄາຖາ, ຕໍ່ສູ້ພວກທີ່ຫລິ້ນຊູ້ສູ່ຜົວເມຍ, ຕໍ່ສູ້ພວກທີ່ເປັນພະຍານບໍ່ຈິງ, ຕໍ່ສູ້ພວກທີ່ສໍ້ໂກງຄ່າແຮງງານຂອງລູກຈ້າງ, ຕໍ່ສູ້ພວກທີ່ເອົາປຽບແມ່ໝ້າຍ, ເດັກກຳພ້າ ແລະຄົນຕ່າງດ້າວ ຄືຕໍ່ສູ້ທຸກຄົນທີ່ບໍ່ຢຳເກງເຮົາ.”