3 ແລ້ວຂ້າພະເຈົ້າກໍກ່າວແກ່ພວກເຂົາວ່າ,
ແລະນາງໄດ້ບອກພວກເຂົາວ່າ ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນກ່າວຕໍ່ຜູ້ທີ່ສົ່ງພວກເຈົ້າມາຫາເຮົາວ່າ,
ເພິ່ນໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ ແລະບໍ່ຍອມຖ່ອມໃຈລົງຕໍ່ໜ້າຜູ້ທຳນວາຍເຢເຣມີຢາຜູ້ທີ່ໄດ້ກ່າວຈາກປາກຂອງພຣະເຈົ້າຢາເວ.
“ກະລຸນາປຶກສາພຣະເຈົ້າຢາເວເພື່ອພວກເຮົາດ້ວຍ ເພາະກະສັດເນບູກາດເນັດຊາແຫ່ງບາບີໂລນແລະກອງທັບຂອງເພິ່ນ ກຳລັງປິດລ້ອມເມືອງຂອງພວກເຮົາໄວ້. ບາງທີພຣະເຈົ້າຢາເວອາດຈະເຮັດການອັດສະຈັນ ຢ່າງໃດຢ່າງໜຶ່ງສຳລັບພວກເຮົາກໍໄດ້ ແລະບັງຄັບໃຫ້ເຈົ້າເນບູກາດເນັດຊາຖອຍໜີໄປ.”
“ໃຫ້ພວກເຈົ້າບອກເຈົ້າເຊເດກີຢາວ່າ, ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໄດ້ບອກວ່າ: ເຊເດກີຢາເອີຍ ເຮົາຈະເອົາຊະນະກອງທັບຂອງເຈົ້າ ທີ່ຈະຕໍ່ສູ້ກັບກອງທັບກະສັດແຫ່ງບາບີໂລນ. ເຮົາຈະກອງອາວຸດຍຸດທະພັນຂອງທະຫານຂອງເຈົ້າທີ່ກາງເມືອງ.
ກະສັດເຊເດກີຢາໄດ້ຂັງຂ້າພະເຈົ້າໄວ້ຢູ່ໃນທີ່ນັ້ນ ແລະກ່າວຫາຂ້າພະເຈົ້າວ່າ, “ດ້ວຍເຫດໃດເຈົ້າຈຶ່ງທຳນວາຍວ່າພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ‘ເຮົາກຳລັງໃຫ້ກະສັດແຫ່ງບາບີໂລນຢຶດເອົານະຄອນນີ້