ເຢເຣມີຢາ 22:10 - ພຣະຄຳພີສັກສິ10 ປະຊາຊົນຢູດາເອີຍ ຢ່າຮ້ອງໄຫ້ໃຫ້ກະສັດໂຢສີຢາ ຢ່າໄວ້ທຸກໃຫ້ແກ່ການຕາຍຂອງເພິ່ນເລີຍເທາະ ແຕ່ຈົ່ງຮ້ອງໄຫ້ ແລະອາໄລອາວອນ ໃຫ້ແກ່ໂຢອາຮາດລູກຊາຍຂອງເພິ່ນນັ້ນ; ພວກເຂົາໄດ້ຈັບລາວໄປໂດຍບໍ່ຫັນກັບຄືນມາ ທັງບໍ່ໄດ້ເຫັນດິນແດນທີ່ຕົນໄດ້ເກີດ. Uka jalj uñjjattʼäta |
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ, ‘ເຮົາໂກດຮ້າຍແລະໂກດເຄືອງຊາວນະຄອນເຢຣູຊາເລັມສັນໃດ ເຮົາກໍຈະໂກດເຄືອງພວກເຈົ້າສັນນັ້ນ ຖ້າພວກເຈົ້າໄປປະເທດເອຢິບ. ພວກເຈົ້າຕ່າງກໍຈະເປັນເປົ້າສາຍຕາອັນໜ້າກຽດໜ້າກົວ; ປະຊາຊົນຈະເຍາະເຍີ້ຍພວກເຈົ້າ ແລະໃຊ້ຊື່ຂອງພວກເຈົ້າເປັນຄຳສາບແຊ່ງ. ພວກເຈົ້າຈະບໍ່ເຫັນບ່ອນນີ້ອີກຕໍ່ໄປຈັກເທື່ອ.’