Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 21:4 - ພຣະຄຳພີສັກສິ

4 “ໃຫ້​ພວກເຈົ້າ​ບອກ​ເຈົ້າ​ເຊເດກີຢາ​ວ່າ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ບອກ​ວ່າ: ເຊເດກີຢາ​ເອີຍ ເຮົາ​ຈະ​ເອົາ​ຊະນະ​ກອງທັບ​ຂອງເຈົ້າ ທີ່​ຈະ​ຕໍ່ສູ້​ກັບ​ກອງທັບ​ກະສັດ​ແຫ່ງ​ບາບີໂລນ. ເຮົາ​ຈະ​ກອງ​ອາວຸດ​ຍຸດທະພັນ​ຂອງ​ທະຫານ​ຂອງເຈົ້າ​ທີ່​ກາງ​ເມືອງ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 21:4
23 Jak'a apnaqawi uñst'ayäwi  

ພວກເຈົ້າ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ ຫລື​ຈະ​ຖືກ​ແກ່​ໄປ​ເປັນ​ຊະເລີຍເສິກ. ເຖິງ​ປານນັ້ນ​ກໍຕາມ ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ກໍ​ຈະ​ບໍ່​ສິ້ນສຸດ​ເປັນ; ແຕ່​ມື​ພຣະອົງ​ຍັງ​ຢຽດ​ອອກ​ຢູ່​ເພື່ອ​ລົງໂທດ​ພວກເຈົ້າ.


ຈົ່ງ​ຟັງ​ສຽງ​ທີ່​ເທິງ​ພູ ຄື​ສຽງ​ຂອງ​ຝູງ​ຄົນ​ອັນ​ແໜ້ນໜາ ສຽງ​ຂອງ​ຊົນຊາດ ແລະ​ອານາຈັກ​ຕ່າງໆ​ທີ່​ກຳລັງ​ເຕົ້າໂຮມ​ກັນ. ກອງທັບ​ທັງຫລາຍ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ໄດ້​ຕຽມ​ກຳລັງ​ສູ້ຮົບ.


ບັດນີ້ ຂ້ອຍ​ຈະ​ເຮັດ​ກັບ​ສວນອະງຸ່ນ​ຂອງຂ້ອຍ​ດັ່ງນີ້: ຈະ​ຮື້​ໜາມ​ແລະ​ມ້າງ​ຮົ້ວ​ທີ່​ລ້ອມ​ມັນ​ນັ້ນ​ອອກ ແລະ​ປ່ອຍ​ໃຫ້​ສັດປ່າ​ມາ​ກິນ​ແລະ​ຢຽບຢໍ່າ​ມັນ​ຖິ້ມ.


ພຣະເຈົ້າຢາເວ​ເອງ​ໄດ້​ກ່າວ​ວ່າ, ‘ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ກັບ​ມິດ​ສະຫາຍ​ຂອງເຈົ້າ​ຕົກໃຈ​ຢ້ານ ແລະ​ເຈົ້າ​ກໍ​ຈະ​ເຫັນ​ພວກເຂົາ​ທັງໝົດ​ຖືກ​ຂ້າ​ດ້ວຍ​ດາບ​ຂອງ​ເຫຼົ່າ​ສັດຕູ. ເຮົາ​ຈະ​ມອບ​ປະຊາຊົນ​ຢູດາ​ທັງໝົດ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ກະສັດ​ແຫ່ງ​ບາບີໂລນ; ລາວ​ຈະ​ຈັບ​ເອົາ​ບາງຄົນ​ໄປ​ເປັນ​ຊະເລີຍ​ທີ່​ປະເທດ​ຂອງ​ລາວ ຫລື​ສັງຫານ​ບາງຄົນ​ເສຍ.


ແລ້ວ​ຂ້າພະເຈົ້າ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ,


ຊາວ​ບາບີໂລນ​ໄດ້​ສ້າງ​ເຄື່ອງ​ປິດລ້ອມ​ເພື່ອ​ຢຶດເອົາ​ເມືອງ ແລະ​ກໍ​ຈະ​ໂຈມຕີ​ເມືອງ. ເສິກ​ສົງຄາມ, ການ​ຕາຍອຶດ​ຕາຍຫິວ ແລະ​ການ​ເຈັບໄຂ້​ໄດ້ປ່ວຍ ຈະ​ເຮັດ​ໃຫ້​ເມືອງ​ນີ້​ຕົກ​ຢູ່​ໃນ​ກຳມື​ຂອງ​ພວກເຂົາ. ພຣະອົງ​ເຫັນ​ໄດ້​ວ່າ​ເຫດການ​ທັງໝົດ​ທີ່​ພຣະອົງ​ໄດ້​ກ່າວ​ນັ້ນ​ຈະ​ກາຍເປັນຈິງ.


ກະສັດ​ເຊເດກີຢາ​ໄດ້​ຂັງ​ຂ້າພະເຈົ້າ​ໄວ້​ຢູ່​ໃນ​ທີ່ນັ້ນ ແລະ​ກ່າວຫາ​ຂ້າພະເຈົ້າ​ວ່າ, “ດ້ວຍເຫດໃດ​ເຈົ້າ​ຈຶ່ງ​ທຳນວາຍ​ວ່າ​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ: ‘ເຮົາ​ກຳລັງ​ໃຫ້​ກະສັດ​ແຫ່ງ​ບາບີໂລນ​ຢຶດເອົາ​ນະຄອນ​ນີ້


ເຊເດກີຢາ​ຈະ​ຖືກ​ຈັບ​ໄປ​ບາບີໂລນ ແລະ​ລາວ​ຈະ​ຢູ່​ທີ່​ນັ້ນ ຈົນກວ່າ​ເຮົາ​ຈະ​ຈັດການ​ກັບ​ລາວ.’ ພຣະເຈົ້າຢາເວ​ກ່າວ​ວ່າ, ‘ເຖິງ​ແມ່ນ​ວ່າ​ລາວ​ຈະ​ສູ້ຮົບ​ຊາວ​ບາບີໂລນ ແຕ່​ກໍ​ຈະ​ບໍ່​ສຳເລັດ​ຜົນ.”’


ບາງຄົນ​ຈະ​ຕໍ່ສູ້​ພວກ​ບາບີໂລນ ຄື​ພວກ​ທີ່​ຈະ​ປະ​ຊາກສົບ​ໄວ້​ເຕັມ​ເຮືອນ​ທັງຫລາຍ ເປັນ​ຊາກສົບ​ຂອງ​ພວກ​ທີ່​ເຮົາ​ກຳລັງ​ຈະ​ທຳລາຍ​ດ້ວຍ​ຄວາມ​ໂກດຮ້າຍ ແລະ​ໂມໂຫ​ຂອງເຮົາ. ເຮົາ​ໄດ້​ຫັນໜ້າ​ໜີ​ຈາກ​ເມືອງ​ນີ້​ເພາະ​ຄວາມ​ຊົ່ວຊ້າ ຊຶ່ງ​ຊາວ​ເມືອງ​ນີ້​ໄດ້​ກະທຳ.


ສະນັ້ນ ບັດນີ້​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຈຶ່ງ​ກ່າວ​ວ່າ, ‘ເຮົາ​ຈະ​ນຳ​ເອົາ​ການທຳລາຍ​ທັງໝົດ ທີ່​ເຮົາ​ໄດ້​ສັນຍາ​ໄວ້​ນັ້ນ ມາ​ສູ່​ປະຊາຊົນ​ຢູດາຍ ແລະ​ຊາວ​ນະຄອນ​ເຢຣູຊາເລັມ. ເຮົາ​ຈະ​ເຮັດ​ເຊັ່ນນີ້​ເພາະ​ພວກເຈົ້າ​ບໍ່ໄດ້​ເຊື່ອຟັງ ເມື່ອ​ເຮົາ​ໄດ້​ກ່າວ​ແກ່​ພວກເຈົ້າ ແລະ​ພວກເຈົ້າ​ບໍ່ໄດ້​ຂານຕອບ​ເມື່ອ​ເຮົາ​ໄດ້​ເອີ້ນ​ຫາ​ພວກເຈົ້າ.”’


ເມື່ອ​ນະຄອນ​ເຢຣູຊາເລັມ​ຖືກ​ຢຶດ​ໄດ້​ແລ້ວ ບັນດາ​ເຈົ້ານາຍ​ຊັ້ນ​ຜູ້ໃຫຍ່​ຂອງ​ກະສັດ​ແຫ່ງ​ບາບີໂລນ ຄື​ເນການ-ຊາເຣເຊ, ຊາມກາເນໂບ, ຊາຣະເຊກິມ ແລະ​ເນການ-ຊາເຣເຊ ຄົນອື່ນ​ກໍໄດ້​ເຂົ້າ​ມາ​ຕັ້ງ​ກອງ​ບັນຊາການ​ທີ່​ປະຕູ​ໃຫຍ່​ທາງ​ເຂົ້າ​ເມືອງ.)


ພວກເຂົາ​ຍັງ​ໄດ້​ຂົນ​ເອົາ​ຊ້ວນ ແລະ​ກ່ອງ​ໃສ່ຂີ້ເຖົ່າ​ທີ່​ໃຊ້​ສຳລັບ​ທຳ​ຄວາມ​ສະອາດ​ທີ່​ແທ່ນບູຊາ, ເຄື່ອງໃຊ້​ໃນ​ການ​ບົວລະບັດ​ຕະກຽງ, ອ່າງ​ໃສ່​ເລືອດ​ຈາກ​ເຄື່ອງ​ຖວາຍບູຊາ, ອ່າງ​ສຳລັບ​ໃຊ້​ເຜົາ​ເຄື່ອງຫອມ ແລະ​ເຄື່ອງ​ທອງສຳຣິດ​ອື່ນໆ​ທັງໝົດ ຊຶ່ງ​ໃຊ້​ສຳລັບ​ພິທີ​ຕ່າງໆ​ຢູ່​ໃນ​ພຣະວິຫານ​ໄປ​ດ້ວຍ.


ດ້ວຍ​ໃຈ​ກີ້ວໂກດ​ຊົງ​ທັບມ້າງ​ກຳລັງ​ອິດສະຣາເອນ ເມື່ອ​ສັດຕູ​ມາ​ໂຈມຕີ​ພຣະອົງ​ກໍ​ບໍ່​ຍອມ​ຊ່ວຍ. ພຣະອົງ​ໄດ້​ຕໍ່ສູ້​ພວກເຮົາ​ດ້ວຍ​ຄວາມ​ໂມໂຫ ດັ່ງ​ໄຟ​ເຜົາຜານ ພຣະອົງ​ໄດ້​ທຳລາຍ​ທຸກສິ່ງ​ຖິ້ມ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ທຳລາຍ​ຊາດ​ອິດສະຣາເອນ ດັ່ງ​ເປັນ​ສັດຕູ​ຜູ້ໜຶ່ງ ພຣະອົງ​ໄດ້​ປ່ອຍ​ໃຫ້​ປ້ອມ​ປ້ອງກັນ​ເມືອງ ແລະ​ຣາຊວັງ​ຮົກຮ້າງ​ເພພັງ​ສິ້ນ. ພຣະອົງ​ໄດ້​ນຳ​ຄວາມ​ໂສກເສົ້າ​ມາ​ສູ່​ຢູດາຍ ຄວາມທຸກໃຈ​ບໍ່​ສຸດເປັນ​ມາ​ສູ່​ປະຊາຊົນ​ດ້ວຍ.


ອົງພຣະ​ຜູ້​ເປັນເຈົ້າ​ບໍ່​ຍອມ​ຮັບ​ແທ່ນບູຊາ​ຂອງ​ພຣະອົງ ແລະ​ໄດ້​ປະຖິ້ມ​ພຣະວິຫານ​ຂອງ​ພຣະອົງ​ດ້ວຍ; ພຣະອົງ​ໃຫ້​ສັດຕູ​ທຳລາຍ​ກຳແພງ​ພຣະວິຫານ ພວກເຂົາ​ໂຮຮ້ອງ​ຍິນດີ​ເພາະ​ໄດ້​ໄຊຊະນະ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ຄື​ໃນ​ຄັ້ງ​ໜຶ່ງ​ນັ້ນ ເປັນ​ບ່ອນ​ທີ່​ພວກເຮົາ ພາກັນ​ນະມັດສະການ​ຢ່າງ​ຊົມຊື່ນ​ຍິນດີ​ລົ້ນ.


ແລ້ວ​ເຮົາ​ກໍ​ຈະ​ຕີ​ຄັນ​ທະນູ​ຂອງ​ເຈົ້າ​ໃຫ້​ຫລຸດ​ອອກ​ຈາກ​ມື​ຊ້າຍ ແລະ​ຈະ​ຕີ​ລູກທະນູ​ຂອງ​ລາວ​ໃຫ້​ຫລຸດ​ອອກ​ຈາກ​ມື​ຂວາ.


ແຕ່​ຖ້າ​ວ່າ​ພວກເຂົາ​ລ້ຽງດູ​ລູກ​ໄວ້ ເຮົາ​ຈະ​ເອົາ​ລູກ​ນັ້ນ​ໜີໄປ​ເສຍ ແລະ​ຈະ​ບໍ່​ປ່ອຍ​ໃຫ້​ຜູ້ໃດ​ມີ​ຊີວິດ​ຢູ່. ເມື່ອ​ເຮົາ​ປະຖິ້ມ​ປະຊາຊົນ​ເຫຼົ່ານີ້ ສິ່ງ​ທີ່​ໜ້າຢ້ານກົວ​ຈະ​ເກີດຂຶ້ນ​ກັບ​ພວກເຂົາ.”


ແລະ​ເຮົາ​ຈະ​ນຳ​ຊົນຊາດ​ທັງໝົດ​ມາ​ເຕົ້າໂຮມ​ກັນ ເພື່ອ​ເຮັດ​ເສິກ​ຕໍ່ສູ້​ກັບ​ນະຄອນ​ເຢຣູຊາເລັມ. ນະຄອນ​ຈະ​ຖືກ​ຢຶດ, ເຮືອນ​ຈະ​ຖືກ​ປຸ້ນ ແລະ​ພວກ​ແມ່ຍິງ​ກໍ​ຈະ​ຖືກ​ຂົ່ມຂືນ. ປະຊາຊົນ​ເຄິ່ງ​ນະຄອນ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ແຕ່​ປະຊາຊົນ​ເຄິ່ງ​ໜຶ່ງ​ຈະ​ມີ​ເຫຼືອ​ຢູ່​ໃນ​ນະຄອນ.


ກະສັດ​ໂກດຮ້າຍ​ຫລາຍ, ສະນັ້ນ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ກອງ​ທະຫານ​ຂອງຕົນ​ອອກ​ໄປ​ຂ້າ​ຄາດຕະກອນ​ພວກ​ນັ້ນ ແລະ​ຈູດ​ເມືອງ​ຂອງ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka