Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 20:6 - ພຣະຄຳພີສັກສິ

6 ປັດຊູ​ເອີຍ ສຳລັບ​ເຈົ້າ ແລະ​ຄອບຄົວ​ຂອງ​ເຈົ້າ​ກໍ​ຈະ​ຖືກ​ຈັບ​ໄປ​ທີ່​ນັ້ນ​ເຊັ່ນກັນ. ເຈົ້າ​ຈະ​ຕາຍ​ແລະ​ຖືກ​ຝັງ​ໄວ້​ໃນ​ທີ່ນັ້ນ​ຮ່ວມ​ກັບ​ມິດ​ສະຫາຍ​ທັງໝົດ ທີ່​ເຈົ້າ​ໄດ້​ບອກ​ໃຫ້​ພວກເຂົາ​ເວົ້າ​ຕົວະ​ຫລາຍໆ​ຢ່າງນັ້ນ.”’

Uka jalj uñjjattʼäta Copia luraña




ເຢເຣມີຢາ 20:6
25 Jak'a apnaqawi uñst'ayäwi  

ຫົວ​ແມ່ນ​ຜູ້​ອາວຸໂສ​ກັບ​ຄົນ​ທີ່​ມີ​ກຽດ ສ່ວນ​ຫາງ​ນັ້ນ​ແມ່ນ​ພວກ​ຜູ້ທຳນວາຍ​ທີ່​ສັ່ງສອນ​ເລື່ອງ​ບໍ່ຈິງ.


ແລ້ວ​ຂ້າພະເຈົ້າ​ກໍ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ພຣະອົງ​ຮູ້​ເຖິງ​ເລື່ອງ​ທີ່​ບັນດາ​ຜູ້ທຳນວາຍ​ກຳລັງ​ບອກ​ປະຊາຊົນ​ວ່າ ຈະ​ບໍ່ມີ​ເສິກ​ສົງຄາມ ແລະ​ການ​ອຶດຕາຍ​ດອກ ກໍ​ເພາະ​ພຣະອົງ​ໄດ້​ສັນຍາ​ໄວ້. ດັ່ງນັ້ນ ພວກເຂົາ​ເວົ້າ​ວ່າ, ໃນ​ດິນແດນ​ຂອງ​ພວກເຮົາ​ຈະ​ມີ​ແຕ່​ຄວາມ​ສະຫງົບສຸກ​ເທົ່ານັ້ນ.”


ປະຊາຊົນ​ຜູ້ໃດ​ທີ່​ຟັງ​ພວກເຂົາ​ເວົ້າ​ໃນ​ສິ່ງ​ເຫຼົ່ານີ້ ກໍ​ຈະ​ຖືກ​ຂ້າ​ໂດຍ​ວິທີ​ດຽວກັນ​ນີ້. ຊາກສົບ​ຂອງ​ພວກເຂົາ​ຈະ​ຖືກ​ໂຍນ​ຖິ້ມ ຕາມ​ທ້ອງ​ຖະໜົນ​ຫົນທາງ​ຂອງ​ນະຄອນ​ເຢຣູຊາເລັມ ແລະ​ຈະ​ບໍ່ມີ​ຜູ້ໃດ​ຝັງ​ຊາກສົບ​ຂອງ​ພວກເຂົາ. ເຫດການ​ນີ້​ຈະ​ເກີດຂຶ້ນ​ກັບ​ພວກເຂົາ​ທຸກຄົນ ລວມ​ທັງ​ເມຍ, ລູກຊາຍ ແລະ​ລູກສາວ​ຂອງ​ພວກເຂົາ​ດ້ວຍ. ເຮົາ​ຈະ​ໃຫ້​ພວກເຂົາ​ໄດ້​ຮັບ​ໂທດກຳ ຍ້ອນ​ພວກເຂົາ​ເອງ​ໄດ້​ເຮັດ​ຊົ່ວ.”


ເມື່ອ​ປະໂຣຫິດ​ປັດຊູ​ລູກຊາຍ​ຂອງ​ອິມເມ ຜູ້​ທີ່​ເປັນ​ຫົວໜ້າ​ເຈົ້າໜ້າທີ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ໄດ້ຍິນ​ຂ້າພະເຈົ້າ​ປະກາດ​ສິ່ງ​ເຫຼົ່ານີ້,


ພຣະເຈົ້າຢາເວ​ເອງ​ໄດ້​ກ່າວ​ວ່າ, ‘ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ກັບ​ມິດ​ສະຫາຍ​ຂອງເຈົ້າ​ຕົກໃຈ​ຢ້ານ ແລະ​ເຈົ້າ​ກໍ​ຈະ​ເຫັນ​ພວກເຂົາ​ທັງໝົດ​ຖືກ​ຂ້າ​ດ້ວຍ​ດາບ​ຂອງ​ເຫຼົ່າ​ສັດຕູ. ເຮົາ​ຈະ​ມອບ​ປະຊາຊົນ​ຢູດາ​ທັງໝົດ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ກະສັດ​ແຫ່ງ​ບາບີໂລນ; ລາວ​ຈະ​ຈັບ​ເອົາ​ບາງຄົນ​ໄປ​ເປັນ​ຊະເລີຍ​ທີ່​ປະເທດ​ຂອງ​ລາວ ຫລື​ສັງຫານ​ບາງຄົນ​ເສຍ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ຈົ່ງ​ຮັບ​ຟັງ​ສິ່ງ​ທີ່​ເຮົາ​ກ່າວ ເຮົາ​ຕໍ່ສູ້​ຜູ້ທຳນວາຍ​ທັງຫລາຍ​ຜູ້​ທີ່​ເລົ່າ​ຄວາມຝັນ​ຕ່າງໆ​ຂອງຕົນ ຊຶ່ງ​ເຕັມ​ໄປ​ດ້ວຍ​ຄຳ​ຕົວະຍົວະ. ພວກເຂົາ​ເລົ່າ​ຄວາມຝັນ​ນັ້ນ ແລະ​ນຳ​ປະຊາຊົນ​ຂອງເຮົາ​ໃຫ້​ຫລົງ​ຜິດໄປ ດ້ວຍ​ຄຳ​ຕົວະຍົວະ ແລະ​ຄຳ​ໂອ້ອວດ​ຂອງ​ພວກເຂົາ. ເຮົາ​ບໍ່ໄດ້​ໃຊ້ ຫລື​ສັ່ງ​ພວກເຂົາ​ໄປ ແລະ​ພວກເຂົາ​ກໍ​ບໍ່ໄດ້​ຊ່ວຍເຫລືອ​ປະຊາຊົນ​ຫຍັງ​ເລີຍ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ນີ້ແມ່ນ​ພຣະເຈົ້າຢາເວ​ກ່າວ​ຄື: ເຮົາ​ຈະ​ລົງໂທດ​ເຊມາອີຢາ​ຊາວ​ເນເຮລາມ​ກັບ​ເຊື້ອສາຍ​ຂອງລາວ ລາວ​ຈະ​ບໍ່​ມີ​ເຊື້ອສາຍ​ຈັກ​ຄົນດຽວ​ອາໄສ​ຢູ່​ໃນ​ທ່າມກາງ​ພວກເຈົ້າ. ລາວ​ຈະ​ບໍ່ມີ​ຊີວິດ​ຢູ່​ໄດ້​ເຫັນ​ສິ່ງ​ດີ​ທັງຫລາຍ ຊຶ່ງ​ເຮົາ​ຈະ​ເຮັດ​ສຳລັບ​ປະຊາຊົນ​ຂອງເຮົາ, ເພາະ​ລາວ​ໄດ້​ສອນ​ພວກເຂົາ​ໃຫ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ.’ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.”


ຄື​ບັນດາ​ຜູ້ທຳນວາຍ​ກໍ​ເວົ້າ​ແຕ່​ຄຳ​ບໍ່ຈິງ ພວກ​ປະໂຣຫິດ​ກໍ​ປົກຄອງ​ຕາມ​ຄຳສັ່ງ​ຂອງ​ພວກ​ຜູ້ທຳນວາຍ ແລະ​ປະຊາຊົນ​ຂອງເຮົາ​ກໍ​ບໍ່ໄດ້​ຄັດຄ້ານ​ຫຍັງ​ເລີຍ. ແຕ່​ພວກເຂົາ​ຈະ​ເຮັດ​ຢ່າງໃດ​ໃນ​ບັ້ນປາຍ?”


ຜູ້ທຳນວາຍ​ຂອງ​ພວກເຈົ້າ​ບໍ່ມີ​ຫຍັງ​ກ່າວ​ຈາ ນອກຈາກ​ກ່າວ​ຄຳ​ຫລອກລວງ​ເທົ່ານັ້ນ; ພວກເຂົາ​ເທດສະໜາ​ຫລອກລວງ​ບອກ​ວ່າ, ການບາບ​ເຈົ້າ​ບໍ່ມີ ພວກເຂົາ​ໃຫ້​ເຈົ້າ​ຄິດວ່າ​ບໍ່​ຈຳເປັນ​ຕ້ອງ​ກັບໃຈໃໝ່.


ພວກ​ຜູ້ທຳນວາຍ​ໄດ້​ເຊື່ອງ​ບາບ​ເຫຼົ່ານີ້​ໄວ້ ເໝືອນ​ຄົນ​ໜຶ່ງ​ທີ່​ໃຊ້​ປູນຂາວ​ໂອບ​ບ່ອນ​ທີ່​ກຳແພງ​ແຕກ. ພວກເຂົາ​ເຫັນ​ນິມິດ​ແລະ​ການ​ທຳນວາຍ​ອັນ​ຈອມປອມ. ພວກເຂົາ​ອ້າງ​ວ່າ ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້’ ໃນ​ເມື່ອ​ພຣະເຈົ້າຢາເວ​ບໍ່ໄດ້​ກ່າວ​ຫຍັງ​ເລີຍ.


ເຮົາ​ຈະ​ຫັນ​ມາ​ຕໍ່ສູ້​ພວກເຈົ້າ​ເພື່ອ​ວ່າ​ພວກເຈົ້າ​ຈະ​ພ່າຍແພ້ ແລະ​ຜູ້​ທີ່​ຊັງ​ພວກເຈົ້າ​ກໍ​ຈະ​ປົກຄອງ​ພວກເຈົ້າ; ພວກເຈົ້າ​ຈະ​ຕື່ນ​ຕົກໃຈ​ຢ້ານກົວ ຈົນ​ແລ່ນ​ເປີດ​ໜີໄປ​ຢ່າງ​ບໍ່​ຮູ້ສຶກ​ຕົວ​ໂດຍ​ບໍ່ມີ​ໃຜ​ໄລ່​ຕິດຕາມ.


ປະຊາຊົນ​ເຫຼົ່ານີ້ ຕ້ອງການ​ຜູ້ທຳນວາຍ​ທີ່​ທ່ຽວ​ໄປມາ​ເວົ້າ​ຕົວະ ແລະ​ຫລອກລວງ​ໂດຍ​ເວົ້າ​ວ່າ, ‘ຂ້ອຍ​ຂໍ​ທຳນວາຍ​ວ່າ ເຫຼົ້າ​ອະງຸ່ນ​ແລະ​ສຸຣາ​ຈະ​ຫລັ່ງໄຫລ​ມາ​ສຳລັບ​ພວກເຈົ້າ.’


ແລ້ວ​ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຍັງ​ທຳນວາຍ​ຕໍ່ໄປ ພໍ່​ແລະ​ແມ່​ຂອງ​ຜູ້ນັ້ນ​ກໍ​ຈະ​ບອກ​ວ່າ, ລາວ​ຈະ​ຖືກ​ປະຫານ​ຊີວິດ​ຍ້ອນ​ລາວ​ເວົ້າ​ຕົວະ​ໃນນາມ​ຂອງ​ພຣະເຈົ້າຢາເວ; ເມື່ອ​ລາວ​ທຳນວາຍ​ນັ້ນ ພໍ່​ແມ່​ຂອງ​ລາວ​ຈະ​ຕົບຕີ​ລາວ​ຈົນ​ຕາຍ.


ພຣະເຈົ້າຢາເວ​ຈະ​ໃຫ້​ສັດຕູ​ມາ​ຊະນະ​ພວກເຈົ້າ. ພວກເຈົ້າ​ຈະ​ໂຈມຕີ​ພວກເຂົາ​ທາງ​ທິດດຽວ ແຕ່​ພວກເຈົ້າ​ຈະ​ແລ່ນ​ເປີດ​ໜີໄປ​ທຸກ​ທິດ​ທຸກ​ທາງ ແລະ​ປະຊາຊົນ​ທັງໝົດ​ເທິງ​ແຜ່ນດິນ​ໂລກ​ຈະ​ອົກສັ່ນ​ຂວັນເສຍ ເມື່ອ​ພວກເຂົາ​ໄດ້ຍິນ​ສິ່ງ​ທີ່​ເກີດຂຶ້ນ​ກັບ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka