Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 20:12 - ພຣະຄຳພີສັກສິ

12 ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ຍິ່ງໃຫຍ່​ທົດສອບ​ຢ່າງ​ຍຸດຕິທຳ ຮູ້​ສິ່ງ​ທີ່​ຢູ່​ໃນ​ໃຈ​ຄົນ​ແລະ​ແນວຄິດ​ຂອງ​ພວກເຂົາ​ດ້ວຍ. ສະນັ້ນ ຈົ່ງ​ໃຫ້​ຂ້ານ້ອຍ​ໄດ້​ເຫັນ​ພຣະອົງ​ແກ້ແຄ້ນ​ເຫຼົ່າ​ສັດຕູ ເພາະ​ຂ້ານ້ອຍ​ໄດ້​ມອບ​ເລື່ອງລາວ​ໄວ້​ໃນ​ກຳມື​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 20:12
26 Jak'a apnaqawi uñst'ayäwi  

ກະສັດ​ໂຢອາດ​ໄດ້​ລືມໄລ​ຄຸນງາມ​ຄວາມດີ​ທີ່​ເຢໂຮຍອາດາ ພໍ່​ຂອງ​ເຊກາຣີຢາ​ໄດ້​ເຮັດ​ໄວ້​ແກ່​ຕົນ ຈົນ​ເພິ່ນ​ຕ້ອງ​ປະຫານ​ເຊກາຣີຢາ. ກ່ອນ​ເຊກາຣີຢາ​ໃກ້​ຈະ​ສິ້ນໃຈ​ຕາຍ ເພິ່ນ​ໄດ້​ຮ້ອງ​ຂຶ້ນ​ວ່າ, “ຂໍ​ໃຫ້​ພຣະເຈົ້າຢາເວ​ເບິ່ງ​ສິ່ງ​ທີ່​ທ່ານ​ກຳລັງ​ເຮັດ​ແລະ​ລົງໂທດ​ທ່ານ​ດ້ວຍ.”


ພຣະເຈົ້າຢາເວ​ກວດກາ​ເບິ່ງ​ຄົນ​ຊອບທຳ ແລະ​ຄົນຊົ່ວ​ເໝືອນກັນ ພຣະອົງ​ກຽດຊັງ​ຄົນ​ທິ່​ເຮັດ​ການ​ໂຫດຮ້າຍ.


ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ກວດກາ​ເບິ່ງ​ຂ້ານ້ອຍ ແລະ​ຮູ້​ຈິດໃຈ​ຂອງ​ຂ້ານ້ອຍ, ຂໍ​ຊົງ​ໂຜດ​ທົດສອບ​ເບິ່ງ​ຂ້ານ້ອຍ​ແລະ​ຄົ້ນເບິ່ງ​ຄວາມ​ນຶກຄິດ​ຂອງ​ຂ້ານ້ອຍ​ໄດ້.


ເມື່ອ​ພຣະອົງ​ຊົງ​ກວດເບິ່ງ​ຈິດໃຈ​ຂອງ​ຂ້ານ້ອຍ. ພຣະອົງ​ມາ​ຫາ​ຂ້ານ້ອຍ​ໃນ​ຕອນ​ກາງຄືນ; ເມື່ອ​ພຣະອົງ​ໄດ້​ກວດເບິ່ງ​ຂ້ານ້ອຍ ແລະ​ກໍ​ບໍ່​ພົບ​ຄວາມ​ປາຖະໜາ​ຊົ່ວ​ໃດໆ ຢູ່​ໃນ​ຈິດໃຈ​ຂອງ​ຂ້ານ້ອຍ.


ພຣະອົງ​ໄດ້​ຊ່ວຍກູ້​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຄວາມ​ເດືອດຮ້ອນ​ທັງໝົດ​ຂອງ​ຂ້ານ້ອຍ ແລະ​ຂ້ານ້ອຍ​ກໍໄດ້​ເຫັນ​ສັດຕູ​ຂອງ​ຂ້ານ້ອຍ​ພ່າຍແພ້.


ເມື່ອ​ຄົນ​ຊອບທຳ​ເຫັນ​ຄົນບາບ​ຖືກ​ລົງໂທດ ພວກເຂົາ​ຈະ​ດີໃຈ ພວກເຂົາ​ຈະ​ເອົາ​ເລືອດ​ຂອງ​ຄົນຊົ່ວຮ້າຍ​ລ້າງ​ຕີນ​ຂອງ​ພວກເຂົາ.


ພຣະເຈົ້າ​ຮັກ​ຂ້ານ້ອຍ ຈຶ່ງ​ຈະ​ສະເດັດ​ມາ​ຫາ​ໂດຍ​ໄວ ພຣະອົງ​ຈະ​ໃຫ້​ຂ້ານ້ອຍ​ເຫັນ​ສັດຕູ​ພ່າຍແພ້.


ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າ​ໄດ້​ທຸກ​ເວລາ ປະຊາຊົນ​ຂອງຂ້ອຍ​ເອີຍ. ຈົ່ງ​ທູນ​ຄວາມ​ເດືອດຮ້ອນ​ທຸກຢ່າງ​ໃຫ້​ພຣະອົງ​ຟັງ ເພາະ​ພຣະອົງ​ເປັນ​ທີ່​ເພິ່ງ​ຂອງ​ພວກເຮົາ.


ພຣະອົງ​ຄື​ພຣະເຈົ້າ​ອົງ​ຊອບທຳ ຜູ້​ຢັ່ງ​ຮູ້​ຄວາມຄິດ​ຈິດໃຈ ທັງ​ຄວາມ​ປາຖະໜາ​ຂອງ​ພວກ​ຂ້ານ້ອຍ​ດ້ວຍ. ພຣະອົງ​ລະງັບ​ຄວາມ​ຊົ່ວຮ້າຍ​ຂອງ​ຄົນຊົ່ວ​ທັງຫລາຍ ແລະ​ປະທານ​ບຳເໜັດ​ໃຫ້​ແກ່​ຄົນ​ຊອບທຳ​ທຸກຄົນ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຂໍ​ຊົງ​ໂຜດ​ໃຫ້​ຜູ້ຮັບໃຊ້​ໄດ້​ຊົມຊື່ນ​ຍິນດີ ເພາະ​ຈິດໃຈ​ຂອງ​ຂ້ານ້ອຍ​ຈົດຈໍ່​ໃນ​ພຣະອົງ.


ກະສັດ​ເຮເຊກີຢາ​ໄດ້​ຈັບ​ເອົາ​ຂໍ້ຄວາມ​ຈາກ​ພວກ​ຜູ້​ສົ່ງຂ່າວ​ມາ​ອ່ານ. ແລ້ວ​ເພິ່ນ​ກໍ​ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ ວາງ​ຂໍ້ຄວາມ​ນັ້ນ​ໄວ້​ຊ້ອງໜ້າ​ພຣະເຈົ້າຢາເວ


ສຽງ​ຂ້ານ້ອຍ​ດັບ​ມ້ອຍໆ​ຄ່ອຍໆ​ອ່ອນແຮງ​ລົງ ຂ້ານ້ອຍ​ໄດ້​ແຕ່​ຄວນຄາງ​ດັ່ງ​ນົກເຂົາ​ຮໍ່າຮ້ອງ. ຕາ​ຂ້ານ້ອຍ​ອ່ອນແຮງ​ບໍ່​ຢາກ​ເບິ່ງ​ຂຶ້ນ​ສູ່​ສະຫວັນ ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ໂຜດ​ຊ່ວຍກູ້​ຈາກ​ຄວາມທຸກ​ນີ້​ດ້ວຍ.


ແລ້ວ​ຂ້າພະເຈົ້າ​ກໍ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ເອີຍ ພຣະອົງ​ເປັນ​ຜູ້​ພິພາກສາ​ທີ່​ທ່ຽງທຳ; ພຣະອົງ​ທົດສອບ​ເບິ່ງ​ຄວາມ​ນຶກຄິດ​ກັບ​ຄວາມ​ຮູ້ສຶກ​ຂອງ​ຄົນ​ທັງຫລາຍ. ຂ້ານ້ອຍ​ຂໍ​ມອບ​ເລື່ອງ​ຂອງ​ຂ້ານ້ອຍ​ໄວ້​ໃນ​ມື​ຂອງ​ພຣະອົງ. ດັ່ງນັ້ນ ຂໍໂຜດ​ໃຫ້​ຂ້ານ້ອຍ​ໄດ້​ເຫັນ​ພຣະອົງ​ແກ້ແຄ້ນ​ຄົນ​ເຫຼົ່ານີ້​ດ້ວຍ​ເຖີດ.”


ປະຊາຊົນ​ທີ່​ເຮົາ​ໄດ້​ເລືອກ​ນັ້ນ​ຫັນ​ມາ​ຕໍ່ສູ້​ເຮົາ ເໝືອນ​ດັ່ງ​ໂຕສິງ​ຢູ່​ໃນ​ປ່າດົງ​ພົງໄພ​ນັ້ນ ຕ່າງ​ກໍ​ຮ້ອງ​ແຜດສຽງ​ໃສ່​ເຮົາ ດັ່ງນັ້ນ ເຮົາ​ຈຶ່ງ​ກຽດຊັງ​ພວກເຂົາ.


ເຮົາ​ຄື​ພຣະເຈົ້າຢາເວ​ຄົ້ນເບິ່ງ​ແນວຄິດ​ຂອງ​ຄົນ ແລະ​ທົດສອບ​ເບິ່ງ​ໃຈ​ມະນຸດ​ທັງຫລາຍ​ດ້ວຍ. ເຮົາ​ເຮັດ​ຕໍ່​ແຕ່ລະຄົນ​ຕາມ​ວິທີ​ທີ່​ພວກເຂົາ​ໃຊ້​ຊີວິດ ຄື​ຕາມ​ສິ່ງ​ທີ່​ພວກເຂົາ​ປະພຶດ​ແລະ​ກະທຳ.”


ຈົ່ງ​ນຳ​ຄວາມ​ອັບອາຍ​ຂາຍໜ້າ​ມາ​ສູ່​ຄົນ​ທີ່​ຂົ່ມເຫັງ​ຂ້ານ້ອຍ​ແດ່ທ້ອນ; ແຕ່​ຂໍ​ຊົງ​ໂຜດ​ໄວ້​ຊີວິດ​ຂອງ​ຂ້ານ້ອຍ​ດ້ວຍ​ເທີ້ນ. ຈົ່ງ​ກະທຳ​ໃຫ້​ພວກເຂົາ​ຕົກໃຈ​ຢ້ານ​ຢ່າງໃຫຍ່ ແຕ່​ຢ່າ​ເຮັດ​ໃຫ້​ຂ້ານ້ອຍ​ຢ້ານກົວ​ເລີຍ. ຈົ່ງ​ນຳ​ໄພພິບັດ​ມາ​ສູ່​ພວກເຂົາ ແລະ​ທຳລາຍ​ພວກເຂົາ​ໃຫ້​ໝຸ່ນ​ທະລາຍ​ດ້ວຍ​ເຖີດ.


ເມື່ອ​ເຂົາ​ກ່າວ​ຄຳ​ໝິ່ນປະໝາດ​ພຣະອົງ ພຣະອົງ​ກໍ​ບໍ່ໄດ້​ຕອບຄືນ ເມື່ອ​ພຣະອົງ​ທົນທຸກ​ທໍລະມານ​ພຣະອົງ​ກໍ​ບໍ່ໄດ້​ຂູ່ອາຄາດ ແຕ່​ພຣະອົງ​ໄດ້​ມອບ​ຄວາມຫວັງ​ໄວ້​ກັບ​ພຣະເຈົ້າ​ຜູ້ຕັດສິນ​ຢ່າງ​ຍຸດຕິທຳ.


ເພາະສະນັ້ນ ໃຫ້​ຄົນ​ທັງຫລາຍ​ທີ່​ທົນທຸກ​ທໍລະມານ ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ ຈົ່ງ​ຝາກ​ຈິດ​ວິນຍານ​ຂອງຕົນ​ໄວ້​ກັບ​ພຣະອົງ ດ້ວຍ​ການ​ປະຕິບັດ​ອັນ​ດີ ຄື​ໃຫ້​ຝາກ​ໄວ້​ກັບ​ພຣະອົງ ຜູ້​ຊົງ​ສ້າງ​ຜູ້​ທ່ຽງທຳ.


“ໂອ ສະຫວັນ ແລະ​ບັນດາ​ໄພ່ພົນ​ຂອງ​ພຣະເຈົ້າ ໂອ ອັກຄະສາວົກ ແລະ​ຜູ້​ປະກາດ​ພຣະທຳ​ທັງຫລາຍ​ເອີຍ ຈົ່ງ​ຊົມຊື່ນ​ຍິນດີ​ເພາະ​ນະຄອນ​ນັ້ນ. ດ້ວຍວ່າ, ພຣະເຈົ້າ​ໄດ້​ຊົງ​ພິພາກສາ​ລົງໂທດ​ນະຄອນ​ນັ້ນ ເພື່ອ​ເປັນ​ການ​ແກ້ແຄ້ນ​ໃຫ້​ເຈົ້າ​ທັງຫລາຍ​ແລ້ວ.”


ເຮົາ​ຍັງ​ຈະ​ຂ້າ​ລູກ​ຂອງ​ນາງ​ດ້ວຍ ແລ້ວ​ຄຣິສຕະຈັກ​ທັງຫລາຍ​ກໍ​ຈະ​ຮູ້​ວ່າ ເຮົາ​ເປັນ​ຜູ້​ທີ່​ຮູ້​ຄວາມ​ຄິດ ແລະ​ຄວາມ​ປາຖະໜາ​ໃນ​ໃຈ​ຂອງ​ມະນຸດ​ທຸກຄົນ. ເຮົາ​ຈະ​ຕອບ​ແທນ​ພວກເຈົ້າ​ແຕ່ລະຄົນ ຕາມ​ການ​ກະທຳ​ຂອງຕົນ.


ພວກເຂົາ​ໄດ້​ເປັ່ງ​ສຽງ​ຮ້ອງ​ຂຶ້ນ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຜູ້​ບໍຣິສຸດ​ແລະ​ທ່ຽງແທ້, ຍັງ​ດົນ​ປານໃດ​ໜໍ ພຣະອົງ​ຈຶ່ງ​ຈະ​ຕັດສິນ​ລົງໂທດ​ຄົນ​ທັງຫລາຍ​ເທິງ​ແຜ່ນດິນ​ໂລກ​ນີ້ ທີ່​ໄດ້​ສັງຫານ​ພວກ​ຂ້ານ້ອຍ​ນັ້ນ?”


ນາງ​ຕອບ​ວ່າ, “ບໍ່ແມ່ນ ທ່ານເອີຍ ຂ້ານ້ອຍ​ບໍ່ໄດ້​ດື່ມ​ເຫຼົ້າ, ແຕ່​ຂ້ານ້ອຍ​ທຸກໃຈ​ໜັກ ຈຶ່ງ​ພາວັນນາ​ອະທິຖານ​ລະບາຍ​ຄວາມ​ທຸກໜັກ​ໃນ​ຈິດວິນຍານ​ຂອງ​ຂ້ານ້ອຍ​ຕໍ່ໜ້າ​ພຣະເຈົ້າຢາເວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka