ເຢເຣມີຢາ 2:6 - ພຣະຄຳພີສັກສິ6 ພວກເຂົາບໍ່ໄດ້ເອົາໃຈໃສ່ຕໍ່ພຣະເຈົ້າຢາເວແຕ່ຢ່າງໃດເລີຍ ເຖິງວ່າເຮົາໄດ້ນຳພາພວກເຂົາອອກຈາກເອຢິບກໍຕາມ ທັງພາພວກເຂົາຍ່າງຜ່ານຖິ່ນແຫ້ງແລ້ງກັນດານ ຄືດິນແດນເປົ່າປ່ຽວມີປ່າດິນຊາຍດ້ວຍ ເປັນດິນແດນທີ່ແຫ້ງແລ້ງ ແລະ ມີອັນຕະລາຍ ບໍ່ມີຄົນຢູ່ອາໄສທັງບໍ່ມີຜູ້ໃດທ່ອງທ່ຽວໄປມາດ້ວຍ. Uka jalj uñjjattʼäta |
ຈົ່ງຈົດຈຳວ່າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ນຳພາພວກເຈົ້າ ໃນການເດີນທາງອັນຍາວນານນີ້ຜ່ານຖິ່ນແຫ້ງແລ້ງກັນດານ ເປັນເວລາ 40 ປີ ຢ່າງໃດ. ພຣະອົງກໍໄດ້ທົດສອບພວກເຈົ້າໃນຄວາມທຸກລຳບາກເໝືອນກັນ ເພື່ອຢາກຈະຢັ່ງຮູ້ຈິດໃຈຂອງພວກເຈົ້າວ່າເປັນຢ່າງໃດ ແລະພວກເຈົ້າຈະເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງຫລືບໍ່?
ຝ່າຍກີເດໂອນກໍເວົ້າຕໍ່ເທວະດານັ້ນວ່າ, “ທ່ານເອີຍ ຂ້ານ້ອຍຂໍຖາມວ່າ ຖ້າພຣະເຈົ້າຢາເວສະຖິດຢູ່ນຳພວກຂ້ານ້ອຍແທ້ ເປັນຫຍັງເຫດຮ້າຍທັງໝົດນີ້ຈຶ່ງເກີດຂຶ້ນກັບພວກຂ້ານ້ອຍ? ສິ່ງອັດສະຈັນຕ່າງໆທີ່ປູ່ຍ່າຕາຍາຍໄດ້ເລົ່າສູ່ພວກຂ້ານ້ອຍຟັງວ່າ ພຣະເຈົ້າຢາເວໄດ້ນຳພາພວກເພິ່ນອອກມາຈາກປະເທດເອຢິບນັ້ນໄປໃສໝົດ? ພຣະເຈົ້າຢາເວໄດ້ປະຖິ້ມພວກຂ້ານ້ອຍ ແລະໄດ້ມອບພວກຂ້ານ້ອຍໃຫ້ຢູ່ໃຕ້ກຳມືພວກມີດີອານ.”