Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 22:12 - ພຣະຄຳພີສັກສິ

12 ລາວ​ຈະ​ຕາຍ​ໃນ​ປະເທດ​ທີ່​ພວກເຂົາ​ໄດ້​ຈັບ​ເອົາ​ລາວ​ໄປ​ນັ້ນ ແລະ​ຈະ​ບໍ່​ເຫັນ​ດິນແດນ​ນີ້​ອີກ​ຈັກເທື່ອ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 22:12
6 Jak'a apnaqawi uñst'ayäwi  

ໃນ​ລະຫວ່າງ​ທີ່​ກະສັດ​ໂຢສີຢາ​ໄດ້​ເປັນ​ກະສັດ​ຢູ່​ນັ້ນ; ກະສັດ​ເນໂກ ແຫ່ງ​ປະເທດ​ເອຢິບ​ໄດ້​ຍົກທັບ​ໄປ​ສູ່​ແມ່ນໍ້າ​ເອີຟຣັດ ເພື່ອ​ຊ່ວຍ​ກະສັດ​ແຫ່ງ​ອັດຊີເຣຍ. ກະສັດ​ໂຢສີຢາ​ໄດ້​ພະຍາຍາມ​ຢັບຢັ້ງ​ກອງທັບ​ແຫ່ງ​ເອຢິບ​ໄວ້​ທີ່​ເມກິດໂດ ແຕ່​ເພິ່ນ​ໄດ້​ຖືກ​ຂ້າ​ໃນ​ສະໜາມຮົບ.


ກະສັດ​ເນໂກ​ແຕ່ງຕັ້ງ​ເອລີອາກິມ ລູກຊາຍ​ຂອງ​ກະສັດ​ໂຢສີຢາ ໃຫ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ແທນ ແລະ​ທັງ​ໄດ້​ປ່ຽນ​ຊື່​ໃໝ່​ໃຫ້​ລາວ​ວ່າ ເຢໂຮຍອາກິມ. ກະສັດ​ເຢໂຮອາຮາດ​ຖືກ​ນຳຕົວ​ໄປ​ທີ່​ປະເທດ​ເອຢິບ​ໂດຍ​ກະສັດ​ເນໂກ ແລະ​ເພິ່ນ​ໄດ້​ຕາຍ​ຢູ່​ທີ່​ນັ້ນ.


ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ເຖິງ​ເຈົ້າ​ເຢໂຮຍອາກິມ​ລູກຊາຍ​ຂອງ​ເຈົ້າ​ໂຢສີຢາ​ກະສັດ​ແຫ່ງ​ຢູດາຍ​ວ່າ, “ບໍ່ມີ​ຜູ້ໃດ​ຈະ​ໄວ້ທຸກ​ໃຫ້​ແກ່​ການຕາຍ​ຂອງ​ລາວ ຫລື​ເວົ້າ​ວ່າ, ‘ເພື່ອນ​ເອີຍ ເປັນ​ຕາຢ້ານ​ແທ້ໆ’ ບໍ່ມີ​ຜູ້ໃດ​ຈະ​ຮ້ອງໄຫ້​ໃຫ້​ແກ່​ລາວ​ເລີຍ​ວ່າ ‘ນາຍເຈົ້າເອີຍ ກະສັດ​ຂອງ​ຂ້ານ້ອຍ.’


ພວກເຈົ້າ​ຢາກ​ຈະ​ເຫັນ​ດິນແດນ​ນີ້​ອີກ ແຕ່​ຈະ​ບໍ່ໄດ້​ກັບຄືນ​ມາ​ອີກ​ຈັກເທື່ອ.”


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, ‘ເຮົາ​ໂກດຮ້າຍ​ແລະ​ໂກດ​ເຄືອງ​ຊາວ​ນະຄອນ​ເຢຣູຊາເລັມ​ສັນໃດ ເຮົາ​ກໍ​ຈະ​ໂກດ​ເຄືອງ​ພວກເຈົ້າ​ສັນນັ້ນ ຖ້າ​ພວກເຈົ້າ​ໄປ​ປະເທດ​ເອຢິບ. ພວກເຈົ້າ​ຕ່າງ​ກໍ​ຈະ​ເປັນ​ເປົ້າ​ສາຍຕາ​ອັນ​ໜ້າກຽດ​ໜ້າກົວ; ປະຊາຊົນ​ຈະ​ເຍາະເຍີ້ຍ​ພວກເຈົ້າ ແລະ​ໃຊ້​ຊື່​ຂອງ​ພວກເຈົ້າ​ເປັນ​ຄຳສາບແຊ່ງ. ພວກເຈົ້າ​ຈະ​ບໍ່​ເຫັນ​ບ່ອນ​ນີ້​ອີກ​ຕໍ່ໄປ​ຈັກເທື່ອ.’


ພວກເຈົ້າ​ຈະ​ສິ້ນ​ຊີວິດ​ຢູ່​ໃນ​ປະເທດ​ຕ່າງໆ ບ່ອນ​ດິນແດນ​ຂອງ​ສັດຕູ​ຈະ​ກືນກິນ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka