Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 21:13 - ພຣະຄຳພີສັກສິ

13 ນະຄອນ​ເຢຣູຊາເລັມ​ເອີຍ ເຈົ້າ​ຕັ້ງ​ຢູ່ ສູງ​ເດັ່ນ​ເໜືອ​ຮ່ອມພູ​ທັງຫລາຍ ດັ່ງ​ໂງ່ນຫີນ​ສູງ​ເດັ່ນ​ໃນ​ທ່າມກາງ​ທົ່ງພຽງ, ແຕ່​ເຮົາ​ຈະ​ຕໍ່ສູ້​ເຈົ້າ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ເຈົ້າ​ເວົ້າ​ວ່າ, ບໍ່ມີ​ຜູ້ໃດ​ໂຈມຕີ​ເຈົ້າ ຫລື​ຕີ​ທີ່​ປ້ອງກັນ​ຂອງ​ເຈົ້າ​ໄດ້.

Uka jalj uñjjattʼäta Copia luraña




ເຢເຣມີຢາ 21:13
21 Jak'a apnaqawi uñst'ayäwi  

ເມື່ອ​ພູ​ຕ່າງໆ​ໄດ້​ອ້ອມ​ນະຄອນ​ເຢຣູຊາເລັມ​ໄວ້​ສັນໃດ ພຣະເຈົ້າຢາເວ​ກໍ​ອ້ອມຮອບ​ປະຊາຊົນ​ຂອງ​ພຣະອົງ​ໄວ້​ສັນນັ້ນ.


ຊາວ​ອິດສະຣາເອນ​ໄດ້​ອົບພະຍົບ​ຈາກ​ທ້ອງຖິ່ນ​ຊຸກໂກດ ໄປ​ຕັ້ງ​ຄ້າຍພັກ​ຢູ່​ໃນ​ທ້ອງຖິ່ນ​ເອທາມ ທີ່​ແຄມ​ຖິ່ນ​ແຫ້ງແລ້ງ​ກັນດານ.


ໃນ​ວັນ​ເລີ່ມຕົ້ນ​ເທດສະການ ຈົ່ງ​ອະທິບາຍ​ສູ່​ພວກ​ລູກຫລານ​ຂອງ​ພວກເຈົ້າ​ຟັງ​ວ່າ ພວກເຈົ້າ​ເຮັດ​ສິ່ງ​ທັງໝົດ​ນີ້ ກໍ​ເພາະວ່າ​ພຣະເຈົ້າຢາເວ​ໄດ້​ຊ່ວຍເຫລືອ​ພວກເຈົ້າ ໃນ​ສະໄໝ​ທີ່​ໜີ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ຮ່ອມພູ​ນິມິດ. ມີ​ຫຍັງ​ກຳລັງ​ເກີດຂຶ້ນ? ເປັນຫຍັງ​ຊາວ​ເມືອງ​ທັງໝົດ​ຈຶ່ງ​ສະເຫລີມ​ສະຫລອງ​ທີ່​ເທິງ​ຫລັງຄາ​ເຮືອນ​ຂອງຕົນ?


ແລະ​ຕາມ​ໜ່ວຍ​ພູ​ໃນ​ຊົນນະບົດ. ເຮົາ​ຈະ​ໃຫ້​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ​ຢຶດ​ຊັບສົມບັດ​ແລະ​ສິ່ງຂອງ​ທີ່​ພວກເຈົ້າ​ໄດ້​ສະສົມ​ໄວ້​ໄປ​ໝົດ ຍ້ອນ​ການບາບ​ທັງໝົດ​ທີ່​ພວກເຈົ້າ​ໄດ້​ເຮັດ​ໄວ້ ທົ່ວ​ທັງ​ດິນແດນ​ຂອງ​ພວກເຈົ້າ.


ເຮົາ​ຈະ​ຕໍ່ສູ້​ເຈົ້າ​ດ້ວຍ​ຣິດອຳນາດ​ທັງໝົດ​ຂອງເຮົາ, ດ້ວຍ​ຄວາມ​ໂກດຮ້າຍ, ດ້ວຍ​ຄວາມ​ໂມໂຫ ແລະ​ດ້ວຍ​ຄວາມ​ໂກດແຄ້ນ​ຂອງເຮົາ.


ການ​ອວດດີ​ຂອງ​ເຈົ້າ​ນັ້ນ​ໄດ້​ຫລອກລວງ​ເຈົ້າເອງ. ບໍ່ມີ​ຜູ້ໃດ​ຢ້ານກົວ​ເຈົ້າ​ດັ່ງ​ທີ່​ເຈົ້າ​ໄດ້​ຄິດໄວ້. ເຖິງ​ແມ່ນ​ວ່າ​ເຈົ້າ​ຕັ້ງ​ຢູ່​ເທິງ​ຫີນ​ຜາ​ສູງ ຄື​ຢູ່​ເທິງ​ຈອມພູ​ກໍຕາມ; ແຕ່​ເຖິງ​ແມ່ນ​ວ່າ​ເຈົ້າ​ບິນ​ສູງ​ດັ່ງ​ນົກອິນຊີ​ກໍດີ ອົງພຣະ​ຜູ້​ເປັນເຈົ້າ​ກໍ​ຈະ​ດຶງ​ເຈົ້າ​ລົງ​ມາ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ບາບີໂລນ​ເອີຍ ເຈົ້າ​ນັ້ນ​ຈອງຫອງ​ຫລາຍ; ສະນັ້ນ ເຮົາ​ຈຶ່ງ​ຕໍ່ສູ້​ເຈົ້າ ເວລາ​ທີ່​ເຮົາ​ຈະ​ລົງໂທດ​ເຈົ້າ​ມາ​ເຖິງ​ແລ້ວ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ບາບີໂລນ​ເອີຍ ເຈົ້າ​ເປັນ​ດັ່ງ​ພູ​ໜ່ວຍ​ໜຶ່ງ​ທີ່​ທຳລາຍ​ທົ່ວ​ທັງໂລກ, ເຮົາ​ເປັນ​ສັດຕູ​ຂອງ​ເຈົ້າ ເຮົາ​ຈະ​ຢຶດ​ເຈົ້າ​ໄວ້, ກວາດ​ເຈົ້າ​ລົງ​ກ້ຽງ​ໃຫ້​ພຽງ​ດິນ ແລະ​ປະ​ເຈົ້າ​ໃຫ້​ເປັນ​ຂີ້ເຖົ່າ.


ຢ່າ​ເຊື່ອ​ຄຳຫລອກລວງ​ທີ່​ວ່າ, ‘ພວກເຮົາ​ປອດໄພ ທີ່​ນີ້​ແມ່ນ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ທີ່​ນີ້​ແມ່ນ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ທີ່​ນີ້​ແມ່ນ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ.’


ແມ່ນແຕ່​ຜູ້ປົກຄອງ​ຄົນຕ່າງຊາດ​ທັງ​ຄົນອື່ນໆ​ກໍດີ ກໍ​ບໍ່​ເຊື່ອ​ວ່າ​ມີ​ນັກຮຸກຮານ​ບຸ​ປະຕູ​ນະຄອນ​ເຢຣູຊາເລັມ​ໄດ້.


ສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈຶ່ງ​ກ່າວ​ຕໍ່​ພວກເຂົາ​ວ່າ, ‘ຄຳເວົ້າ​ຂອງ​ພວກເຈົ້າ​ຈອມປອມ ແລະ​ນິມິດ​ຕ່າງໆ​ຂອງ​ພວກເຈົ້າ​ກໍ​ບໍ່ຈິງ. ເຮົາ​ຕໍ່ສູ້​ພວກເຈົ້າ, ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ‘ເຮົາ​ເປັນ​ສັດຕູ​ຂອງ​ພວກເຈົ້າ. ເຮົາ​ຈະ​ຊັກ​ດາບ​ຂອງເຮົາ​ອອກ​ແລະ​ສັງຫານ​ພວກເຈົ້າ​ທຸກຄົນ ບໍ່​ວ່າ​ຄົນດີ ຫລື​ຄົນຊົ່ວ​ໂດຍ​ບໍ່​ເລືອກ​ໜ້າ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ປະກາດ​ວ່າ, ເຮົາ​ເປັນ​ສັດຕູ​ຂອງ​ພວກເຈົ້າ. ເຮົາ​ຈະ​ເອົາ​ຝູງແກະ​ຂອງເຮົາ​ໜີໄປ​ຈາກ​ພວກເຈົ້າ ແລະ​ຈະ​ບໍ່​ຍອມ​ໃຫ້​ພວກເຈົ້າ​ເປັນ​ຜູ້ລ້ຽງ​ພວກເຂົາ​ອີກ​ຈັກເທື່ອ; ເຮົາ​ຈະ​ບໍ່​ໃຫ້​ພວກເຈົ້າ​ລ້ຽງ​ພວກເຈົ້າ​ເອງ​ອີກ​ຕໍ່ໄປ. ເຮົາ​ຈະ​ຊ່ວຍກູ້​ເອົາ​ແກະ​ຂອງເຮົາ​ໜີໄປ​ຈາກ​ພວກເຈົ້າ ແລະ​ບໍ່​ໃຫ້​ພວກເຈົ້າ​ກິນ​ພວກເຂົາ​ອີກ.


ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈຶ່ງ​ກ່າວ​ວ່າ, ເຮົາ​ເປັນ​ສັດຕູ​ຂອງ​ເຈົ້າ. ເຮົາ​ຈະ​ຕັດສິນ​ລົງໂທດ​ເຈົ້າ ໃນ​ບ່ອນ​ທີ່​ບັນດາ​ຊົນຊາດ​ທັງໝົດ​ເຫັນ​ເຈົ້າ​ໄດ້.


ພວກ​ຜູ້ປົກຄອງ​ເມືອງ ກໍ​ປົກຄອງ​ດ້ວຍ​ເຫັນ​ແກ່​ສິນບົນ ພວກ​ປະໂຣຫິດ​ກໍ​ແປ​ກົດບັນຍັດ​ດ້ວຍ​ເຫັນ​ແກ່​ຄ່າຈ້າງ​ລາງວັນ ພວກ​ຜູ້ທຳນວາຍ​ກໍ​ບອກ​ນິມິດ​ຂອງຕົນ​ດ້ວຍ​ເຫັນ​ແກ່​ເງິນ ແລະ​ພວກເຂົາ​ທຸກຄົນ​ຕ່າງ​ກໍ​ອ້າງ​ວ່າ ພຣະເຈົ້າຢາເວ​ຢູ່​ກັບ​ພວກຕົນ ພວກເຂົາ​ເວົ້າ​ວ່າ, “ເຫດຮ້າຍ​ໃດໆ​ຈະ​ບໍ່​ມາ​ຖືກ​ພວກເຮົາ​ດອກ ເພາະ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ພວກເຮົາ.”


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເຮົາ​ເປັນ​ສັດຕູ​ຂອງ​ເຈົ້າ ເຮົາ​ຈະ​ຈູດ​ລົດຮົບ​ຂອງ​ເຈົ້າ​ຖິ້ມ​ໝົດ. ພວກ​ທະຫານ​ຂອງເຈົ້າ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ ແລະ​ເຮົາ​ຈະ​ເອົາ​ທຸກສິ່ງ​ທີ່​ເຈົ້າ​ໄດ້​ມາ​ຈາກ​ຄົນອື່ນ​ນັ້ນ​ຄືນໄປ. ສຽງ​ຮ້ອງຂໍ​ຂອງ​ຜູ້​ສົ່ງຂ່າວ​ຂອງ​ເຈົ້າ​ຈະ​ບໍ່ໄດ້ຍິນ​ອີກ​ຕໍ່ໄປ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka