Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 2:7 - ພຣະຄຳພີສັກສິ

7 ເຮົາ​ໄດ້​ນຳ​ພວກເຂົາ​ເຂົ້າ​ໄປ​ໃນ​ດິນແດນ​ອຸດົມ​ຮັ່ງມີ ເພື່ອ​ໃຫ້​ໄດ້​ຮັບ​ຜົນລະປູກ ແລະ ສິ່ງ​ທີ່ດີ​ອື່ນໆ. ແຕ່​ພວກເຂົາ​ພັດ​ໄດ້​ເຮັດ​ໃຫ້​ດິນແດນ​ຂອງເຮົາ​ຈິບຫາຍ ໂດຍ​ເຮັດ​ໃຫ້​ເປັນ​ມົນທິນ​ບ່ອນ​ທີ່​ເຮົາ​ມອບ​ໃຫ້​ພວກເຂົາ​ນັ້ນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 2:7
28 Jak'a apnaqawi uñst'ayäwi  

ພວກເພິ່ນ​ຢຶດ​ເມືອງ​ຕ່າງໆ​ທີ່​ມີ​ປ້ອມ​ປ້ອງກັນ ທັງ​ດິນແດນ​ທີ່​ອຸດົມ​ຮັ່ງມີ ເຮືອນ​ກັບ​ຊັບສິນ​ດ້ວຍ ມີ​ອ່າງນໍ້າ​ຂຸດ​ໄວ້ ແລະ​ຕົ້ນ​ໝາກກອກເທດ​ກໍ​ມີ​ຄືກັນ ຕົ້ນ​ໝາກໄມ້​ນາໆ​ຊະນິດ ແລະ​ສວນອະງຸ່ນ​ພ້ອມ. ພວກເພິ່ນ​ກິນ​ທຸກສິ່ງ​ຕາມ​ຄວາມ​ຕ້ອງການ ແລະ​ເຮັດ​ໃຫ້​ພວກເພິ່ນ​ຕຸ້ຍພີ​ດີ; ແລະ​ພວກເພິ່ນ​ພໍໃຈ​ກັບ​ທຸກສິ່ງ ທີ່​ຊົງ​ຈັດຫາ​ໃຫ້​ພວກເພິ່ນ.


ແຕ່​ພວກເພິ່ນ​ພັດ​ຄິດຄົດ ແລະ​ບໍ່​ເຊື່ອຟັງ ກົດບັນຍັດ ແລະ​ໄດ້​ຫັນຫລັງ​ໃຫ້​ພຣະເຈົ້າ. ພວກເພິ່ນ​ຂ້າ​ຜູ້ທຳນວາຍ​ທີ່​ໄດ້​ກ່າວ​ຕັກເຕືອນ ໃຫ້​ພວກເພິ່ນ​ຕ່າວຄືນ​ມາ​ຫາ​ພຣະອົງ. ແຕ່​ພວກເພິ່ນ​ຊໍ້າ​ປະໝາດ​ດູຖູກ​ພຣະອົງ ຫລາຍ​ຄັ້ງ​ຫລາຍຄາວ​ສືບມາ​ເລື້ອຍໆ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ອວຍພອນ​ພວກເຂົາ​ວ່າ, “ເຮົາ​ຈະ​ອວຍພອນ​ເຈົ້າ ເອຢິບ​ປະຊາຊົນ​ຂອງເຮົາ; ອັດຊີເຣຍ ຜູ້​ທີ່​ເຮົາ​ໄດ້​ສ້າງ​ຂຶ້ນ​ມາ ແລະ​ອິດສະຣາເອນ ປະຊາຊົນ​ທີ່​ເຮົາ​ໄດ້​ເລືອກໄວ້.”


ເຮົາ​ຈະ​ໃຫ້​ພວກເຂົາ​ໄດ້​ຮັບ​ໂທດກຳ​ສອງ​ເທົ່າ ສຳລັບ​ການບາບ​ແລະ​ຄວາມ​ຊົ່ວຊ້າ​ທີ່​ພວກເຂົາ​ໄດ້​ເຮັດ ເພາະ​ພວກເຂົາ​ໄດ້​ເຮັດ​ໃຫ້​ດິນແດນ​ຂອງເຮົາ​ເປັນ​ມົນທິນ ໂດຍ​ສ້າງ​ຮູບເຄົາຣົບ​ທີ່​ບໍ່ມີ​ຊີວິດ​ແລະ​ໂດຍ​ມີ​ພະປອມ​ເຕັມ​ທົ່ວ​ທັງ​ດິນແດນ.”


“ຖ້າ​ຊາຍ​ຜູ້ໜຶ່ງ​ປະ​ເມຍ​ຂອງຕົນ ແລະ​ນາງ​ໜີ​ຈາກ​ລາວ​ໄປ​ເປັນ​ເມຍ​ຂອງ​ຊາຍ​ອື່ນ ລາວ​ກໍ​ເອົາ​ນາງ​ກັບຄືນ​ມາ​ບໍ່ໄດ້​ອີກ. ເລື່ອງ​ແບບ​ນີ້​ເຮັດ​ໃຫ້​ດິນແດນ​ເປັນ​ມົນທິນ​ຢ່າງ​ໝົດສິ້ນ. ແຕ່​ຊາດ​ອິດສະຣາເອນ​ເອີຍ ເຈົ້າ​ມີ​ຄູ່ຮັກ​ຫລາຍ​ຄົນ ແລະ​ບັດນີ້ ພັດ​ຢາກ​ກັບຄືນ​ມາ​ຫາ​ເຮົາ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ຈົ່ງ​ເງີຍໜ້າ​ເບິ່ງ​ທີ່​ຈອມພູ​ພຸ້ນດູ. ມີ​ບ່ອນໃດ​ແດ່​ທີ່​ເຈົ້າ​ບໍ່ໄດ້​ປະພຶດ​ຢ່າງ​ຍິງ​ແມ່ຈ້າງ? ເຈົ້າ​ຄອງຄອຍ​ຄູ່ຮັກ​ຢູ່​ຕາມ​ແຄມ​ຖະໜົນ​ຫົນທາງ ເໝືອນ​ຊາວ​ອາຣັບ​ຄອຍ​ຖ້າ​ເຫຍື່ອ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ. ການ​ເປັນ​ແມ່ຈ້າງ​ຂອງ​ເຈົ້າ​ນັ້ນ​ເຮັດ​ໃຫ້​ດິນແດນ​ເປັນ​ມົນທິນ.


ແລະ​ທັງ​ບໍ່​ອັບອາຍ​ຂາຍໜ້າ​ຈັກດີ້. ນາງ​ໄດ້​ເຮັດ​ໃຫ້​ດິນແດນ​ເປັນ​ມົນທິນ ແລະ ໄດ້​ຫລີ້ນຊູ້​ໂດຍ​ຂາບໄຫວ້​ໂງ່ນຫີນ​ແລະ​ກົກໄມ້.


ແຕ່​ພໍ​ພວກເຂົາ​ໄດ້​ເຂົ້າ​ຄອບຄອງ​ດິນແດນ​ນີ້​ແລ້ວ ກໍ​ບໍ່ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ຫລື​ດຳເນີນ​ຊີວິດ​ຕາມ​ຄຳສັ່ງສອນ​ຂອງ​ພຣະອົງ; ພວກເຂົາ​ບໍ່ໄດ້​ເຮັດ​ຕາມ​ສິ່ງ​ທີ່​ພຣະອົງ​ໄດ້​ສັ່ງ​ໃຫ້​ເຮັດ. ສະນັ້ນ ພຣະອົງ​ຈຶ່ງ​ໄດ້​ນຳ​ໄພພິບັດ​ນີ້​ມາ​ສູ່​ພວກເຂົາ.


ຕັ້ງແຕ່​ເລີ່ມຕົ້ນ​ປະຫວັດສາດ​ຂອງ​ພວກເຂົາ​ມາ ປະຊາຊົນ​ອິດສະຣາເອນ ແລະ​ປະຊາຊົນ​ຢູດາ​ບໍ່ໄດ້​ເຮັດ​ໃຫ້​ເຮົາ​ພໍໃຈ​ນຳ​ເລີຍ; ມີ​ແຕ່​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ເທົ່ານັ້ນ​ໃນ​ສິ່ງ​ທີ່​ພວກເຂົາ​ໄດ້​ກະທຳ. ພຣະເຈົ້າຢາເວ​ກ່າວ​ວ່າ,


ເຮົາ​ໄດ້​ເຮັດ​ເຊັ່ນນີ້ ກໍ​ເພາະ​ພວກເຂົາ​ໄດ້​ປະຖິ້ມ​ຂໍ້ຄຳສັ່ງ​ຂອງເຮົາ, ໄດ້​ຝ່າຝືນ​ບັນດາ​ກົດບັນຍັດ​ຂອງເຮົາ, ໄດ້​ເຮັດ​ໃຫ້​ວັນ​ຊະບາໂຕ​ເປັນ​ມົນທິນ ແລະ​ໄດ້​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ຢ່າງ​ດຽວ​ກັບ​ທີ່​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ຮັບໃຊ້​ມາ​ນັ້ນ.


ເຮົາ​ໄດ້​ນຳ​ພວກເຂົາ​ໄປ​ສູ່​ດິນແດນ ຊຶ່ງ​ເຮົາ​ໄດ້​ສັນຍາ​ວ່າ​ຈະ​ມອບ​ໃຫ້. ເມື່ອ​ພວກເຂົາ​ໄດ້​ເຫັນ​ເນີນພູ​ສູງ ແລະ​ຕົ້ນໄມ້​ໃບຂຽວ ພວກເຂົາ​ໄດ້​ຖວາຍ​ເຄື່ອງບູຊາ​ແກ່​ສິ່ງ​ເຫຼົ່ານັ້ນ. ພວກເຂົາ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ດ້ວຍ​ເຄື່ອງບູຊາ​ຕ່າງໆ​ທີ່​ພວກເຂົາ​ໄດ້​ເຜົາ ແລະ​ດ້ວຍ​ເຫຼົ້າ​ອະງຸ່ນ​ທີ່​ພວກເຂົາ​ໄດ້​ເທ​ລົງ​ເປັນ​ເຄື່ອງບູຊາ.


ໃນ​ເວລາ​ນັ້ນ ເຮົາ​ໄດ້​ສັນຍາ​ກັບ​ພວກເຂົາ​ວ່າ​ເຮົາ​ຈະ​ເອົາ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ແລະ​ນຳ​ພວກເຂົາ​ໄປ​ສູ່​ດິນແດນ​ໜຶ່ງ​ທີ່​ເຮົາ​ໄດ້​ເລືອກໄວ້​ໃຫ້​ພວກເຂົາ ເປັນ​ດິນແດນ​ທີ່​ອຸດົມສົມບູນ​ແລະ​ຮັ່ງມີ ທັງ​ເປັນ​ດິນແດນ​ດີທີ່ສຸດ​ໃນ​ດິນແດນ​ທັງໝົດ​ດ້ວຍ.


ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ເພາະ​ເຈົ້າ​ໄດ້​ລືມໄລ​ເຮົາ​ແລະ​ຫັນຫລັງ​ໃຫ້​ເຮົາ ເຈົ້າ​ຈະ​ທົນທຸກ​ຍ້ອນ​ຣາຄະ​ຕັນຫາ​ແລະ​ການ​ເປັນ​ແມ່ຈ້າງ​ຂອງເຈົ້າ.”


“ມະນຸດ​ເອີຍ ເມື່ອ​ຊາວ​ອິດສະຣາເອນ​ໄດ້​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ​ແລ້ວ ຄວາມ​ປະພຶດ ແລະ​ການກະທຳ​ຂອງ​ພວກເຂົາ​ກໍ​ຍັງ​ເປັນ​ມົນທິນ​ຢູ່. ສຳລັບ​ເຮົາ​ແລ້ວ ຄວາມ​ປະພຶດ​ຂອງ​ພວກເຂົາ​ຍັງ​ເປັນ​ມົນທິນ ເໝືອນ​ຜູ້ຍິງ​ເປັນ​ປະຈຳເດືອນ.


ປະຊາຊົນ​ອິດສະຣາເອນ​ຈະ​ບໍ່ໄດ້​ຢູ່​ໃນ​ດິນແດນ​ຂອງ​ພຣະເຈົ້າຢາເວ​ອີກ​ຕໍ່ໄປ, ແຕ່​ພວກເຂົາ​ຈະ​ຕ້ອງ​ກັບຄືນ​ໄປ​ປະເທດ​ເອຢິບ ແລະ​ກິນ​ອາຫານ​ທີ່​ຫວງຫ້າມ​ໃນ​ອັດຊີເຣຍ.


ຈົ່ງ​ລຸກ​ຂຶ້ນ ແລະ​ໜີໄປ​ສາ; ຢູ່​ໃນ​ທີ່​ນີ້ ບໍ່ມີ​ບ່ອນ​ປອດໄພ​ອີກ​ແລ້ວ. ການບາບ​ຂອງ​ພວກເຈົ້າ​ໄດ້​ນຳ​ເຄາະກຳ​ມາ​ສູ່​ບ່ອນ​ນີ້​ໃຫ້​ພິນາດໄປ.


ພວກເຂົາ​ໄດ້​ບອກ​ໂມເຊ​ວ່າ, “ພວກເຮົາ​ໄດ້​ສຳຫລວດ​ເບິ່ງ​ດິນແດນ​ແລ້ວ ແລະ​ເຫັນ​ວ່າ​ເປັນ​ດິນແດນ​ທີ່​ອຸດົມ​ແລະ​ຮັ່ງມີ; ນີ້​ເດ ໝາກໄມ້​ບາງ​ຊະນິດ​ຈາກ​ທີ່​ນັ້ນ.


ຢ່າ​ປ່ອຍ​ຊາກສົບ​ແຂວນ​ໄວ້​ຈົນ​ຮອດ​ກາງຄືນ. ໃຫ້​ຝັງ​ຊາກສົບ​ຂອງ​ຄົນ​ນີ້​ໃນ​ມື້​ນັ້ນ​ໂລດ ເພາະ​ຊາກສົບ​ຂອງ​ຄົນຕາຍ​ທີ່​ຖືກ​ແຂວນຄໍ​ກັບ​ເສົາ ນຳ​ຄວາມ​ສາບແຊ່ງ​ຂອງ​ພຣະເຈົ້າ​ມາ​ສູ່​ດິນແດນ. ຈົ່ງ​ຝັງ​ຊາກສົບ​ນັ້ນ​ສາ ເພື່ອ​ບໍ່​ເປັນ​ການ​ນຳ​ການ​ສາບແຊ່ງ​ມາ​ສູ່​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້.”


ແຕ່​ສ່ວນ​ຂອງ​ພຣະເຈົ້າຢາເວ​ແມ່ນ​ສຳລັບ​ພຣະອົງ ພວກ​ເຊື້ອສາຍ​ຂອງ​ຢາໂຄບ​ເປັນ​ມໍຣະດົກ​ຂອງ​ພຣະອົງ​ເອງ.


ຈົ່ງ​ເຮັດ​ແຕ່​ສິ່ງ​ທີ່​ພຣະເຈົ້າຢາເວ​ເຫັນ​ວ່າ​ດີ​ແລະ​ຖືກຕ້ອງ ແລ້ວ​ພວກເຈົ້າ​ກໍ​ຈະ​ຢູ່ເຢັນ​ເປັນ​ສຸກ. ພວກເຈົ້າ​ຈະ​ໄດ້​ຮັບ​ດິນແດນ​ອັນ​ອຸດົມສົມບູນ​ແລະ​ຮັ່ງມີ ທີ່​ພຣະເຈົ້າຢາເວ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ເປັນ​ກຳມະສິດ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka