Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 21:10 - ພຣະຄຳພີສັກສິ

10 ເຮົາ​ຕັ້ງໃຈ​ໄວ້​ແລ້ວ​ວ່າ ເຮົາ​ຈະ​ບໍ່​ຊ່ວຍ​ເມືອງ​ນີ້​ແຕ່​ຈະ​ທຳລາຍ​ມັນ​ຖິ້ມ. ເຮົາ​ຈະ​ມອບ​ເມືອງ​ນີ້​ໃຫ້​ກະສັດ​ແຫ່ງ​ບາບີໂລນ ແລະ​ລາວ​ກໍ​ຈະ​ຈູດ​ມັນ​ຖິ້ມ​ໃຫ້​ໝົດກ້ຽງ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 21:10
26 Jak'a apnaqawi uñst'ayäwi  

ເພິ່ນ​ໄດ້​ຈູດ​ວິຫານ​ຂອງ​ພຣະເຈົ້າ​ແລະ​ທຳລາຍ​ກຳແພງ​ເມືອງ​ເຢຣູຊາເລັມ, ຈູດ​ບັນດາ​ຣາຊວັງ​ທັງໝົດ​ແລະ​ທຳລາຍ​ຊັບສົມບັດ​ອັນມີຄ່າ​ໝົດກ້ຽງ.


ແຕ່​ພຣະເຈົ້າຢາເວ​ຂັດຂວາງ​ຜູ້​ທີ່​ເຮັດ​ຊົ່ວ​ທຸກຄົນ ເມື່ອ​ພວກເຂົາ​ຕາຍໄປ​ກໍ​ຈະ​ຖືກ​ລືມໄລ​ໂລດ.


ແຕ່​ພວກເຈົ້າ​ຕ້ອງ​ເຊື່ອຟັງ​ເຮົາ​ແລະ​ຢຶດຖື​ວັນ​ຊະບາໂຕ​ເປັນ​ວັນ​ສັກສິດ. ແລະ​ບໍ່​ຕ້ອງ​ແບກຫາມ​ສິ່ງໃດໆ ຜ່ານ​ປະຕູ​ຕ່າງໆ​ຂອງ​ນະຄອນ​ເຢຣູຊາເລັມ​ໃນ​ວັນ​ນັ້ນ; ເພາະ​ຖ້າ​ພວກເຈົ້າ​ຂືນ​ເຮັດ ເຮົາ​ຈະ​ຈູດ​ປະຕູ​ຂອງ​ນະຄອນ​ເຢຣູຊາເລັມ​ຖິ້ມ. ໄຟ​ຈະ​ໄໝ້​ເຜົາຜານ​ວັງ​ຕ່າງໆ​ໃນ​ນະຄອນ​ເຢຣູຊາເລັມ ແລະ​ຈະ​ບໍ່ມີ​ຜູ້ໃດ​ມອດ​ໄດ້.”


ຖ້າ​ພວກເຈົ້າ​ສືບຕໍ່​ບໍ່​ຍອມ​ເຊື່ອຟັງ ແລ້ວ​ເຮົາ​ກໍ​ຈະ​ເຮັດ​ຕໍ່​ພຣະວິຫານ​ນີ້ ດັ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ເມືອງ​ຊີໂລ ແລະ​ທຸກ​ຊົນຊາດ​ທົ່ວ​ທັງໂລກ​ກໍ​ຈະ​ໃຊ້​ຊື່​ຂອງ​ເມືອງ​ນີ້​ເປັນ​ຄຳສາບແຊ່ງ.”


ບາງຄົນ​ຈະ​ຕໍ່ສູ້​ພວກ​ບາບີໂລນ ຄື​ພວກ​ທີ່​ຈະ​ປະ​ຊາກສົບ​ໄວ້​ເຕັມ​ເຮືອນ​ທັງຫລາຍ ເປັນ​ຊາກສົບ​ຂອງ​ພວກ​ທີ່​ເຮົາ​ກຳລັງ​ຈະ​ທຳລາຍ​ດ້ວຍ​ຄວາມ​ໂກດຮ້າຍ ແລະ​ໂມໂຫ​ຂອງເຮົາ. ເຮົາ​ໄດ້​ຫັນໜ້າ​ໜີ​ຈາກ​ເມືອງ​ນີ້​ເພາະ​ຄວາມ​ຊົ່ວຊ້າ ຊຶ່ງ​ຊາວ​ເມືອງ​ນີ້​ໄດ້​ກະທຳ.


