ເຢເຣມີຢາ 20:4 - ພຣະຄຳພີສັກສິ4 ພຣະເຈົ້າຢາເວເອງໄດ້ກ່າວວ່າ, ‘ເຮົາຈະເຮັດໃຫ້ເຈົ້າກັບມິດສະຫາຍຂອງເຈົ້າຕົກໃຈຢ້ານ ແລະເຈົ້າກໍຈະເຫັນພວກເຂົາທັງໝົດຖືກຂ້າດ້ວຍດາບຂອງເຫຼົ່າສັດຕູ. ເຮົາຈະມອບປະຊາຊົນຢູດາທັງໝົດໃຫ້ຢູ່ໃຕ້ອຳນາດຂອງກະສັດແຫ່ງບາບີໂລນ; ລາວຈະຈັບເອົາບາງຄົນໄປເປັນຊະເລີຍທີ່ປະເທດຂອງລາວ ຫລືສັງຫານບາງຄົນເສຍ. Uka jalj uñjjattʼäta |
‘ເຮົາຈະເອີ້ນເອົາຊົນຊາດທັງໝົດຈາກທາງທິດເໜືອມາ ພ້ອມກະສັດເນບູກາດເນັດຊາແຫ່ງບາບີໂລນຜູ້ຮັບໃຊ້ຂອງເຮົາ. ເຮົາຈະນຳພວກເຂົາໄປຕໍ່ສູ້ອານາຈັກຢູດາຍພ້ອມກັບພົນລະເມືອງທັງໝົດ ແລະຕໍ່ສູ້ປະເທດໃກ້ຄຽງທັງໝົດດ້ວຍ. ເຮົາຈະທຳລາຍປະເທດນີ້ ແລະປະເທດໃກ້ຄຽງທັງຫລາຍໃຫ້ຮົກຮ້າງເພພັງຕະຫລອດໄປ ຊຶ່ງຈະເປັນສະພາບຕົກສະທ້ານຢ້ານກົວໃຈຫລາຍເມື່ອໄດ້ພົບເຫັນ. ເຮົາຄືພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວກ່ຽວກັບອາຮາບລູກຊາຍຂອງໂກໄລຢາ ແລະເຊເດກີຢາລູກຊາຍຂອງມາອາເສອີຢາ ທີ່ກຳລັງເວົ້າຕົວະໃນນາມຂອງພຣະອົງວ່າ: ‘ເຮົາຈະໃຫ້ພວກເຂົາ ຕົກຢູ່ໃນກຳມືຂອງກະສັດເນບູກາດເນັດຊາແຫ່ງບາບີໂລນ. ລາວຈະປະຫານຊີວິດພວກເຂົາຕໍ່ໜ້າຕໍ່ຕາພວກເຈົ້າ.