ເຢເຣມີຢາ 2:8 - ພຣະຄຳພີສັກສິ8 ປະໂຣຫິດບໍ່ໄດ້ຖາມວ່າ, ‘ພຣະເຈົ້າຢາເວຢູ່ໃສ?’ ພວກທີ່ຮັກສາກົດບັນຍັດຂອງເຮົາກໍບໍ່ໄດ້ຮູ້ຈັກເຮົາຊໍ້າ. ພວກຜູ້ປົກຄອງກໍໄດ້ກະບົດຕໍ່ສູ້ເຮົາ ຜູ້ທຳນວາຍໄດ້ກ່າວໃນນາມພະບາອານ ພວກເຂົາພາກັນນ້ອມນະມັດສະການ ຂາບໄຫວ້ບັນດາຮູບເຄົາຣົບທີ່ບໍ່ມີປະໂຫຍດ. Uka jalj uñjjattʼäta |
ຂ້າແດ່ພຣະເຈົ້າຢາເວ ພຣະອົງແມ່ນຜູ້ທີ່ປົກປ້ອງຄຸ້ມຄອງຂອງຂ້ານ້ອຍ ແລະໃຫ້ກຳລັງວັງຊາແກ່ຂ້ານ້ອຍ; ພຣະອົງໄດ້ຊ່ວຍຂ້ານ້ອຍໃນຍາມເດືອດຮ້ອນ. ຊົນຊາດທັງຫລາຍຈະມາຫາພຣະອົງຈາກສົ້ນສຸດແຜ່ນດິນໂລກ ແລະກ່າວວ່າ, “ບັນພະບຸລຸດຂອງພວກຂ້ານ້ອຍບໍ່ມີຫຍັງເລີຍ; ມີແຕ່ພະປອມເທົ່ານັ້ນຄືຮູບເຄົາຣົບທັງຫລາຍທີ່ບໍ່ມີປະໂຫຍດ.
ບັນດາປະໂຣຫິດຝ່າຝືນກົດບັນຍັດຂອງເຮົາ ແລະບໍ່ໃຫ້ຄວາມນັບຖືແກ່ສິ່ງບໍຣິສຸດ. ພວກເຂົາບໍ່ເຫັນຄວາມແຕກຕ່າງລະຫວ່າງສິ່ງບໍຣິສຸດ ແລະສິ່ງບໍ່ບໍຣິສຸດ. ພວກເຂົາບໍ່ສັ່ງສອນໃຫ້ຮູ້ເຖິງຄວາມແຕກຕ່າງ ລະຫວ່າງສິ່ງທີ່ບໍ່ເປັນມົນທິນແລະສິ່ງທີ່ເປັນມົນທິນ ແລະພວກເຂົາກໍບໍ່ເອົາໃຈໃສ່ຕໍ່ວັນຊະບາໂຕດ້ວຍ. ຜົນກໍຄືປະຊາຊົນອິດສະຣາເອນບໍ່ໄດ້ນັບຖືເຮົາ.