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ສັ່ງ​ຂ້າພະເຈົ້າ ໃຫ້​ໄປ​ບອກ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ​ວ່າ, “ເຮົາ​ຄື​ພຣະເຈົ້າຢາເວ ເຮົາ​ຈະ​ມອບ​ເມືອງ​ນີ້​ໃຫ້​ແກ່​ກະສັດ​ແຫ່ງ​ບາບີໂລນ ແລະ​ລາວ​ຈະ​ຈູດ​ເຜົາ​ເມືອງ​ຖິ້ມ.


ພຣະເຈົ້າຢາເວ​ກ່າວ​ວ່າ, ເຮົາ​ຈະ​ສັ່ງ​ພວກເຂົາ ແລະ​ພວກເຂົາ​ຈະ​ກັບຄືນ​ມາ​ເມືອງ​ນີ້​ໂລດ. ພວກເຂົາ​ຈະ​ໂຈມຕີ​ເມືອງ​ທັງ​ຢຶດ ແລະ​ຈູດ​ເມືອງ​ຖິ້ມ. ເຮົາ​ຈະ​ເຮັດ​ໃຫ້​ເມືອງ​ຂອງ​ຢູດາຍ​ເປັນ​ບ່ອນ​ທີ່​ບໍ່ມີ​ຜູ້ໃດ​ອາໄສ​ຢູ່ ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ.”


ແລ້ວ​ຂ້າພະເຈົ້າ​ກໍ​ບອກ​ກະສັດ​ເຊເດກີຢາ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, ‘ຖ້າ​ທ່ານ​ຍອມ​ຈຳນົນ​ຕໍ່​ນາຍ​ທະຫານ​ຂອງ​ກະສັດ​ແຫ່ງ​ບາບີໂລນ ຊີວິດ​ຂອງທ່ານ​ຈະ​ປອດໄພ ແລະ​ເມືອງ​ນີ້​ຈະ​ບໍ່​ຖືກ​ຈູດເຜົາ​ໃຫ້​ພິນາດໄປ. ທ່ານເອງ ແລະ​ຄອບຄົວ​ຂອງທ່ານ​ຈະ​ມີ​ຊີວິດ​ຢູ່.


ແຕ່​ຖ້າ​ທ່ານ​ບໍ່​ຍອມ​ຈຳນົນ ເມືອງ​ນີ້​ກໍ​ຈະ​ຖືກ​ຊາວ​ບາບີໂລນ​ຢຶດ ພ້ອມ​ທັງ​ຈູດ​ໃຫ້​ພັງ​ພິນາດ​ໄປ ແລະ​ທ່ານ​ຈະ​ປົບໜີ​ຈາກ​ພວກເຂົາ​ໄປ​ບໍ່ໄດ້.”’


ແລ້ວ​ຂ້າພະເຈົ້າ​ກໍໄດ້​ກ່າວ​ຕື່ມ​ວ່າ, “ນາງ​ສະໜົມ​ທັງໝົດ​ພ້ອມ​ດ້ວຍ​ລູກໆ​ຂອງທ່ານ ຈະ​ຖືກ​ນຳ​ໄປ​ມອບ​ໃຫ້​ຊາວ​ບາບີໂລນ; ທ່ານເອງ​ຈະ​ປົບໜີໄປ​ຈາກ​ພວກເຂົາ​ບໍ່ໄດ້. ສ່ວນ​ທ່ານເອງ​ກໍ​ຈະ​ຖືກ​ກະສັດ​ແຫ່ງ​ບາບີໂລນ​ຈັບ​ໄປ​ເປັນ​ຊະເລີຍເສິກ ແລະ​ເມືອງ​ນີ້​ທັງໝົດ​ຈະ​ຖືກ​ຈູດເຜົາ​ໃຫ້​ພັງ​ພິນາດ​ຈົນກ້ຽງ.”


ຂ້າພະເຈົ້າ​ບອກ​ເຂົາ​ເຊັ່ນດຽວ​ກັນ​ວ່າ, “ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ‘ເຮົາ​ຈະ​ມອບ​ເມືອງ​ນີ້​ໃຫ້​ແກ່​ກອງທັບ​ບາບີໂລນ ແລະ​ພວກເຂົາ​ຈະ​ຢຶດ​ເມືອງ​ນີ້.”’


“ໃຫ້​ບອກ​ເອເບັດ​ເມເຫລັກ ຊາວ​ເອທີໂອເປຍ​ວ່າ, ‘ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ວ່າ ເຮົາ​ຈະ​ນຳ​ຄວາມ​ຈິບຫາຍ​ມາ​ສູ່​ເມືອງ​ນີ້​ຕາມ​ທີ່​ເຮົາ​ໄດ້​ກ່າວ​ໄວ້ ແຕ່​ບໍ່ແມ່ນ​ຄວາມຈະເລີນ​ຮຸ່ງເຮືອງ. ເມື່ອ​ເຫດການ​ນີ້​ເກີດຂຶ້ນ ເຈົ້າ​ຈະ​ຢູ່​ທີ່​ນັ້ນ​ເພື່ອ​ເບິ່ງ​ເຫດການ​ນັ້ນ.


ໃນຂະນະ​ດຽວກັນ​ນັ້ນ ພວກ​ບາບີໂລນ​ກໍໄດ້​ຈູດ​ຣາຊວັງ​ແລະ​ເຮືອນ​ຂອງ​ປະຊາຊົນ ພ້ອມ​ທັງ​ກຳແພງ​ນະຄອນ​ເຢຣູຊາເລັມ​ລົງ​ໃຫ້​ພິນາດ.


ເພາະສະນັ້ນ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຈຶ່ງ​ຈະ​ຫັນ​ມາ​ຕໍ່ສູ້​ພວກເຈົ້າ ແລະ​ທຳລາຍ​ດິນແດນ​ຢູດາຍ​ທັງໝົດ.


ເຮົາ​ຈະ​ເຝົ້າ​ເບິ່ງ​ບໍ່​ໃຫ້​ພວກເຈົ້າ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ ແຕ່​ພວກເຈົ້າ​ຈະ​ຕ້ອງ​ຖືກ​ທຳລາຍ. ພວກເຈົ້າ​ທັງໝົດ​ຈະ​ຕ້ອງ​ຕາຍ​ໃນ​ສົງຄາມ ຫລື​ເພາະ​ການ​ເຈັບໄຂ້​ໄດ້ປ່ວຍ ຈົນ​ບໍ່ມີ​ຜູ້ໃດ​ໃນ​ພວກເຈົ້າ​ເຫລືອຢູ່.


ລາວ​ໄດ້​ຈູດ​ວິຫານ​ຂອງ​ພຣະເຈົ້າຢາເວ, ຣາຊວັງ ແລະ​ເຮືອນ​ຂອງ​ບຸກຄົນ​ສຳຄັນ​ທັງໝົດ​ໃນ​ນະຄອນ​ເຢຣູຊາເລັມ;


ແລະ​ລົງໂທດ​ພວກເຂົາ​ສັນນັ້ນ. ພວກເຂົາ​ປົບໜີ​ຈາກ​ໄຟ ແຕ່​ບັດນີ້​ໄຟ​ຈະ​ໄໝ້​ພວກເຂົາ. ເມື່ອ​ເຮົາ​ລົງໂທດ​ພວກເຂົາ ພວກເຈົ້າ​ຈຶ່ງ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.


ບັດນີ້ ຈົ່ງ​ຕັ້ງ​ໝໍ້ຂາງ​ທອງສຳຣິດ​ໃສ່​ເທິງ​ຖ່ານໄຟ ແລະ​ໃຫ້​ໝໍ້ຂາງ​ຮ້ອນ​ຈົນ​ມັນ​ແດງ. ແລ້ວ​ໝໍ້​ນັ້ນ​ກໍ​ຈະ​ສະອາດ​ອີກ ຫລັງຈາກ​ທີ່​ຂີ້ໝ້ຽງ​ໄດ້​ໄໝ້​ໝົດ​ແລ້ວ


ຖ້າ​ຊາວ​ອິດສະຣາເອນ ຫລື​ຄົນ​ຕ່າງດ້າວ​ຜູ້ໃດ​ຜູ້ໜຶ່ງ ທີ່​ອາໄສ​ຢູ່​ທ່າມກາງ​ເຈົ້າ ກິນ​ຊີ້ນ​ທີ່​ມີ​ເລືອດ​ຢູ່; ເຮົາ​ຈະ​ຕໍ່ສູ້​ລາວ ແລະ​ເຮົາ​ຈະ​ບໍ່​ຖື​ຜູ້ນັ້ນ​ວ່າ​ເປັນ​ປະຊາຊົນ​ຂອງ​ເຮົາ​ອີກ​ຕໍ່ໄປ.


ເຮົາ​ຈະ​ຫັນ​ມາ​ຕໍ່ສູ້​ພວກເຈົ້າ​ເພື່ອ​ວ່າ​ພວກເຈົ້າ​ຈະ​ພ່າຍແພ້ ແລະ​ຜູ້​ທີ່​ຊັງ​ພວກເຈົ້າ​ກໍ​ຈະ​ປົກຄອງ​ພວກເຈົ້າ; ພວກເຈົ້າ​ຈະ​ຕື່ນ​ຕົກໃຈ​ຢ້ານກົວ ຈົນ​ແລ່ນ​ເປີດ​ໜີໄປ​ຢ່າງ​ບໍ່​ຮູ້ສຶກ​ຕົວ​ໂດຍ​ບໍ່ມີ​ໃຜ​ໄລ່​ຕິດຕາມ.


ສະນັ້ນ ເຮົາ​ຈະ​ສົ່ງ​ໄຟ​ລົງ​ມາ​ໄໝ້​ຢູດາ ແລະ​ຈູດ​ປ້ອມ​ປ້ອງກັນ​ຂອງ​ນະຄອນ​ເຢຣູຊາເລັມ.”


ຖ້າ​ພວກເຂົາ​ຖືກ​ສັດຕູ​ຈັບ​ໄປ ເຮົາ​ກໍ​ຈະ​ສັ່ງ​ໃຫ້​ສັດຕູ​ຂ້າ​ພວກເຂົາ​ຖິ້ມ. ເຮົາ​ໄດ້​ຕັດສິນໃຈ​ທຳລາຍ​ພວກເຂົາ ແລະ​ບໍ່ແມ່ນ​ຊ່ວຍເຫລືອ​ພວກເຂົາ.”


ແຕ່​ໂດຍ​ຜ່ານ​ທາງ​ພວກ​ຜູ້ທຳນວາຍ​ຄື​ຄົນ​ຮັບໃຊ້​ຂອງເຮົາ ເຮົາ​ໄດ້​ມອບ​ຖ້ອຍຄຳ​ແລະ​ຄຳ​ຕັກເຕືອນ​ຕ່າງໆ ໃຫ້​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ; ແຕ່​ພວກເຂົາ​ບໍ່ໄດ້​ເອົາໃຈໃສ່ ຈຶ່ງ​ໄດ້​ຮັບ​ໂທດກຳ ແລ້ວ​ພວກເຂົາ​ກໍໄດ້​ກັບໃຈໃໝ່​ແລະ​ກ່າວ​ວ່າ, ‘ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ລົງໂທດ​ພວກເຮົາ ສົມກັບ​ທີ່​ພວກເຮົາ​ສົມຄວນ​ໄດ້​ຮັບ ຕາມ​ທີ່​ພຣະອົງ​ໄດ້​ຕັດສິນໃຈ​ເຮັດ​ເຊັ່ນນັ້ນ.”’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka