Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 2:36 - ພຣະຄຳພີສັກສິ

36 ເຈົ້າ​ໄດ້​ຕີ​ລາຄາ​ເຈົ້າເອງ​ຢ່າງ​ຕໍ່າໆ ໂດຍ​ຫັນໄປ​ຫາ​ບັນດາ​ພະ​ຂອງ​ຊົນຊາດ​ອື່ນໆ. ເອຢິບ​ຈະ​ເຮັດ​ໃຫ້​ເຈົ້າ​ຜິດຫວັງ ດັ່ງ​ອັດຊີເຣຍ​ໄດ້​ເຮັດ​ໃຫ້​ເຈົ້າ​ຜິດຫວັງ​ມາ​ແລ້ວ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 2:36
22 Jak'a apnaqawi uñst'ayäwi  

ຊາວ​ເອໂດມ​ໄດ້​ເລີ່ມ​ເຂົ້າ​ມາ​ປຸ້ນສະດົມ​ຢູດາຍ​ອີກ ແລະ​ພວກເຂົາ​ກໍໄດ້​ຈັບ​ຫລາຍ​ຄົນ​ໄປ​ເປັນ​ຊະເລີຍ; ສະນັ້ນ ກະສັດ​ອາຮາດ​ຈຶ່ງ​ຂໍ​ໃຫ້​ຕີກະລາດ​ປີເລເສ ກະສັດ​ແຫ່ງ​ອັດຊີເຣຍ​ມາ​ຊ່ວຍເຫລືອ.


ພວກໃດ​ທີ່​ໄວ້ວາງໃຈ​ປະເທດ​ເອທີໂອເປຍ ແລະ​ເວົ້າ​ອວດ​ໃຫ້​ແກ່​ປະເທດ​ເອຢິບ ພວກນັ້ນ​ກໍ​ຈະ​ຮູ້​ເມື່ອ​ວ່າ​ຕົນ​ຄິດ​ຜິດ​ໄປ​ສາ​ແລ້ວ ຄື​ຄວາມຫວັງ​ຂອງ​ພວກເຂົາ​ໄດ້​ແຕກ​ສະຫລາຍໄປ.


ເຈົ້າ​ຫວັງ​ຈະ​ໄດ້​ຫຍັງ​ແດ່​ທີ່​ເຈົ້າ​ໄປ​ຫາ​ເອຢິບ ຫວັງ​ຈະ​ໄດ້​ດື່ມ​ນໍ້າ​ໃນ​ແມ່ນໍ້າ​ນິນ​ຫລື​ນີ້? ເຈົ້າ​ຫວັງ​ຈະ​ໄດ້​ຫຍັງ​ທີ່​ໄປ​ຫາ​ອັດຊີເຣຍ ຫວັງ​ຈະ​ໄດ້​ດື່ມ​ນໍ້າ​ໃນ​ແມ່ນໍ້າ​ເອີຟຣັດ​ຫລື​ນີ້?


ເຈົ້າ​ເວົ້າ​ໄດ້​ຢ່າງໃດ​ວ່າ​ບໍ່ໄດ້​ດູໝິ່ນ​ຕົນເອງ ວ່າ​ເຈົ້າ​ບໍ່ເຄີຍ​ຂາບໄຫວ້​ພະບາອານ​ຈັກເທື່ອ? ເຫັນ​ແລ້ວ​ຫລື​ຍັງ ບາບ​ທີ່​ເຈົ້າ​ໄດ້​ເຮັດ​ໃນ​ຮ່ອມພູ? ເຈົ້າ​ເປັນ​ດັ່ງ​ອູດ​ປ່າ​ທີ່​ກຳລັງ​ໄວ​ຄະນອງ​ແທ້ໆ


ເຈົ້າ​ຮູ້ຈັກ​ຍົວະເຍົ້າ​ໃຫ້​ຄົນ​ມາ​ຫລົງ​ຮັກ​ແທ້ນໍ ແມ່ນແຕ່​ຍິງ​ຊົ່ວຊ້າ​ທີ່ສຸດ ເຈົ້າ​ກໍ​ສິດສອນ​ບົດຮຽນ​ໃຫ້.


ຈົ່ງ​ໄປ​ທີ່​ເລບານອນ ແລະ​ໂຮຮ້ອງ ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ໄປ​ທີ່​ດິນແດນ​ບາຊານ ແລະ​ຮ້ອງໄຫ້​ສາ​ເຖີດ; ຈົ່ງ​ຄວນຄາງ​ມາ​ຈາກ​ຕັ້ງແຕ່​ພູ​ອາບາຣິມ​ໄປ ເພາະ​ພັນທະມິດ​ຂອງ​ພວກເຈົ້າ​ທັງໝົດ​ພ່າຍແພ້.


ພວກ​ຜູ້ນຳ​ຂອງ​ພວກເຈົ້າ​ຈະ​ຖືກ​ລົມ​ພັດ​ໃຫ້​ໜີໄປ ພັນທະມິດ​ຂອງ​ພວກເຈົ້າ​ໄດ້​ຖືກ​ຈັບ​ເປັນ​ຊະເລີຍ​ດ້ວຍ. ນະຄອນ​ກໍ​ເປັນ​ມົນທິນ​ແລະ​ໄດ້​ຖືກ​ອັບອາຍ ເພາະ​ສິ່ງ​ຊົ່ວຊ້າ​ທັງຫລາຍ​ທີ່​ພວກເຈົ້າ​ໄດ້​ເຮັດ​ນັ້ນ.


ພວກເຈົ້າ​ຍັງ​ຈະ​ລັ່ງເລ​ໃຈ​ຢູ່​ອີກ​ດົນ​ປານໃດ​ນໍ? ຜູ້ຍິງ​ທີ່​ບໍ່​ສັດຊື່​ເອີຍ ເວລາ​ຕັດສິນໃຈ​ມາຮອດ​ແລ້ວ. ພຣະເຈົ້າຢາເວ​ໄດ້​ສ້າງ​ບາງ​ສິ່ງ​ໃໝ່ໆ​ໃຫ້​ແຕກຕ່າງ​ອອກ​ໄປ ຄື​ແມ່ຍິງ​ສາມາດ​ປ້ອງກັນ​ຜູ້ຊາຍ​ໄດ້.”


“ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ​ດັ່ງນີ້: ໃຫ້​ຕອບ​ເຊເດກີຢາ​ວ່າ, ‘ກອງທັບ​ເອຢິບ​ກຳລັງ​ເຄື່ອນ​ເຂົ້າ​ມາ​ຊ່ວຍ​ເຈົ້າ; ແຕ່​ພວກເຂົາ​ຈະ​ກັບຄືນ​ເມືອ​ປະເທດ.


ຊົນຊາດ​ຕ່າງ​ກໍ​ໄດ້​ຍິນ​ວ່າ​ພວກເຈົ້າ​ອັບອາຍ ທຸກຄົນ​ຕ່າງ​ກໍ​ໄດ້​ຍິນ​ສຽງ​ພວກເຈົ້າ​ຮ້ອງໄຫ້. ທະຫານ​ຜູ້ໜຶ່ງ​ເຕັ້ນ​ໃສ່​ຜູ້​ອື່ນ​ທີ່​ເປັນ​ໝູ່​ຂອງຕົນ ແລະ​ທັງສອງ​ຕ່າງ​ກໍ​ລົ້ມລົງ​ດິນ​ທັງນັ້ນ.


ພວກເຮົາ​ຫລຽວເບິ່ງ​ຈົນ​ອິດເມື່ອຍ ແຕ່​ບໍ່​ເຫັນ​ຄວາມ​ຊ່ວຍເຫລືອ​ໃດໆ ພວກເຮົາ​ຄອງຄອຍ​ຖ້າ​ຄວາມ​ຊ່ວຍຊູ ຈາກ​ປະເທດ​ທີ່​ບໍ່ມີ​ຫຍັງ​ຊ່ວຍ​ໄດ້.


ເພື່ອ​ຢາກ​ມີ​ອາຫານ​ລ້ຽງ​ຊີບ​ໃຫ້​ມີ​ຊີວິດ​ຢູ່​ຕໍ່ໄປ ຕ້ອງ​ໄປ​ຂໍທານ​ນຳ​ເອຢິບ​ແລະ​ອັດຊີເຣຍ​ພຸ້ນ.


ຍ້ອນ​ຄົນອື່ນໆ​ບໍ່​ສາມາດ​ເຮັດ​ໃຫ້​ເຈົ້າ​ອີ່ມໜຳ​ສຳລານ​ໃຈ​ໄດ້ ເຈົ້າ​ຈຶ່ງ​ໄດ້​ແລ່ນ​ໄປ​ຕາມ​ຊາວ​ອັດຊີເຣຍ. ເຈົ້າ​ເປັນ​ແມ່ຈ້າງ​ຂອງ​ພວກເຂົາ; ແຕ່​ເຈົ້າ​ຍັງ​ບໍ່​ອີ່ມໜຳ​ສຳລານ​ໃຈ​ເຊັ່ນກັນ.


ເມື່ອ​ພວກເຂົາ​ມາ​ອາໄສ​ເຈົ້າ, ເຈົ້າ​ກໍ​ຫັກ​ບ່າ​ໄຫລ່ ແລະ​ແທງ​ຂີ້ແຮ້​ພວກເຂົາ ແລະ​ເຮັດ​ໃຫ້​ຫລັງ​ຂອງ​ພວກເຂົາ​ກົ່ງ​ລົງ.


ຮູບ​ນັ້ນ​ຈະ​ຖືກ​ນຳ​ໄປ​ອັດຊີເຣຍ ເພື່ອ​ເປັນ​ເຄື່ອງ​ບັນນາການ​ແກ່​ຈັກກະພັດ​ຜູ້​ຍິ່ງໃຫຍ່. ເອຟຣາອິມ​ກໍ​ຈະ​ຖືກ​ອັບອາຍ; ຊາດ​ອິດສະຣາເອນ​ຈະ​ໄດ້​ຮັບ​ຄວາມ​ເສື່ອມເສຍ ແລະ​ອັບອາຍ​ຂາຍໜ້າ ຍ້ອນ​ຮູບເຄົາຣົບ​ນັ້ນ.


ທຸກສິ່ງ​ທີ່​ປະຊາຊົນ​ເອຟຣາອິມ​ໄດ້​ປະພຶດ ຕັ້ງແຕ່​ເຊົ້າ​ຈົນ​ຄໍ່າ​ນັ້ນ ລ້ວນແຕ່​ບໍ່ມີ​ປະໂຫຍດ ແລະ​ສູນເສຍ​ໄປ​ທັງນັ້ນ. ການ​ຫັກຫລັງ​ແລະ​ການກະທຳ​ອັນ​ຮຸນແຮງ ມີ​ເພີ່ມຂຶ້ນ​ໃນ​ທ່າມກາງ​ພວກເຂົາ. ພວກເຂົາ​ເຮັດ​ຂໍ້​ຕົກລົງ​ກັບ​ອັດຊີເຣຍ ແລະ​ເຮັດ​ທຸລະກິດ​ກັບ​ປະເທດ​ເອຢິບ.


ອັດຊີເຣຍ​ບໍ່ເຄີຍ​ຊ່ວຍ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ ມ້າ​ເສິກ​ໃຫ້​ຄວາມ​ຄຸ້ມຄອງ​ແກ່​ພວກ​ຂ້ານ້ອຍ​ກໍ​ບໍ່ໄດ້. ພວກ​ຂ້ານ້ອຍ​ຈະ​ບໍ່​ກ່າວ​ຕໍ່​ຮູບເຄົາຣົບ​ຂອງ​ພວກ​ຂ້ານ້ອຍ​ອີກ​ວ່າ ພວກມັນ​ເປັນ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ. ຂ້າແດ່​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ຂໍໂຜດ​ສຳແດງ​ຄວາມ​ເມດຕາ​ຕໍ່​ພວກ​ຂ້ານ້ອຍ ທີ່​ຂາດ​ຜູ້​ເພິ່ງພາ​ອາໄສ​ດ້ວຍ​ເຖີດ.”


ເມື່ອໃດ​ເອຟຣາອິມ​ເຫັນ​ວ່າ​ຕົນ​ເຈັບໄຂ້ ແລະ​ຢູດາຍ​ເຫັນ​ວ່າ​ຕົນ​ມີ​ບາດແຜ ເມື່ອນັ້ນ​ເອຟຣາອິມ​ກໍ​ໄປ​ຫາ​ອັດຊີເຣຍ ເພື່ອ​ຂໍ​ໃຫ້​ກະສັດ​ຜູ້​ຍິ່ງໃຫຍ່​ຊ່ວຍເຫລືອ, ແຕ່​ລາວ​ບໍ່​ສາມາດ​ຮັກສາ​ພວກເຂົາ ຫລື​ປິ່ນປົວ​ບາດແຜ​ຂອງ​ພວກເຂົາ​ໃຫ້​ດີ​ໄດ້.


ຊາດ​ອິດສະຣາເອນ​ວົນວຽນ​ໄປມາ​ດັ່ງ​ນົກ​ກາງແກ​ທີ່​ໂງ່ງ່າວ; ປະຊາຊົນ​ຂອງຕົນ​ຮ້ອງຂໍ​ຄວາມ​ຊ່ວຍເຫລືອ​ຈາກ​ປະເທດ​ເອຢິບ​ກ່ອນ ແລ້ວ​ກໍ​ແລ່ນ​ໄປ​ຫາ​ອັດຊີເຣຍ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka