4 ພວກເຈົ້າ ເຊື້ອສາຍຂອງຢາໂຄບ ແລະ ເຜົ່າຕ່າງໆຂອງຊາດອິດສະຣາເອນເອີຍ ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວ.
ປະຊາຊົນອິດສະຣາເອນເອີຍ ຈົ່ງຟັງຖ້ອຍຄຳທີ່ພຣະເຈົ້າຢາເວມີສຳລັບພວກເຈົ້າ.
ປະຊາຊົນອິດສະຣາເອນເອີຍ ພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫລະ ຈົ່ງຖ່ອມຕົວລົງ ແລະເຊື່ອຟັງພຣະອົງສາເຖີດ
ແລະຈົ່ງກ່າວວ່າ, “ບັນດາກະສັດແຫ່ງຢູດາຍ ແລະຊາວນະຄອນເຢຣູຊາເລັມເອີຍ ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວດັ່ງນີ້ວ່າ, ເຮົາກຳລັງຈະນຳໄພພິບັດດັ່ງກ່າວນັ້ນມາສູ່ບ່ອນນີ້ ຊຶ່ງທຸກຄົນທີ່ໄດ້ຍິນແລ້ວກໍຈະງົງ.
ຊາດອິດສະຣາເອນ, ເຈົ້າເປັນບໍຣິສຸດສຳລັບພຣະເຈົ້າຢາເວ ຄືເປັນຜົນຜະລິດລຸ້ນທຳອິດຂອງພຣະອົງ. ເຮົາເຮັດໃຫ້ຜູ້ທີ່ທຳຮ້າຍເຈົ້າໄດ້ຮັບທຸກແລະໄພພິບັດ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
ພຣະເຈົ້າຢາເວກ່າວດັ່ງນີ້: “ບັນພະບຸລຸດຂອງພວກເຈົ້າມີຂໍ້ກ່າວຫາ ພວກເຂົາມີຂໍ້ກ່າວຫາຫຍັງຕໍ່ສູ້ເຮົາຢ່າງນີ້ນໍ ແມ່ນຫຍັງທີ່ເຮັດໃຫ້ພວກເຂົາຫັນໜີຈາກເຮົາໄດ້? ພວກເຂົາໄດ້ຂາບໄຫວ້ຮູບເຄົາຣົບທີ່ບໍ່ມີປະໂຫຍດຫຍັງ ແລະພວກເຂົາເອງກໍໄດ້ກາຍເປັນຄົນບໍ່ມີປະໂຫຍດ.
ພຣະເຈົ້າຢາເວກ່າວວ່າ, “ເມື່ອເວລານັ້ນມາເຖິງ ເຮົາຈະເປັນພຣະເຈົ້າແຫ່ງເຜົ່າຕ່າງໆຂອງຊາດອິດສະຣາເອນ ແລະພວກເຂົາກໍຈະເປັນປະຊາຊົນຂອງເຮົາ.
“ພວກເຈົ້າບໍ່ໄດ້ສັງເກດເບິ່ງບໍສິ່ງທີ່ຄົນກຳລັງເວົ້າກັນວ່າ ພຣະເຈົ້າຢາເວໄດ້ປະຖິ້ມອິດສະຣາເອນ ແລະຢູດາ ສອງຄອບຄົວທີ່ເຮົາໄດ້ເລືອກເອົານັ້ນ? ສະນັ້ນ ພວກເຂົາຈຶ່ງໝິ່ນປະໝາດຄົນຂອງເຮົາ ແລະບໍ່ໄດ້ຖືວ່າພວກເຂົາເປັນຊົນຊາດໜຶ່ງອີກຕໍ່ໄປ.
ເຊເດກີຢາເອີຍ ຈົ່ງຟັງຖ້ອຍຄຳທີ່ພຣະເຈົ້າຢາເວກ່າວກ່ຽວກັບເຈົ້າ. ເຈົ້າຈະບໍ່ຖືກຂ້າໃນສະໜາມຮົບ.
ຊົນຊາດທີ່ໂງ່ຈ້າ ແລະບໍ່ມີຄວາມຄິດເອີຍ ຈົ່ງເອົາໃຈໃສ່ ຜູ້ທີ່ມີຕາ ແຕ່ເບິ່ງບໍ່ເຫັນ ຜູ້ທີ່ມີຫູ ແຕ່ຟັງບໍ່ໄດ້ຍິນ.
ພຣະອົງໄດ້ບອກຂ້າພະເຈົ້າໃຫ້ຢືນຢູ່ທີ່ປະຕູວິຫານຂອງພຣະເຈົ້າຢາເວ ແລະທີ່ນັ້ນໃຫ້ປະກາດວ່າ, “ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວ ພວກເຈົ້າຊາວຢູດາທັງໝົດທີ່ເຂົ້າມາທາງປະຕູນີ້ເພື່ອນະມັດສະການພຣະເຈົ້າຢາເວ
ພຣະເຈົ້າຢາເວມີຄະດີກ່າວຟ້ອງຕໍ່ສູ້ປະຊາຊົນ ທີ່ອາໄສຢູ່ໃນດິນແດນນີ້. ຊາວອິດສະຣາເອນເອີຍ ຈົ່ງຟັງຖ້ອຍຄຳທີ່ພຣະເຈົ້າຢາເວກ່າວ: “ຄວາມສັດຊື່ຫລືຄວາມຮັກບໍ່ມີຢູ່ໃນດິນແດນນີ້ ແລະບໍ່ມີຄວາມຮັບຮູ້ພຣະເຈົ້າ.
ຈົ່ງຟັງພຣະເຈົ້າຢາເວສູ້ຄວາມກັບຊາດອິດສະຣາເອນ. ຈົ່ງລຸກຂຶ້ນເຖີດແລະສະເໜີຄະດີຂອງພຣະອົງ; ໃຫ້ພູແລະເນີນພູທັງຫລາຍຟັງພຣະອົງກ່າວ.