Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 21:11 - ພຣະຄຳພີສັກສິ

11-12 ພຣະເຈົ້າຢາເວ​ໄດ້​ສັ່ງ​ຂ້າພະເຈົ້າ​ໃຫ້​ມອບ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ແກ່​ຣາຊວົງ​ຢູດາ ຄື​ເຊື້ອສາຍ​ຂອງ​ດາວິດ​ວ່າ, “ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກ່າວ, ຈົ່ງ​ໃຫ້​ແຕ່ລະວັນ​ເກີດ​ມີ​ຄວາມ​ຍຸດຕິທຳ, ຈົ່ງ​ປົກປ້ອງ​ຄຸ້ມຄອງ​ຜູ້​ທີ່​ຖືກ​ຕົວະຍົວະ​ຈາກ​ຄົນ​ສໍ້ໂກງ, ຖ້າ​ພວກເຈົ້າ​ບໍ່​ປະຕິບັດ​ຕາມ ຄວາມຊົ່ວ​ທີ່​ພວກເຈົ້າ​ກຳລັງ​ປະພຶດ​ຢູ່​ນີ້ ຈະ​ເຮັດ​ໃຫ້​ຄວາມ​ໂກດຮ້າຍ​ຂອງເຮົາ​ລຸກໄໝ້ ດັ່ງ​ໄຟ​ທີ່​ບໍ່ມີ​ຜູ້ໃດ​ມອດ​ໄດ້.

Uka jalj uñjjattʼäta Copia luraña




ເຢເຣມີຢາ 21:11
6 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ບອກ​ກະສັດ​ແລະ​ແມ່​ຂອງ​ລາວ​ໃຫ້​ລົງ​ຈາກ​ບັນລັງ​ສາ ເພາະ​ມົງກຸດ​ອັນ​ງົດງາມ​ນັ້ນ​ໄດ້​ຕົກລົງ​ຈາກ​ຫົວ​ຂອງ​ລາວ​ແລ້ວ.


ຈົ່ງ​ບອກ​ບັນດາ​ກະສັດ ແລະ​ປະຊາຊົນ​ທັງໝົດ​ຂອງ​ຢູດາຍ​ຕະຫລອດ​ກັບ​ທຸກໆຄົນ​ທີ່​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຄື​ຜູ້​ທີ່​ເຂົ້າ​ທາງ​ປະຕູ​ນີ້​ໃຫ້​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກ່າວ.


ພຣະເຈົ້າຢາເວ​ໄດ້​ບອກ​ຂ້າພະເຈົ້າ​ໃຫ້​ໄປ​ທີ່​ວັງ​ຂອງ​ກະສັດ​ແຫ່ງ​ຢູດາຍ ຄື​ເຊື້ອສາຍ​ຂອງ​ດາວິດ ແລະ​ໃນ​ທີ່ນັ້ນ​ໃຫ້​ບອກ​ກະສັດ, ບັນດາ​ຂ້າຣາຊການ​ຂອງເພິ່ນ ແລະ​ຊາວ​ນະຄອນ​ເຢຣູຊາເລັມ ໃຫ້​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້:


ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ເຖິງ​ເຈົ້າ​ເຢໂຮຍອາກິມ​ລູກຊາຍ​ຂອງ​ເຈົ້າ​ໂຢສີຢາ​ກະສັດ​ແຫ່ງ​ຢູດາຍ​ວ່າ, “ບໍ່ມີ​ຜູ້ໃດ​ຈະ​ໄວ້ທຸກ​ໃຫ້​ແກ່​ການຕາຍ​ຂອງ​ລາວ ຫລື​ເວົ້າ​ວ່າ, ‘ເພື່ອນ​ເອີຍ ເປັນ​ຕາຢ້ານ​ແທ້ໆ’ ບໍ່ມີ​ຜູ້ໃດ​ຈະ​ຮ້ອງໄຫ້​ໃຫ້​ແກ່​ລາວ​ເລີຍ​ວ່າ ‘ນາຍເຈົ້າເອີຍ ກະສັດ​ຂອງ​ຂ້ານ້ອຍ.’


ຈົ່ງ​ຟັງ​ເດີ ບັນດາ​ຜູ້ປົກຄອງ​ຊາດ​ອິດສະຣາເອນ​ເອີຍ ພວກເຈົ້າ​ຄວນ​ຈະ​ຫ່ວງໃຍ​ເຖິງ​ຄວາມ​ຍຸດຕິທຳ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka