Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 20:1 - ພຣະຄຳພີສັກສິ

1 ເມື່ອ​ປະໂຣຫິດ​ປັດຊູ​ລູກຊາຍ​ຂອງ​ອິມເມ ຜູ້​ທີ່​ເປັນ​ຫົວໜ້າ​ເຈົ້າໜ້າທີ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ໄດ້ຍິນ​ຂ້າພະເຈົ້າ​ປະກາດ​ສິ່ງ​ເຫຼົ່ານີ້,

Uka jalj uñjjattʼäta Copia luraña




ເຢເຣມີຢາ 20:1
11 Jak'a apnaqawi uñst'ayäwi  

ນອກຈາກນີ້​ແລ້ວ ເນບູຊາຣາດານ​ຜູ້​ບັນຊາການ​ທະຫານ ກໍໄດ້​ຈັບ​ເອົາ​ຄົນ​ໄປ​ເປັນ​ຊະເລີຍ​ເຊັ່ນ: ຫົວໜ້າ​ມະຫາ​ປະໂຣຫິດ​ເສຣາອີຢາ, ເຊຟານີຢາ​ຮອງ​ມະຫາ​ປະໂຣຫິດ ແລະ​ຂ້າຣາຊການ​ຜູ້​ສຳຄັນ​ຂອງ​ພຣະວິຫານ​ສາມ​ຄົນ.


ແລະ​ອາຊາຣີຢາ ເປັນ​ລູກຊາຍ​ຂອງ​ຮິນກີຢາ (ຫົວໜ້າ​ເຈົ້າໜ້າທີ່​ປະຈຳ​ວິຫານ​ຂອງ​ພຣະເຈົ້າ), ຜູ້​ເປັນ​ລູກຊາຍ​ຂອງ​ເມຊຸນລຳ, ຜູ້​ເປັນ​ລູກຊາຍ​ຂອງ​ຊາດົກ, ຜູ້​ເປັນ​ລູກຊາຍ​ຂອງ​ເມຣາອີໂຢດ, ຜູ້​ເປັນ​ລູກຊາຍ​ຂອງ​ອາຮີຕຸບ


ສ່ວນ​ຂ້າຣາຊການ​ຂອງ​ເພິ່ນ​ກໍ​ຍັງ​ໄດ້​ບໍລິຈາກ​ໃຫ້​ປະຊາຊົນ, ພວກ​ປະໂຣຫິດ ແລະ​ຊາວ​ເລວີ​ໄດ້​ໃຊ້​ດ້ວຍ. ສຳລັບ​ຂ້າຣາຊການ​ຜູ້​ທີ່​ຮັບຜິດຊອບ​ວິຫານ​ຂອງ​ພຣະເຈົ້າ ມີ​ດັ່ງນີ້: ມະຫາ​ປະໂຣຫິດ​ຮິນກີຢາ, ເຊກາຣີຢາ ແລະ​ເຢຮີເອນ ກໍໄດ້​ບໍລິຈາກ​ລູກແກະ​ກັບ​ລູກ​ແບ້ເຖິກ​ສອງພັນ​ຫົກຮ້ອຍ​ໂຕ ແລະ​ງົວເຖິກ​ສາມຮ້ອຍ​ໂຕ ເພື່ອ​ເຜົາບູຊາ​ໃນ​ການ​ສະຫລອງ​ນັ້ນ.


ປັດຊູ​ເອີຍ ສຳລັບ​ເຈົ້າ ແລະ​ຄອບຄົວ​ຂອງ​ເຈົ້າ​ກໍ​ຈະ​ຖືກ​ຈັບ​ໄປ​ທີ່​ນັ້ນ​ເຊັ່ນກັນ. ເຈົ້າ​ຈະ​ຕາຍ​ແລະ​ຖືກ​ຝັງ​ໄວ້​ໃນ​ທີ່ນັ້ນ​ຮ່ວມ​ກັບ​ມິດ​ສະຫາຍ​ທັງໝົດ ທີ່​ເຈົ້າ​ໄດ້​ບອກ​ໃຫ້​ພວກເຂົາ​ເວົ້າ​ຕົວະ​ຫລາຍໆ​ຢ່າງນັ້ນ.”’


“ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ທ່ານ​ເປັນ​ປະໂຣຫິດ​ແທນ​ເຢໂຮຍອາດາ; ບັດນີ້ ທ່ານ​ກໍ​ເປັນ​ຫົວໜ້າ​ຂອງ​ພວກ​ເຈົ້າໜ້າທີ່ ປະຈຳ​ວິຫານ​ຂອງ​ພຣະເຈົ້າຢາເວ. ແມ່ນ​ໜ້າທີ່​ຂອງທ່ານ​ທີ່​ຈະ​ຈັດການ​ລ່າມໂສ້​ຄົນ​ເສຍ​ສະຕິ​ທຸກໆຄົນ ທີ່​ແກ້ງ​ເຮັດ​ເປັນ​ຜູ້ທຳນວາຍ.


ພວກເຂົາ​ຈຶ່ງ​ຄຽດແຄ້ນ​ໃຫຍ່​ພ້ອມ​ທັງ​ຂ້ຽນຕີ​ຂ້າພະເຈົ້າ ແລະ​ກັກຂັງ​ຂ້າພະເຈົ້າ​ໄວ້​ໃນ​ເຮືອນ​ຂອງ​ໂຢນາທານ ເລຂາທິການ​ຂອງ​ກະສັດ ຊຶ່ງ​ບ່ອນ​ນີ້​ໄດ້​ຖືກ​ດັດແປງ​ໃຫ້​ເປັນ​ຄຸກ.


ຂະນະທີ່​ເປໂຕ​ກັບ​ໂຢຮັນ​ຍັງ​ກ່າວ​ແກ່​ປະຊາຊົນ​ຢູ່​ນັ້ນ ພວກ​ປະໂຣຫິດ ພວກ​ເຈົ້າໜ້າທີ່​ເຝົ້າ​ຍາມ​ພຣະວິຫານ ແລະ​ພວກ​ຊາດູກາຍ​ກໍ​ມາ​ຫາ​ທ່ານ​ທັງສອງ.


ເມື່ອ​ພວກ​ຫົວໜ້າ​ພຣະວິຫານ​ກັບ​ຫົວໜ້າ​ປະໂຣຫິດ​ໄດ້ຍິນ​ດັ່ງນັ້ນ ພວກເຂົາ​ກໍ​ປະຫລາດ​ໃຈ ເຖິງ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ກັບ​ພວກ​ອັກຄະສາວົກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka