ເຢເຣມີຢາ 22:1 - ພຣະຄຳພີສັກສິ1-2 ພຣະເຈົ້າຢາເວໄດ້ບອກຂ້າພະເຈົ້າໃຫ້ໄປທີ່ວັງຂອງກະສັດແຫ່ງຢູດາຍ ຄືເຊື້ອສາຍຂອງດາວິດ ແລະໃນທີ່ນັ້ນໃຫ້ບອກກະສັດ, ບັນດາຂ້າຣາຊການຂອງເພິ່ນ ແລະຊາວນະຄອນເຢຣູຊາເລັມ ໃຫ້ຟັງຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ກ່າວດັ່ງນີ້: Uka jalj uñjjattʼäta |
ພຣະເຈົ້າຢາເວໄດ້ສັ່ງຂ້າພະເຈົ້າໃຫ້ມອບຖ້ອຍຄຳຂອງພຣະເຈົ້າຢາເວແກ່ຣາຊວົງຢູດາ ຄືເຊື້ອສາຍຂອງດາວິດວ່າ, “ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວກ່າວ, ຈົ່ງໃຫ້ແຕ່ລະວັນເກີດມີຄວາມຍຸດຕິທຳ, ຈົ່ງປົກປ້ອງຄຸ້ມຄອງຜູ້ທີ່ຖືກຕົວະຍົວະຈາກຄົນສໍ້ໂກງ, ຖ້າພວກເຈົ້າບໍ່ປະຕິບັດຕາມ ຄວາມຊົ່ວທີ່ພວກເຈົ້າກຳລັງປະພຶດຢູ່ນີ້ ຈະເຮັດໃຫ້ຄວາມໂກດຮ້າຍຂອງເຮົາລຸກໄໝ້ ດັ່ງໄຟທີ່ບໍ່ມີຜູ້ໃດມອດໄດ້.
“ພວກເຈົ້າຜູ້ເປັນປະໂຣຫິດ ຈົ່ງຟັງເລື່ອງນີ້ ປະຊາຊົນອິດສະຣາເອນ ຈົ່ງລະມັດລະວັງເດີ ພວກເຈົ້າຜູ້ເປັນເຊື້ອວົງຂອງກະສັດ ຈົ່ງຟັງເທີ້ນ ພວກເຈົ້າຄວນຈະຕັດສິນຢ່າງຍຸດຕິທຳ ບໍ່ດັ່ງນັ້ນແລ້ວ ການຕັດສິນກໍຈະຕົກຖືກພວກເຈົ້າ. ພວກເຈົ້າໄດ້ກາຍເປັນດັ່ງແຮ້ວທີ່ເມືອງມີຊະປາ ເປັນດັ່ງຕະຂ່າຍທີ່ກາງຢູ່ເທິງພູຕາໂບ