Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 20:2 - ພຣະຄຳພີສັກສິ

2 ລາວ​ຈຶ່ງ​ສັ່ງ​ຄົນ​ໃຫ້​ຂ້ຽນຕີ ແລະ​ລ່າມໂສ້​ຂ້າພະເຈົ້າ​ໄວ້ ທີ່​ຂ້າງ​ເທິງ​ໃກ້​ກັບ​ປະຕູ​ເບັນຢາມິນ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 20:2
30 Jak'a apnaqawi uñst'ayäwi  

ເມື່ອ​ກະສັດ​ເຢໂຣໂບອາມ​ໄດ້ຍິນ​ຖ້ອຍຄຳ​ທີ່​ຄົນ​ຂອງ​ພຣະເຈົ້າ​ໄດ້​ຮ້ອງ​ຕໍ່ສູ້​ແທ່ນບູຊາ​ທີ່​ເບັດເອນ. ເພິ່ນ​ກໍ​ຊີ້​ໜ້າ​ຊາຍ​ຜູ້ນັ້ນ ແລະ​ສັ່ງ​ວ່າ, “ຈັບ​ຊາຍ​ຄົນ​ນີ້​ໄວ້.” ໃນ​ທັນໃດນັ້ນ ແຂນ​ຂອງ​ກະສັດ​ກໍ​ລ່ອຍ​ຈົນ​ພັບຄືນ​ບໍ່ໄດ້.


ບອກ​ພວກເຂົາ​ໃຫ້​ຂັງ​ລາວ​ໃສ່​ຄຸກ​ໄວ້​ໃຫ້​ລາວ​ກິນ​ແຕ່​ເຂົ້າ​ກັບ​ນໍ້າ​ໜ້ອຍລົງ ຈົນກວ່າ​ເຮົາ​ຈະ​ກັບ​ມາ​ຢ່າງ​ປອດໄພ.”


ເລື່ອງ​ນີ້​ໄດ້​ເຮັດ​ໃຫ້​ອາສາ​ໂກດຮ້າຍ​ຜູ້ທຳນວາຍ​ຫລາຍ ຈົນ​ເພິ່ນ​ຈັບ​ລາວ​ໄປ​ຂັງ​ຄຸກ​ໄວ້. ໃນ​ເວລາ​ດຽວກັນ​ນັ້ນ ເພິ່ນ​ກໍ​ຂົ່ມເຫັງ​ປະຊາຊົນ​ບາງຄົນ​ຢ່າງ​ທາລຸນ.


ແລ້ວ​ຜູ້ທຳນວາຍ​ເຊເດກີຢາ​ລູກຊາຍ​ຂອງ​ເຄນາອານາ​ກໍ​ອອກ​ໄປ​ຫາ​ມີກາອີຢາ ແລະ​ໄດ້​ຕົບ​ໜ້າ​ລາວ​ພ້ອມ​ທັງ​ຖາມ​ວ່າ, “ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ອອກ​ຈາກ​ຂ້ອຍ​ໄປ​ເວົ້າ​ກັບ​ເຈົ້າ​ເມື່ອໃດ?”


ກະສັດ​ໂຢອາດ​ໄດ້​ຮ່ວມ​ຄິດ​ຮ້າຍ​ຕໍ່ສູ້​ເຊກາຣີຢາ ແລະ​ຕາມ​ຄຳສັ່ງ​ກະສັດ ປະຊາຊົນ​ໄດ້​ແກວ່ງ​ກ້ອນຫີນ​ໃສ່​ລາວ​ໃນ​ເດີ່ນ​ວິຫານ​ຂອງ​ພຣະເຈົ້າຢາເວ.


ພຣະອົງ​ລ່າມໂສ້​ຂ້ານ້ອຍ​ໄວ້​ເປັນ​ຢ່າງດີ; ຈອບເບິ່ງ​ທຸກໆ​ນາທີ​ແລະ​ຊອມເບິ່ງ​ທຸກ​ບາດຍ່າງ.


ພຣະອົງ​ລ່າມໂສ້​ຂ້ອຍ​ໄວ້ ແລະ​ບໍ່​ໃຫ້​ຂ້ອຍ​ໄປ​ໃສ ພຣະອົງ​ເບິ່ງ​ຂ້ອຍ​ເຄື່ອນໄຫວ​ທຸກໆ​ບາດກ້າວ.’


ເມື່ອ​ບັນດາ​ພວກ​ເຈົ້ານາຍ​ຂອງ​ຢູດາຍ​ໄດ້ຍິນ​ເຖິງ​ສິ່ງ​ທີ່​ເກີດຂຶ້ນ ພວກເຂົາ​ກໍ​ຟ້າວ​ອອກ​ຈາກ​ວັງ​ມາ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ໄປ​ນັ່ງ​ທີ່​ທາງເຂົ້າ​ປະຕູ​ໃໝ່​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ.


ແລະ​ພໍ​ຂ້າພະເຈົ້າ​ໄດ້​ກ່າວ​ສິ່ງ​ທັງໝົດ ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໃຫ້​ຂ້າພະເຈົ້າ​ກ່າວ​ຈົບແລ້ວ ພວກເຂົາ​ກໍ​ແລ່ນ​ເຂົ້າ​ມາ​ເພື່ອ​ຫຸ້ມ​ຈັບກຸມ​ຂ້າພະເຈົ້າ​ໄວ້ ແລະ​ຮ້ອງຂຶ້ນ​ວ່າ, “ເຈົ້າ​ຄວນ​ຈະ​ຖືກ​ຂ້າ​ຍ້ອນ​ຄຳເວົ້າ​ຂອງເຈົ້າ


“ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ທ່ານ​ເປັນ​ປະໂຣຫິດ​ແທນ​ເຢໂຮຍອາດາ; ບັດນີ້ ທ່ານ​ກໍ​ເປັນ​ຫົວໜ້າ​ຂອງ​ພວກ​ເຈົ້າໜ້າທີ່ ປະຈຳ​ວິຫານ​ຂອງ​ພຣະເຈົ້າຢາເວ. ແມ່ນ​ໜ້າທີ່​ຂອງທ່ານ​ທີ່​ຈະ​ຈັດການ​ລ່າມໂສ້​ຄົນ​ເສຍ​ສະຕິ​ທຸກໆຄົນ ທີ່​ແກ້ງ​ເຮັດ​ເປັນ​ຜູ້ທຳນວາຍ.


ແລ້ວ​ເພິ່ນ​ກໍ​ສັ່ງ​ເຈົ້າຊາຍ​ເຢຣາເມເອນ, ເສຣາອີຢາ​ລູກຊາຍ​ຂອງ​ອາຊະຣິເອນ ແລະ​ເຊເລມີຢາ​ລູກຊາຍ​ຂອງ​ອັບເດເອນ, ໃຫ້​ໄປ​ຈັບ​ຂ້າພະເຈົ້າ ແລະ​ບາຣຸກ ເລຂາທິການ​ຂອງ​ຂ້າພະເຈົ້າ. ແຕ່​ພຣະເຈົ້າຢາເວ​ໄດ້​ເຊື່ອງ​ພວກເຮົາ​ໄວ້.


ແຕ່​ເມື່ອ​ຂ້າພະເຈົ້າ​ມາຮອດ​ປະຕູ​ເບັນຢາມິນ ກໍ​ມີ​ນາຍ​ທະຫານ​ຮັບຜິດຊອບ​ການ​ເຝົ້າຍາມ​ຄົນ​ໜຶ່ງ​ຊື່​ວ່າ​ອີຣີຢາ​ລູກຊາຍ​ຂອງ​ເຊເລມີຢາ ແລະ​ຫລານຊາຍ​ຂອງ​ຮານານີຢາ ຢັບຢັ້ງ​ຂ້າພະເຈົ້າ​ໄວ້ ແລະ​ກ່າວ​ວ່າ, “ເຈົ້າ​ກຳລັງ​ຈະ​ໜີໄປ​ຫາ​ພວກ​ບາບີໂລນ.”


ສະນັ້ນ ກະສັດ​ເຊເດກີຢາ​ຈຶ່ງ​ມີ​ຄຳສັ່ງ ໃຫ້​ຂັງ​ຂ້າພະເຈົ້າ​ໄວ້​ຢູ່​ໃນ​ເດີ່ນ​ຂອງ​ຣາຊວັງ. ຂ້າພະເຈົ້າ​ໄດ້​ຢູ່​ທີ່ນັ້ນ ແຕ່ລະວັນ ຂ້າພະເຈົ້າ​ໄດ້​ຮັບ​ເຂົ້າຈີ່​ກ້ອນ​ໜຶ່ງ​ຈາກ​ໂຮງ​ເຮັດ​ເຂົ້າຈີ່​ຈົນ​ເຂົ້າຈີ່​ໃນ​ເມືອງ​ໝົດ.


ຂົງເຂດ​ທັງໝົດ ແຕ່​ເກບາ​ທາງ​ທິດເໜືອ​ຫາ​ຣິມໂມນ​ທາງ​ທິດໃຕ້ ຈະ​ເປັນ​ບ່ອນ​ຮາບພຽງ. ນະຄອນ​ເຢຣູຊາເລັມ​ຈະ​ສູງ​ເດັ່ນ​ໃນ​ດິນແດນ​ທີ່​ອ້ອມຮອບ​ນັ້ນ; ນະຄອນ​ນີ້​ຈະ​ມີ​ອານາເຂດ​ຢຽດ​ອອກ​ໄປ ແຕ່​ປະຕູ​ເບັນຢາມິນ​ຈົນຮອດ​ປະຕູ​ແຈ ບ່ອນ​ທີ່​ປະຕູ​ເມືອງ​ແຕ່ກ່ອນ​ຕັ້ງ​ຢູ່ ແລະ​ຈາກ​ຫໍຄອຍ​ຮານາເນນ ເຖິງ​ບ່ອນ​ບີບ​ເຫຼົ້າ​ອະງຸ່ນ​ຂອງ​ກະສັດ.


ແຕ່​ພວກ​ຄົນ​ເຊົ່າ​ສວນ​ນັ້ນ ໄດ້​ຈັບ​ພວກ​ຜູ້ຮັບໃຊ້​ຂອງ​ເພິ່ນ, ຂ້ຽນຕີ​ຜູ້ໜຶ່ງ, ຂ້າ​ຜູ້ໜຶ່ງ ແລະ​ເອົາ​ຫີນ​ແກວ່ງ​ໃສ່​ຜູ້ໜຶ່ງ.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ຈັບ​ທ່ານ​ທັງສອງ​ໄປ​ຄຸມຂັງ​ໄວ້​ໃນ​ຄຸກ ຈົນເຖິງ​ວັນ​ໜ້າ​ເພາະ​ຄໍ່າ​ແລ້ວ.


ພວກເຂົາ​ໄດ້​ຈັບ​ພວກ​ອັກຄະສາວົກ ແລະ​ໄປ​ຂັງ​ໄວ້​ໃນ​ຄຸກ.


ພວກເຂົາ​ຈຶ່ງ​ເອີ້ນ​ພວກ​ອັກຄະສາວົກ​ເຂົ້າ​ມາ ເມື່ອ​ຂ້ຽນ​ແລ້ວ​ກໍ​ສັ່ງ​ຫ້າມ​ບໍ່​ໃຫ້​ເວົ້າ​ອອກ​ນາມຊື່​ພຣະເຢຊູເຈົ້າ​ອີກ​ຈັກເທື່ອ ແລ້ວ​ກໍ​ປ່ອຍ​ຕົວ​ໄປ.


ມີ​ຜູ້ທຳນວາຍ​ຄົນ​ໃດ​ແດ່ ທີ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ບໍ່ໄດ້​ຂົ່ມເຫັງ? ພວກເຂົາ​ໄດ້​ຂ້າ​ບັນດາ​ຄົນ​ທີ່​ນຳ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ມາ​ໃຫ້ ຄື​ຄົນ​ທີ່​ໄດ້​ປະກາດ​ລ່ວງໜ້າ​ວ່າ ພຣະ​ຜູ້ຮັບໃຊ້​ອົງ​ຊອບທຳ​ຈະ​ມາ, ບັດນີ້ ເຈົ້າ​ທັງຫລາຍ​ໄດ້​ເປັນ​ຜູ້​ມອບ​ພຣະອົງ​ໄວ້ ແລະ​ສັງຫານ​ພຣະອົງ​ເສຍ.


ແລະ​ຂ້າພະເຈົ້າ​ໄດ້​ເຫັນ​ຍິງ​ຄົນ​ນັ້ນ ເມົາ​ດ້ວຍ​ເລືອດ​ໄພ່ພົນ​ຂອງ​ພຣະເຈົ້າ ແລະ​ດ້ວຍ​ເລືອດ​ຂອງ​ບັນດາ​ຜູ້​ທີ່​ຍອມ​ສະຫລະ​ຊີວິດ ເພາະ​ເປັນ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ. ເມື່ອ​ຂ້າພະເຈົ້າ​ເຫັນ​ຍິງ​ຄົນ​ນັ້ນ​ແລ້ວ ກໍ​ອັດສະຈັນ​ໃຈ​ຫລາຍ.


ຢ່າ​ຊູ່​ຢ້ານ​ຄວາມ​ທຸກ​ທໍຣະມານ​ທີ່​ພວກເຈົ້າ​ກຳລັງ​ຈະ​ໄດ້​ຮັບ​ນັ້ນ. ເບິ່ງແມ! ມານຮ້າຍ​ກຳລັງ​ຈະ​ຈັບ​ພວກເຈົ້າ​ບາງຄົນ​ໃສ່​ຄຸກ ເພື່ອ​ທົດລອງ​ໃຈ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ໄດ້​ຮັບ​ຄວາມ​ທຸກ​ລຳບາກ​ໃນ​ລະຫວ່າງ​ສິບ​ວັນ ແຕ່​ເຈົ້າ​ຈົ່ງ​ມີ​ໃຈ​ສັດຊື່​ສຸດຈະຣິດ ຈົນເຖິງ​ວັນ​ຕາຍ ແລ້ວ​ເຮົາ​ຈະ​ເອົາ​ມົງກຸດ​ແຫ່ງ​ຊີວິດ​ໃຫ້​ແກ່​ເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka