Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 2:37 - ພຣະຄຳພີສັກສິ

37 ເຈົ້າ​ຈະ​ອວ່າຍໜ້າ​ໜີ​ຈາກ​ເອຢິບ​ຢ່າງ​ອັບອາຍ​ຈົນ​ແນມເບິ່ງ​ຜູ້ໃດ​ບໍ່ໄດ້. ພຣະເຈົ້າຢາເວ​ໄດ້​ປະຖິ້ມ​ພວກ​ທີ່​ເຈົ້າ​ໄວ້ວາງໃຈ; ເຈົ້າ​ຈະ​ບໍ່ໄດ້​ຫຍັງ​ຈາກ​ພວກເຂົາ​ເລີຍ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 2:37
16 Jak'a apnaqawi uñst'ayäwi  

ດັ່ງນັ້ນ ກະສັດ​ດາວິດ​ຈຶ່ງ​ກ່າວ​ຕໍ່​ອູຣິຢາ​ວ່າ, “ຖ້າດັ່ງນັ້ນ ວັນ​ນີ້​ໃຫ້​ເຈົ້າ​ພັກ​ຢູ່​ທີ່​ນີ້​ກ່ອນ ແລະ​ມື້ອື່ນ​ເຮົາ​ຈະ​ສົ່ງ​ເຈົ້າ​ກັບຄືນ​ເມືອ.” ດັ່ງນັ້ນ ອູຣິຢາ​ຈຶ່ງ​ພັກ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ໃນ​ວັນ​ນັ້ນ. ໃນ​ວັນ​ຕໍ່ມາ,


ນາງ​ເອົາ​ຂີ້ເຖົ່າ​ໂຮຍ​ໃສ່​ຫົວ, ຈີກ​ເສື້ອຄຸມ​ຂອງຕົນ, ເອົາ​ມື​ອັດ​ໜ້າ ແລະ​ແລ່ນ​ໜີໄປ​ທັງ​ຮ້ອງໄຫ້.


ພຣະເຈົ້າ​ເອງ​ເປັນ​ຜູ້​ນຳພາ​ຂອງ​ພວກເຮົາ ແລະ​ປະໂຣຫິດ​ຂອງ​ພຣະອົງ​ກໍ​ຢູ່​ທີ່​ນີ້​ໂດຍ​ມີ​ແກ​ຕຽມພ້ອມ​ທີ່​ຈະ​ເປົ່າ ເພື່ອ​ເອີ້ນ​ພວກເຮົາ​ເຂົ້າ​ສູ້ຮົບ​ພວກທ່ານ. ປະຊາຊົນ​ອິດສະຣາເອນ​ເອີຍ ຢ່າ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ພວກທ່ານ​ເທາະ ພວກທ່ານ​ຕີ​ຊະນະ​ບໍ່ໄດ້​ດອກ.”


ພວກເຈົ້າ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ ຫລື​ຈະ​ຖືກ​ແກ່​ໄປ​ເປັນ​ຊະເລີຍເສິກ. ເຖິງ​ປານນັ້ນ​ກໍຕາມ ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ກໍ​ຈະ​ບໍ່​ສິ້ນສຸດ​ເປັນ; ແຕ່​ມື​ພຣະອົງ​ຍັງ​ຢຽດ​ອອກ​ຢູ່​ເພື່ອ​ລົງໂທດ​ພວກເຈົ້າ.


ຂໍ້​ສັນຍາ​ທີ່​ພວກເຈົ້າ​ໄດ້​ເຮັດ​ກັບ​ຄວາມຕາຍ​ຈະ​ຖືກ​ທຳລາຍ ແລະ​ຂໍ້​ຕົກລົງ​ທີ່​ພວກເຈົ້າ​ໄດ້​ເຮັດ​ກັບ​ແດນ​ມໍຣະນາ​ກໍ​ຈະ​ຖືກ​ຍົກເລີກ. ເມື່ອ​ຄວາມ​ຈິບຫາຍ​ມາເຖິງ ມັນ​ຈະ​ຢຽບຢໍ່າ​ພວກເຈົ້າ​ລົງ.


ຄົນຮັ່ງມີ​ສົ່ງ​ຄົນ​ຮັບໃຊ້​ອອກ​ໄປ​ຊອກ​ຕັກ​ນໍ້າ​ມາ​ກິນ ແຕ່​ບໍ່ໄດ້​ພົບ​ນໍ້າ​ເລີຍ ເມື່ອ​ພວກເຂົາ​ໄປ​ຮອດ​ອ່າງນໍ້າ; ພວກເຂົາ​ເລີຍ​ຖື​ໄຫເປົ່າ​ພາກັນ​ກັບຄືນ​ເມືອ ໝົດ​ກຳລັງໃຈ​ທັງ​ສັບສົນ​ຈຶ່ງ​ອັດ​ໜ້າ​ຕົນ​ໄວ້.


ເພາະ​ຝົນ​ບໍ່​ຕົກ​ແລະ​ພື້ນດິນ​ແຫ້ງແລ້ງ​ໄປ ພວກ​ພໍ່ນາ​ກໍ​ເປັນທຸກໃຈ​ຈຶ່ງ​ອັດ​ໜ້າ​ຕົນ​ໄວ້.


ພຣະເຈົ້າຢາເວ​ກ່າວ​ວ່າ, “ຄົນໃດ​ທີ່​ວາງໃຈ​ໃນ​ມະນຸດ ແລະ​ວາງໃຈ​ໃນ​ກຳລັງ​ຂອງ​ຕົນ ແລະ​ໃຈ​ຂອງຕົນ​ຫັນໜີ​ໄປ​ຈາກ​ພຣະເຈົ້າຢາເວ ຄົນນັ້ນ​ກໍ​ເປັນ​ທີ່​ສາບແຊ່ງ​ແລ້ວ.


ເຈົ້າ​ໄດ້​ຕີ​ລາຄາ​ເຈົ້າເອງ​ຢ່າງ​ຕໍ່າໆ ໂດຍ​ຫັນໄປ​ຫາ​ບັນດາ​ພະ​ຂອງ​ຊົນຊາດ​ອື່ນໆ. ເອຢິບ​ຈະ​ເຮັດ​ໃຫ້​ເຈົ້າ​ຜິດຫວັງ ດັ່ງ​ອັດຊີເຣຍ​ໄດ້​ເຮັດ​ໃຫ້​ເຈົ້າ​ຜິດຫວັງ​ມາ​ແລ້ວ.


ຈົ່ງ​ໄປ​ທີ່​ເລບານອນ ແລະ​ໂຮຮ້ອງ ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ໄປ​ທີ່​ດິນແດນ​ບາຊານ ແລະ​ຮ້ອງໄຫ້​ສາ​ເຖີດ; ຈົ່ງ​ຄວນຄາງ​ມາ​ຈາກ​ຕັ້ງແຕ່​ພູ​ອາບາຣິມ​ໄປ ເພາະ​ພັນທະມິດ​ຂອງ​ພວກເຈົ້າ​ທັງໝົດ​ພ່າຍແພ້.


“ຊາຍ​ຜູ້​ນີ້​ໄດ້​ຮັບ​ໂທດ​ໂດຍ​ເສຍ​ລູກ​ຂອງຕົນ ຄື​ຜູ້ໜຶ່ງ​ຈະ​ບໍ່​ປະສົບ​ຄວາມ​ສຳເລັດ​ຫຍັງ​ຈັກເທື່ອ. ລາວ​ຈະ​ບໍ່ມີ​ເຊື້ອສາຍ​ເພື່ອ​ສືບຕໍ່​ປົກຄອງ​ໃນ​ຢູດາຍ.”


ເຊເດກີຢາ​ຈະ​ຖືກ​ຈັບ​ໄປ​ບາບີໂລນ ແລະ​ລາວ​ຈະ​ຢູ່​ທີ່​ນັ້ນ ຈົນກວ່າ​ເຮົາ​ຈະ​ຈັດການ​ກັບ​ລາວ.’ ພຣະເຈົ້າຢາເວ​ກ່າວ​ວ່າ, ‘ເຖິງ​ແມ່ນ​ວ່າ​ລາວ​ຈະ​ສູ້ຮົບ​ຊາວ​ບາບີໂລນ ແຕ່​ກໍ​ຈະ​ບໍ່​ສຳເລັດ​ຜົນ.”’


ພວກເຮົາ​ຫລຽວເບິ່ງ​ຈົນ​ອິດເມື່ອຍ ແຕ່​ບໍ່​ເຫັນ​ຄວາມ​ຊ່ວຍເຫລືອ​ໃດໆ ພວກເຮົາ​ຄອງຄອຍ​ຖ້າ​ຄວາມ​ຊ່ວຍຊູ ຈາກ​ປະເທດ​ທີ່​ບໍ່ມີ​ຫຍັງ​ຊ່ວຍ​ໄດ້.


ແຕ່​ໂມເຊ​ໄດ້​ບອກ​ວ່າ, “ຖ້າ​ດັ່ງນັ້ນ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ? ພວກເຈົ້າ​ຈະ​ບໍ່ໄດ້​ຮັບ​ໄຊຊະນະ​ດອກ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka