Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 21:1 - ພຣະຄຳພີສັກສິ

1 ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ເຢເຣມີຢາ ເມື່ອ​ເຈົ້າ​ເຊເດກີຢາ​ກະສັດ​ແຫ່ງ​ຢູດາຍ​ໄດ້​ໃຫ້​ປັດຊູ ລູກຊາຍ​ຂອງ​ມັນກີຢາ ແລະ​ປະໂຣຫິດ​ເຊຟານີຢາ​ລູກຊາຍ​ຂອງ​ມາອາເສອີຢາ ມາ​ຫາ​ເພິ່ນ ພວກເຂົາ​ໄດ້ກ່າວ​ວ່າ,

Uka jalj uñjjattʼäta Copia luraña




ເຢເຣມີຢາ 21:1
20 Jak'a apnaqawi uñst'ayäwi  

“ຈົ່ງ​ໄປ​ປຶກສາ​ພຣະເຈົ້າຢາເວ​ແທນ​ເຮົາ ແລະ​ປະຊາຊົນ​ຊາວ​ຢູດາ​ທຸກຄົນ ກ່ຽວກັບ​ຄຳສັ່ງສອນ​ໃນ​ປື້ມນີ້. ພຣະເຈົ້າຢາເວ​ໂກດຮ້າຍ​ພວກເຮົາ ເພາະ​ປູ່ຍ່າຕາຍາຍ​ຂອງ​ພວກເຮົາ​ບໍ່ໄດ້​ປະຕິບັດ​ຕາມ​ຖ້ອຍຄຳ​ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ປື້ມນີ້.”


ໂຢສີຢາ​ມີ​ລູກຊາຍ​ສີ່​ຄົນ​ຕາມ​ລຳດັບ​ອາຍຸ ມີ​ດັ່ງນີ້: ໂຢຮານັນ, ເຢໂຮຍອາກິມ, ເຊເດກີຢາ ແລະ​ຊານລູມ.


ແລະ​ອາດາອີຢາ ເປັນ​ລູກຊາຍ​ຂອງ​ເຢໂຣຮາມ, ຜູ້​ເປັນ​ລູກຊາຍ​ຂອງ​ປັດຊູ, ຜູ້​ເປັນ​ລູກຊາຍ​ຂອງ​ມັນກີຢາ, ແລະ​ມາອາໄສ ເປັນ​ລູກຊາຍ​ຂອງ​ອາດີເອນ, ຜູ້​ເປັນ​ລູກຊາຍ​ຂອງ​ຢາຮະເຊຣາ, ຜູ້​ເປັນ​ລູກຊາຍ​ຂອງ​ເມຊຸນລຳ, ຜູ້​ເປັນ​ລູກຊາຍ​ຂອງ​ເມຊິນເລມິດ, ຜູ້​ເປັນ​ລູກຊາຍ​ຂອງ​ອິມເມ.


ສະນັ້ນ ພຣະອົງ​ຈຶ່ງ​ໄດ້​ນຳ​ເອົາ​ກະສັດ​ແຫ່ງ​ບາບີໂລນ ມາ​ໂຈມຕີ​ພວກເຂົາ. ກະສັດ​ໄດ້​ຂ້າ​ຊາຍໜຸ່ມ​ຊາວ​ຢູດາ​ແມ່ນແຕ່​ໃນ​ວິຫານ​ແຫ່ງ​ສະຖານທີ່​ສັກສິດ​ຂອງ​ພວກເຂົາ. ເພິ່ນ​ບໍ່ໄດ້​ເມດຕາ​ຕໍ່​ຜູ້ໃດ​ຜູ້ໜຶ່ງ​ເລີຍ, ບໍ່​ວ່າ​ໜຸ່ມ​ຫລື​ແກ່, ຊາຍ​ຫລື​ຍິງ, ເຈັບປ່ວຍ​ຫລື​ຢູ່ດີ​ມີ​ແຮງ. ພຣະເຈົ້າ​ໄດ້​ມອບ​ພວກເຂົາ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ.


ສະມາຊິກ​ທັງໝົດ​ໃນ​ຕະກຸນ​ນີ້ ຜູ້ຮັບໃຊ້​ຢູ່​ໃນ​ພຣະວິຫານ​ມີ 822 ຄົນ. ອາດາອີຢາ​ລູກຊາຍ​ຂອງ​ເຢໂຣຮາມ ແລະ​ຫລານຊາຍ​ຂອງ​ເປລາລີຢາ. ບັນພະບຸລຸດ​ຂອງ​ລາວ​ມີ​ດັ່ງນີ້: ອາມຊີ, ເຊກາຣີຢາ, ປັດຊູ ແລະ​ມັນກີຢາ.


ເຊຟານີຢາ​ໄດ້​ອ່ານ​ຈົດໝາຍ​ນັ້ນ​ໃຫ້​ຂ້າພະເຈົ້າ​ຟັງ


ແລະ​ນຳ​ພວກເຂົາ​ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ. ຂ້າພະເຈົ້າ​ໄດ້​ນຳ​ພວກເຂົາ​ເຂົ້າ​ໄປ​ໃນ​ຫ້ອງ​ພວກ​ລູກຊາຍ​ຂອງ​ຮານານ ລູກຊາຍ​ຂອງ​ອິກດາລີຢາ​ຄົນ​ຂອງ​ພຣະເຈົ້າ. ຫ້ອງ​ນີ້​ຢູ່​ເທິງ​ຫ້ອງ​ຂອງ​ມາອາເສອີຢາ​ລູກຊາຍ​ຂອງ​ຊານລູມ ເຈົ້າໜ້າທີ່​ຄົນ​ສຳຄັນ​ຜູ້ໜຶ່ງ​ໃນ​ພຣະວິຫານ ແລະ​ໃກ້​ກັບ​ຫ້ອງ​ຂອງ​ເຈົ້າໜ້າທີ່​ຄົນອື່ນໆ.


ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ແຕ່ງຕັ້ງ​ເຊເດກີຢາ ລູກຊາຍ​ຂອງ​ເຈົ້າ​ໂຢສີຢາ​ໃຫ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ແທນ​ເຈົ້າ​ເຢໂຮຍອາກິນ​ລູກຊາຍ​ຂອງ​ເຢໂຮຍອາກິມ.


ຕໍ່ມາ ກະສັດ​ເຊເດກີຢາ​ໄດ້​ໃຊ້​ຄົນ​ໄປ​ນຳ​ເອົາ​ຂ້າພະເຈົ້າ​ອອກ​ມາ ແລະ​ຢູ່​ທີ່​ຣາຊວັງ​ນັ້ນ ເພິ່ນ​ຖາມ​ຂ້າພະເຈົ້າ​ເປັນ​ທາງ​ລັບ​ວ່າ, “ມີ​ຖ້ອຍຄຳ​ຫຍັງ​ແດ່​ຈາກ​ພຣະເຈົ້າຢາເວ?” ຂ້າພະເຈົ້າ​ຕອບ​ວ່າ, “ມີ​ຢູ່​ທ່ານເອີຍ” ແລະ​ຂ້າພະເຈົ້າ​ກໍ​ກ່າວ​ຕື່ມ​ວ່າ, “ທ່ານ​ຈະ​ຖືກ​ມອບ​ໃຫ້​ກະສັດ​ແຫ່ງ​ບາບີໂລນ.”


ກະສັດ​ເຊເດກີຢາ​ໄດ້​ໃຊ້​ເຢຮູການ​ລູກຊາຍ​ຂອງ​ເຊເລມີຢາ ແລະ​ປະໂຣຫິດ​ເຊຟານີຢາ​ລູກຊາຍ​ຂອງ​ມາອາເສອີຢາ ມາ​ຂໍ​ໃຫ້​ຂ້າພະເຈົ້າ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ເພື່ອ​ປະເທດ​ຊາດ​ຂອງ​ພວກເຮົາ.


“ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ​ດັ່ງນີ້: ໃຫ້​ຕອບ​ເຊເດກີຢາ​ວ່າ, ‘ກອງທັບ​ເອຢິບ​ກຳລັງ​ເຄື່ອນ​ເຂົ້າ​ມາ​ຊ່ວຍ​ເຈົ້າ; ແຕ່​ພວກເຂົາ​ຈະ​ກັບຄືນ​ເມືອ​ປະເທດ.


ເຊຟາຕີຢາ​ລູກຊາຍ​ຂອງ​ມັດທານ, ເກດາລີຢາ​ລູກຊາຍ​ຂອງ​ປັດຊູ, ເຢຮູການ​ລູກຊາຍ​ຂອງ​ເຊເລມີຢາ ແລະ​ປັດຊູ​ລູກຊາຍ​ຂອງ​ມັນກີຢາ ໄດ້ຍິນ​ຂ້າພະເຈົ້າ​ບອກ​ປະຊາຊົນ​ວ່າ,


ໃນ​ໂອກາດ​ອື່ນ​ອີກ ກະສັດ​ເຊເດກີຢາ​ໄດ້​ນຳ​ຂ້າພະເຈົ້າ​ມາ​ພົບ​ເພິ່ນ ທີ່​ທາງ​ປະຕູເຂົ້າ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ​ປ່ອງ​ທີ​ສາມ; ເພິ່ນ​ເວົ້າ​ວ່າ, “ເຮົາ​ຈະ​ຂໍ​ຖາມ​ເຈົ້າ​ຈັກ​ຂໍ້​ໜຶ່ງ ແລະ​ເຮົາ​ຢາກ​ໃຫ້​ເຈົ້າ​ເວົ້າ​ຄວາມຈິງ​ທັງໝົດ​ສູ່​ເຮົາ​ຟັງ.”


ນອກຈາກນີ້ ເນບູຊາຣາດານ ຜູ້​ບັນຊາການ​ທະຫານ ຍັງ​ໄດ້​ຈັບ​ເອົາ​ຄົນ​ໄປ​ເປັນ​ຊະເລີຍ ດັ່ງນີ້: ມະຫາ​ປະໂຣຫິດ​ເສຣາອີຢາ, ປະໂຣຫິດ​ຮອງ​ເຊຟານີຢາ ແລະ​ເຈົ້າໜ້າທີ່​ສຳຄັນ​ສາມ​ຄົນ​ອີກ​ໃນ​ພຣະວິຫານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka