ເຢເຣມີຢາ 20:16 - ພຣະຄຳພີສັກສິ16 ຂໍໃຫ້ລາວເປັນດັ່ງເມືອງເຫຼົ່ານັ້ນທັງຫລາຍ ທີ່ພຣະເຈົ້າຢາເວໄດ້ທຳລາຍ ໂດຍບໍ່ປານີຈັກດີ້. ຂໍໃຫ້ລາວໄດ້ຍິນສຽງຮ້ອງອັນເຈັບປວດໃນຮຸ່ງອາຣຸນ ສຽງສັນຍານສູ້ເສິກທີ່ສະໜາມຮົບໃນຕອນທ່ຽງ Uka jalj uñjjattʼäta |
ເອຟຣາອິມເອີຍ ເຮົາຈະເຊົາກ່ຽວຂ້ອງກັບເຈົ້າໄດ້ຢ່າງໃດ? ຊາດອິດສະຣາເອນເອີຍ ເຮົາຈະປະຖິ້ມເຈົ້າໄປໄດ້ຢ່າງໃດ? ເຮົາຈະທຳລາຍເຈົ້າດັ່ງທຳລາຍອັດມາກໍບໍ່ໄດ້ ຫລືເຮັດຕໍ່ເຈົ້າດັ່ງທີ່ເຮັດຕໍ່ເຊບົວອິມນັ້ນ? ຈິດໃຈເຮົາບໍ່ຍອມໃຫ້ເຮົາເຮັດດັ່ງນັ້ນເລີຍ ຄວາມຮັກທີ່ເຮົາມີກໍແຮງທີ່ສຸດສຳລັບເຈົ້າ.
ດັ່ງນັ້ນ ເພິ່ນຈຶ່ງພາວັນນາອະທິຖານຕໍ່ພຣະເຈົ້າຢາເວວ່າ, “ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍໄດ້ເວົ້າກັບພຣະອົງແລ້ວ ກ່ອນຈາກເຮືອນມາບໍ່ແມ່ນຫລືວ່າ ພຣະອົງຈະຕ້ອງກະທຳເຊັ່ນນີ້? ສະນັ້ນ ຂ້ານ້ອຍຈຶ່ງພະຍາຍາມສຸດຂີດ ທີ່ຈະໜີໄປຕາກຊິດ ເພາະຂ້ານ້ອຍຮູ້ວ່າ ພຣະອົງເປັນພຣະເຈົ້າທີ່ມີຄວາມຮັກແລະມີຄວາມເມດຕາ ອົດທົນສະເໝີ, ໃຈດີສະເໝີ, ພ້ອມທີ່ຈະປ່ຽນໃຈສະເໝີແລະບໍ່ລົງໂທດ.
ເພາະສະນັ້ນ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນ ມີຊີວິດຢູ່ຢ່າງແນ່ແທ້ສັນໃດ ເຮົາຂໍສາບານວ່າ ໂມອາບແລະອຳໂມນຈະຖືກທຳລາຍສັນນັ້ນ ດັ່ງເມືອງໂຊໂດມແລະໂກໂມຣາ. ເມືອງເຫຼົ່ານີ້ຈະກາຍເປັນບໍ່ເກືອ ແລະຮົກຮ້າງເພພັງຕະຫລອດໄປ ຊຶ່ງຈະມີແຕ່ຫຍ້າເກີດຂຶ້ນທົ່ວໄປ. ປະຊາຊົນຂອງເຮົາຜູ້ທີ່ລອດຊີວິດຈະປຸ້ນສະດົມເມືອງຕ່າງໆ ແລະຢຶດເອົາດິນແດນຂອງພວກເຂົາ.”