13 ຈົ່ງຮ້ອງເພງຖວາຍແກ່ພຣະເຈົ້າຢາເວ ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ ພຣະອົງຊ່ວຍກູ້ເອົາຜູ້ຖືກຂົ່ມເຫັງຈາກຄົນຊົ່ວຮ້າຍ.
ຜູ້ຂາດທີ່ເພິ່ງ ເມື່ອຮ້ອງຫາພຣະເຈົ້າຢາເວແລ້ວ ຄຳຕອບກໍມີມາ ພຣະອົງຊ່ວຍເອົາລາວຈາກຄວາມເດືອດຮ້ອນ.
ພຣະເຈົ້າຢາເວຮັບຟັງຜູ້ຂັດສົນພາວັນນາອະທິຖານຫາພຣະອົງ ແລະບໍ່ລືມໄລປະຊາຊົນຂອງພຣະອົງຢູ່ໃນຄຸກ.
ຂໍໃຫ້ກະສັດຕັດສິນຄົນທຸກຈົນດ້ວຍຄວາມເປັນທຳ ຂໍໃຫ້ຊ່ວຍຊູຜູ້ທີ່ຂັດສົນແລະເອົາຊະນະຜູ້ທີ່ກົດຂີ່.
ຄົນຍາກຈົນຂາດທີ່ເພິ່ງໄດ້ປົບມາຫາພຣະອົງ ແລະໄດ້ມີຄວາມປອດໄພໃນຄາວເດືອດຮ້ອນ. ພຣະອົງໄດ້ໃຫ້ພວກເຂົາມີບ່ອນຊົ້ນຈາກພະຍຸຮ້າຍ ແລະໃຫ້ເພິ່ງໃນຮົ່ມຈາກແສງແດດຮ້ອນ. ເຫຼົ່າສັດຕູຜູ້ໂຫດຮ້າຍກໍໄດ້ມາໂຈມຕີ ດັ່ງກັບພະຍຸຮ້າຍໂຈມຕີຍາມລະດູໜາວ
ເຮົາຈະຊ່ວຍກູ້ເອົາເຈົ້າໃຫ້ພົ້ນຈາກອຳນາດຂອງຄົນຊົ່ວຮ້າຍ ແລະຄົນມັກການຮຸນແຮງ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
ພຣະເຈົ້າຢາເວກ່າວດັ່ງນີ້: “ຈົ່ງຮ້ອງເພງຢ່າງຊົມຊື່ນໃຫ້ອິດສະຣາເອນ ຊົນຊາດໜຶ່ງທີ່ຍິ່ງໃຫຍ່ກວ່າທຸກຊົນຊາດ. ຈົ່ງຮ້ອງເພງຂອງພວກເຈົ້າສັນລະເສີນວ່າ, ‘ພຣະເຈົ້າຢາເວໄດ້ຊ່ວຍກູ້ເອົາປະຊາຊົນຂອງພຣະອົງ; ພຣະອົງໄດ້ຊ່ວຍກູ້ເອົາທຸກໆຄົນ ຄືປະຊາຊົນທີ່ຍັງເຫລືອຢູ່ນັ້ນ.’