Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 20:9 - ພຣະຄຳພີສັກສິ

9 ແຕ່​ເມື່ອ​ຂ້ານ້ອຍ​ກ່າວ​ວ່າ, “ຂ້ອຍ​ຈະ​ລືມໄລ​ພຣະອົງ ທັງ​ຈະ​ບໍ່​ກ່າວ​ເຖິງ​ພຣະນາມ​ຂອງ​ພຣະອົງ​ຕໍ່ໄປ​ອີກ.” ແລ້ວ​ຖ້ອຍຄຳ​ຂອງ​ພຣະອົງ​ກໍ​ຮ້ອນຮົນ​ຢູ່​ພາຍໃນ ດັ່ງ​ໄຟ​ລຸກໄໝ້​ເຜົາຜານ​ໃນ​ຈິດໃຈ​ຂ້ານ້ອຍ​ຢູ່. ຂ້ານ້ອຍ​ຈຶ່ງ​ພະຍາຍາມ​ລະງັບ​ມັນ​ໃຫ້​ໄດ້​ຜົນ ແຕ່​ກໍ​ທົນ​ລະງັບ​ມັນ​ຕໍ່ໄປ​ບໍ່ໄດ້.

Uka jalj uñjjattʼäta Copia luraña




ເຢເຣມີຢາ 20:9
21 Jak'a apnaqawi uñst'ayäwi  

ແຕ່​ຄວາມທຸກ​ທໍລະມານ​ກໍ​ຍິ່ງ​ໜັກ​ຂຶ້ນ​ເລື້ອຍໆ ຄວາມ​ກະວົນ​ກະວາຍ​ກໍ​ຖ້ວມລົ້ນ​ຈິດໃຈ​ຢູ່. ເມື່ອ​ຂ້ອຍ​ຍິ່ງ​ຄິດ​ກໍ​ຍິ່ງ​ລຳບາກ​ໃຈ​ເຕັມ​ທີ ອົດ​ບໍ່​ໄຫວ​ຈຶ່ງ​ຖາມ​ພຣະເຈົ້າຢາເວ​ວ່າ,


ພຣະເຈົ້າຢາເວ​ກ່າວ​ວ່າ, “ຖ້ອຍຄຳ​ຂອງເຮົາ​ເປັນ​ດັ່ງ​ໄຟ ແລະ​ຄ້ອນຕີ ຊຶ່ງ​ຕີ​ກ້ອນຫີນ​ໃຫ້​ແຕກ​ເປັນ​ປ່ຽງ​ໄດ້.”


ຈິດໃຈ​ຂອງ​ຂ້ານ້ອຍ​ຖືກ​ບີບຄັ້ນ ແລະ​ຂ້ານ້ອຍ​ກຳລັງ​ສັ່ນເຊັນ ຍ້ອນ​ຖ້ອຍຄຳ​ອັນ​ສັກສິດ ຍ້ອນ​ພຣະເຈົ້າຢາເວ ຂ້ານ້ອຍ​ຈຶ່ງ​ເປັນ​ດັ່ງ​ຄົນ​ໜຶ່ງ​ທີ່​ກຳລັງ​ມືນເມົາ ທີ່​ດື່ມ​ເຫຼົ້າ​ອະງຸ່ນ​ຫລາຍໂພດ.


ຄວາມ​ເຈັບປວດ ຂ້ານ້ອຍ​ທົນ​ຕໍ່ໄປ​ບໍ່ໄຫວ ຈິດໃຈ​ຂອງ​ຂ້ານ້ອຍ​ເຕັ້ນ​ແຮງ​ກຳລັງ​ຈະ​ແຕກ​ຢູ່​ແລ້ວ ຂ້ານ້ອຍ​ມິດງຽບ​ຢູ່​ບໍ່ໄດ້​ອີກ​ຕໍ່ໄປ ຂ້ານ້ອຍ​ໄດ້ຍິນ​ສຽງ​ແກ​ແລະ​ສຽງ​ຮ້ອງ​ການ​ສູ້ຮົບ.


ຂ້າແດ່​ພຣະເຈົ້າຢາເວ ຄວາມ​ໂກດຮ້າຍ​ທີ່​ພຣະອົງ​ມີ​ຕໍ່​ພວກເຂົາ​ນັ້ນ ກໍ​ລຸກໄໝ້​ຢູ່​ໃນ​ຂ້ານ້ອຍ​ຄືກັນ ແລະ​ຂ້ານ້ອຍ​ກໍ​ທົນ​ຕໍ່ໄປ​ບໍ່ໄດ້​ແລ້ວ.” ແລ້ວ​ພຣະເຈົ້າຢາເວ​ກໍ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ລະບາຍ​ຄວາມ​ໂກດຮ້າຍ​ຂອງເຮົາ​ອອກ​ໃສ່​ເດັກນ້ອຍ​ທີ່​ທ້ອງ​ຖະໜົນ ແລະ​ໃນ​ທີ່​ປະຊຸມ​ຕ່າງໆ​ຂອງ​ພວກ​ຊາວ​ໜຸ່ມ. ຜົວ​ແລະ​ເມຍ​ຈະ​ຖືກ​ຈັບ​ໄປ ແລະ​ແມ່ນແຕ່​ຄົນ​ຊະຣາ​ກໍ​ຈະ​ບໍ່ໄດ້​ຖືກ​ຍົກເວັ້ນ.


ຣິດອຳນາດ​ຂອງ​ພຣະເຈົ້າຢາເວ​ໄດ້​ລົງ​ມາ​ສູ່​ຂ້າພະເຈົ້າ​ເຕັມ​ກຳລັງ ແລະ​ຂະນະທີ່​ພຣະວິນຍານ​ໄດ້​ຍົກ​ຂ້າພະເຈົ້າ​ຂຶ້ນ​ນັ້ນ ຂ້າພະເຈົ້າ​ກໍ​ຮູ້ສຶກ​ວ່າ​ຂົມຂື່ນ ແລະ​ຄຽດແຄ້ນ​ຫລາຍ.


ພຣະອົງ​ກ່າວ​ຕໍ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ກິນ​ໜັງສື​ມ້ວນ​ທີ່​ເຮົາ​ໃຫ້​ເຈົ້າ​ຈົນ​ອີ່ມ​ເຖີດ.” ຂ້າພະເຈົ້າ​ກິນ​ໜັງສື​ມ້ວນ​ນັ້ນ ແລະ​ມີ​ຣົດ​ຫວານ​ເໝືອນດັ່ງ​ນໍ້າເຜິ້ງ.


ເມື່ອ​ໄດ້ຍິນ​ໂຕສິງ​ຮ້ອງ​ແຜດສຽງ​ຄຳຣາມ ຜູ້ໃດ​ເດ​ຈະ​ລະງັບ​ຄວາມ​ຢ້ານກົວ​ໄວ້​ໄດ້? ເມື່ອ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ຈາ ຜູ້ໃດ​ແດ່​ຈະ​ກ້າ​ປະຕິເສດ​ຖ້ອຍຄຳ​ຂອງ​ພຣະອົງ​ໄດ້?


ວ່າ, “ຈົ່ງ​ໄປ​ທີ່​ນີເນເວ​ເມືອງ​ໃຫຍ່ ແລະ​ກ່າວ​ຕໍ່ສູ້​ເມືອງ​ນີ້ ເຮົາ​ຮູ້​ວ່າ​ປະຊາຊົນ​ໃນ​ເມືອງ​ນີ້​ປະພຶດ​ຊົ່ວຊ້າ​ສໍ່າໃດ.”


ແຕ່​ໂຢນາ​ກັບ​ໄປ​ທາງ​ຕາກຊິດ ເພື່ອ​ຫລົບ​ໜີ​ຈາກ​ພຣະເຈົ້າຢາເວ. ເພິ່ນ​ໄດ້​ໄປ​ທີ່​ເມືອງ​ຢົບປາ ທີ່​ນັ້ນ​ເພິ່ນ​ໄດ້​ພົບ​ເຮືອ​ລຳ​ໜຶ່ງ ກຳລັງ​ຈະ​ໄປ​ຕາກຊິດ. ເພິ່ນ​ຈຶ່ງ​ຈ່າຍ​ຄ່າ​ໂດຍສານ ແລະ​ລົງ​ເຮືອ​ກັບ​ພວກ​ລູກເຮືອ, ແລ້ວ​ກໍ​ອອກ​ເດີນທາງ​ໄປ​ສູ່​ຕາກຊິດ ເພື່ອ​ຫລົບ​ໜີ​ຈາກ​ພຣະເຈົ້າຢາເວ.


ພຣະເຢຊູເຈົ້າ​ກ່າວ​ແກ່​ລາວ​ວ່າ, “ຜູ້ໃດ​ທີ່​ເອົາ​ມື​ຈັບ​ງ້ອນໄຖ​ແລ້ວ​ຍັງ​ຫລຽວ​ຄືນ​ຫລັງ ຜູ້ນັ້ນ​ກໍ​ບໍ່​ສົມ​ກັບ​ອານາຈັກ​ຂອງ​ພຣະເຈົ້າ.”


ໃນ​ຂະນະທີ່​ໂປໂລ​ລໍ​ຖ້າ​ຊີລາ ແລະ ຕີໂມທຽວ ຢູ່​ທີ່​ນະຄອນ​ອາແຖນ​ນັ້ນ ເພິ່ນ​ກໍ​ຂຸ່ນເຄືອງ​ໃຈ​ໜັກ ເມື່ອ​ເຫັນ​ວ່າ​ນະຄອນ​ນີ້​ເຕັມ​ໄປ​ດ້ວຍ​ຮູບເຄົາຣົບ.


ເມື່ອ​ຊີລາ ແລະ ຕີໂມທຽວ​ກັບ​ມາ​ຈາກ​ແຂວງ​ມາເກໂດເນຍ​ແລ້ວ ໂປໂລ​ກໍ​ໃຊ້​ເວລາ​ທັງໝົດ​ຂອງ​ເພິ່ນ ປະກາດ​ພຣະທຳ​ໂດຍ​ເປັນ​ພະຍານ​ແກ່​ພວກ​ຢິວ​ວ່າ ພຣະເຢຊູເຈົ້າ​ແມ່ນ​ພຣະຄຣິດ.


ດ້ວຍວ່າ, ເປັນ​ໄປ​ບໍ່ໄດ້​ທີ່​ຈະ​ໃຫ້​ພວກ​ຂ້າພະເຈົ້າ​ປິດບັງ ບໍ່​ໃຫ້​ເວົ້າ​ສິ່ງ​ທີ່​ໄດ້​ເຫັນ​ແລະ​ໄດ້ຍິນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka