5 ເຮົາຈະໃຫ້ເຫຼົ່າສັດຕູປຸ້ນເອົາຊັບສົມບັດ ແລະຢຶດຂອງມີຄ່າທັງໝົດໃນເມືອງໄປ; ແມ່ນແຕ່ຊັບສົມບັດອັນມີຄ່າຂອງບັນດາກະສັດແຫ່ງຢູດາຍ ກໍຈະຖືກຂົນໄປບາບີໂລນໝົດ.
ເມື່ອຮອດລະດູໃບໄມ້ປົ່ງ ກະສັດເນບູກາເນັດຊາໄດ້ນຳເຢໂຮຍອາກິນໄປເປັນຊະເລີຍທີ່ບາບີໂລນ ພ້ອມທັງນຳຊັບສົມບັດອັນມີຄ່າໃນວິຫານຂອງພຣະເຈົ້າຢາເວໄປກ້ຽງ. ແລ້ວເພິ່ນກໍແຕ່ງຕັ້ງເຊເດກີຢາ ລູງ ຂອງເຢໂຮຍອາກິນ ໃຫ້ຂຶ້ນເປັນກະສັດປົກຄອງຢູດາຍແລະເຢຣູຊາເລັມແທນ.
ເວລາມາເຖິງແລ້ວທີ່ທຸກໆສິ່ງໃນວັງຂອງທ່ານ ຄືທຸກສິ່ງທີ່ບັນພະບຸລຸດຂອງທ່ານໄດ້ສະສົມໄວ້ຈົນຮອດວັນນີ້ ຈະຖືກຂົນໄປບາບີໂລນ. ຈະບໍ່ມີສິ່ງໃດເຫຼືອຢູ່ເລີຍ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ຕາມບ່ອນສູງທີ່ຖິ່ນແຫ້ງແລ້ງກັນດານ ພວກທຳລາຍລ້າງຜານໄດ້ມາປຸ້ນສະດົມຈົນໝົດ. ເຮົາໄດ້ສົ່ງເສິກມາທຳລາຍດິນແດນທັງໝົດ ຈົນບໍ່ມີຜູ້ໃດຢູ່ຢ່າງສະຫງົບສຸກໄດ້ຕາມທີ່ຕ່າງໆ.
ພຣະອົງໄດ້ກ່າວແກ່ຂ້າພະເຈົ້າວ່າ, “ເຮົາຈະສົ່ງເຫຼົ່າສັດຕູມາກວາດເອົາຊັບສົມບັດແລະເງິນຄຳ ທີ່ປະຊາຊົນຂອງເຮົາໄດ້ສະສົມໄວ້ໄປໝົດ ເພື່ອເປັນການລົງໂທດທີ່ພວກເຂົາໄດ້ກະທຳບາບໄວ້ທົ່ວທັງດິນແດນ.
ແລະຕາມໜ່ວຍພູໃນຊົນນະບົດ. ເຮົາຈະໃຫ້ເຫຼົ່າສັດຕູຂອງພວກເຈົ້າຢຶດຊັບສົມບັດແລະສິ່ງຂອງທີ່ພວກເຈົ້າໄດ້ສະສົມໄວ້ໄປໝົດ ຍ້ອນການບາບທັງໝົດທີ່ພວກເຈົ້າໄດ້ເຮັດໄວ້ ທົ່ວທັງດິນແດນຂອງພວກເຈົ້າ.
ແຕ່ການຂາບໄຫວ້ພະບາອານ ພະແຫ່ງຄວາມອັບອາຍເຮັດໃຫ້ພວກຂ້ານ້ອຍເສຍຝູງແກະ ແລະຝູງງົວ, ພວກລູກຊາຍແລະລູກສາວ, ຄືສູນເສຍທຸກສິ່ງທີ່ບັນພະບຸລຸດໄດ້ສະສົມໄວ້ແຕ່ບູຮານ.
ຊາວບາບີໂລນໄດ້ສ້າງເຄື່ອງປິດລ້ອມເພື່ອຢຶດເອົາເມືອງ ແລະກໍຈະໂຈມຕີເມືອງ. ເສິກສົງຄາມ, ການຕາຍອຶດຕາຍຫິວ ແລະການເຈັບໄຂ້ໄດ້ປ່ວຍ ຈະເຮັດໃຫ້ເມືອງນີ້ຕົກຢູ່ໃນກຳມືຂອງພວກເຂົາ. ພຣະອົງເຫັນໄດ້ວ່າເຫດການທັງໝົດທີ່ພຣະອົງໄດ້ກ່າວນັ້ນຈະກາຍເປັນຈິງ.
ຢູ່ຕໍ່ມາ ໃນວັນທີເກົ້າຂອງເດືອນທີສີ່ໃນຣາຊການປີທີສິບເອັດຂອງກະສັດເຊເດກີຢາ ນະຄອນເຢຣູຊາເລັມກໍແຕກ. (
ໃນຂະນະດຽວກັນນັ້ນ ພວກບາບີໂລນກໍໄດ້ຈູດຣາຊວັງແລະເຮືອນຂອງປະຊາຊົນ ພ້ອມທັງກຳແພງນະຄອນເຢຣູຊາເລັມລົງໃຫ້ພິນາດ.
ໄພພິບັດໜຶ່ງແລ້ວ ໄພພິບັດອື່ນຊໍ້າຕິດຕາມມາ ຈົນໝົດປະເທດຖືກປ່ອຍປະໃຫ້ຮົກຮ້າງເພພັງສິ້ນ. ຜ້າເຕັນຂອງພວກເຮົາກໍໄດ້ຖືກທຳລາຍຢ່າງໄວວາ ຜ້າກັ້ງຂອງເຕັນກໍຖືກຈີກໃຫ້ຂາດເປັນຕ່ອນໆ.
ພວກສັດຕູເຂົ້າມາປຸ້ນມາລັກເອົາ ຊັບສົມບັດທັງໝົດທີ່ນາງມີຢູ່ນັ້ນ. ນາງໄດ້ເຫັນພວກສັດຕູເຂົ້າໄປໃນພຣະວິຫານ ທີ່ພຣະເຈົ້າຫ້າມປາມບໍ່ໃຫ້ຄົນຕ່າງຊາດເຂົ້າ.
ບັດນີ້ ເມື່ອຕົກຢູ່ໃນສະພາບຮົກຮ້າງເພພັງ ນະຄອນເຢຣູຊາເລັມກໍຄິດເຖິງສິ່ງຮຸ່ງເຮືອງໃນອະດີດ. ເມື່ອນາງຢູ່ໃນກຳມືຂອງສັດຕູນັ້ນກໍບໍ່ມີຜູ້ໃດຊ່ວຍເຫຼືອນາງ, ຜູ້ທີ່ຊະນະເພາະຕົນຫຼົ້ມຈົມກໍຫົວຂວັນໃສ່ຊໍ້າ.
ແມ່ນແຕ່ຜູ້ປົກຄອງຄົນຕ່າງຊາດທັງຄົນອື່ນໆກໍດີ ກໍບໍ່ເຊື່ອວ່າມີນັກຮຸກຮານບຸປະຕູນະຄອນເຢຣູຊາເລັມໄດ້.
ບັນດາຜູ້ນຳ ເປັນດັ່ງໂຕສິງທີ່ຮ້ອງຄຳຣາມເທິງສັດທີ່ມັນໄດ້ຂ້າ. ພວກເຂົາຂ້າປະຊາຊົນຢຶດເອົາເງິນຄຳ ແລະຊັບສົມບັດທັງໝົດທີ່ພວກເຂົາສາມາດເອົາໄດ້ ແລະເຮັດໃຫ້ຍິງຫລາຍຄົນເປັນໝ້າຍເພາະການຄາດຕະກຳທີ່ພວກເຂົາໄດ້ກໍ່ຂຶ້ນ.
ອົງພຣະຜູ້ເປັນເຈົ້າໄດ້ໃຫ້ກະສັດເນບູກາດເນັດຊາຈັບກະສັດເຢໂຮຍອາກິມ ແລະຢຶດເອົາເຄຶ່ອງໃຊ້ບາງຢ່າງໃນວິຫານຂອງພຣະເຈົ້າໄປ. ເພິ່ນໄດ້ຈັບເອົາຊະເລີຍບາງຄົນກັບຄືນໄປທີ່ວິຫານພະຂອງເພິ່ນໃນບາບີໂລນ ແລະເອົາຊັບສົມບັດທີ່ຢຶດໄດ້ນັ້ນໄປເກັບໄວ້ໃນຄັງພະຂອງຕົນທີ່ວິຫານ.
ເຖິງແມ່ນຊາດອິດສະຣາເອນອອກດອກ ຮຸ່ງເຮືອງຂຶ້ນດັ່ງຕົ້ນຫຍ້າ ເຮົາກໍຈະສົ່ງລົມຮ້ອນຈາກທິດຕາເວັນອອກ ພັດມາຈາກຖິ່ນແຫ້ງແລ້ງກັນດານ; ລົມນີ້ຈະເຮັດໃຫ້ນໍ້າພຸແລະນໍ້າສ້າງຂອງພວກເຂົາແຫ້ງລົງ. ມັນຈະພັດເອົາທຸກສິ່ງທີ່ມີຄ່າໄປ.