ເຢເຣມີຢາ 21:6 - ພຣະຄຳພີສັກສິ6 ເຮົາຈະຂ້າທຸກໆຄົນທີ່ຢູ່ໃນເມືອງນີ້; ບໍ່ວ່າຄົນຫລືສັດກໍຕາມ ຈະຕາຍດ້ວຍໂຣກອັນຮ້າຍແຮງເຊັ່ນດຽວກັນ. Uka jalj uñjjattʼäta |
ພຣະເຈົ້າຢາເວເອງໄດ້ກ່າວວ່າ, ‘ເຮົາຈະເຮັດໃຫ້ເຈົ້າກັບມິດສະຫາຍຂອງເຈົ້າຕົກໃຈຢ້ານ ແລະເຈົ້າກໍຈະເຫັນພວກເຂົາທັງໝົດຖືກຂ້າດ້ວຍດາບຂອງເຫຼົ່າສັດຕູ. ເຮົາຈະມອບປະຊາຊົນຢູດາທັງໝົດໃຫ້ຢູ່ໃຕ້ອຳນາດຂອງກະສັດແຫ່ງບາບີໂລນ; ລາວຈະຈັບເອົາບາງຄົນໄປເປັນຊະເລີຍທີ່ປະເທດຂອງລາວ ຫລືສັງຫານບາງຄົນເສຍ.
ເພາະສະນັ້ນ ບັດນີ້ພຣະເຈົ້າຢາເວກ່າວວ່າ ພວກເຈົ້າບໍ່ໄດ້ເຊື່ອຟັງເຮົາ; ພວກເຈົ້າບໍ່ໃຫ້ພີ່ນ້ອງຊາວອິດສະຣາເອນໄດ້ຮັບອິດສະຫລະພາບ. ດີແລ້ວ ບັດນີ້ເຮົາຈະໃຫ້ພວກເຈົ້າໄດ້ມີອິດສະຫລະພາບ, ພຣະເຈົ້າຢາເວກ່າວວ່າ ຄືອິດສະຫລະພາບທີ່ຈະຕາຍໂດຍສົງຄາມ, ການເຈັບໄຂ້ໄດ້ປ່ວຍ ແລະການຕາຍອຶດຕາຍຫິວ. ເຮົາຈະເຮັດໃຫ້ທຸກໆຊົນຊາດໃນໂລກນີ້ຢ້ານກົວຫຼາຍ ຕໍ່ສິ່ງທີ່ເຮົາຈະເຮັດກັບພວກເຂົາ.