ເຢເຣມີຢາ 20:7 - ພຣະຄຳພີສັກສິ7 ຂ້າແດ່ພຣະເຈົ້າຢາເວ ພຣະອົງໄດ້ຫລອກລວງຂ້ານ້ອຍ ຂ້ານ້ອຍຈຶ່ງຖືກຫລອກລວງສາແລ້ວ. ພຣະອົງນັ້ນເຂັ້ມແຂງລື່ນກວ່າຂ້ານ້ອຍ ພຣະອົງຊົງຣິດເໜືອຂ້ານ້ອຍຫລາຍແທ້. ທຸກຄົນຫົວເຍາະເຍີ້ຍນິນທາຂ້ານ້ອຍ ຫົວເລາະໃສ່ຂ້ານ້ອຍຕະຫລອດວັນ. Uka jalj uñjjattʼäta |
ເວລາແຫ່ງການລົງໂທດໄດ້ມາເຖິງແລ້ວ ຄືເວລາທີ່ປະຊາຊົນຈະໄດ້ຮັບໃນສິ່ງທີ່ສົມຄວນໄດ້ຮັບ. ເມື່ອສິ່ງນັ້ນເກີດຂຶ້ນ ຊາດອິດສະຣາເອນຈຶ່ງຈະຮູ້ຈັກ. ພວກເຈົ້າເວົ້າວ່າ, “ຜູ້ທຳນວາຍຄົນນີ້ໂງ່. ຄົນທີ່ມີພຣະເຈົ້າດົນໃຈກໍເປັນຄົນບໍ່ເຕັມ.” ພວກເຈົ້າກຽດຊັງເຮົາຫລາຍທີ່ສຸດ ເພາະບາບຂອງພວກເຈົ້າໜາຫລາຍ.
ດັ່ງນັ້ນ ເພິ່ນຈຶ່ງພາວັນນາອະທິຖານຕໍ່ພຣະເຈົ້າຢາເວວ່າ, “ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍໄດ້ເວົ້າກັບພຣະອົງແລ້ວ ກ່ອນຈາກເຮືອນມາບໍ່ແມ່ນຫລືວ່າ ພຣະອົງຈະຕ້ອງກະທຳເຊັ່ນນີ້? ສະນັ້ນ ຂ້ານ້ອຍຈຶ່ງພະຍາຍາມສຸດຂີດ ທີ່ຈະໜີໄປຕາກຊິດ ເພາະຂ້ານ້ອຍຮູ້ວ່າ ພຣະອົງເປັນພຣະເຈົ້າທີ່ມີຄວາມຮັກແລະມີຄວາມເມດຕາ ອົດທົນສະເໝີ, ໃຈດີສະເໝີ, ພ້ອມທີ່ຈະປ່ຽນໃຈສະເໝີແລະບໍ່ລົງໂທດ.