Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 2:35 - ພຣະຄຳພີສັກສິ

35 ເຈົ້າ​ຍັງ​ເວົ້າ​ວ່າ, ‘ຂ້ອຍ​ບໍ່​ຜິດ ແນ່ນອນ ພຣະອົງ​ຈະ​ບໍ່​ໂກດຮ້າຍ​ຂ້ອຍ,’ ແຕ່​ເຮົາ​ຈະ​ລົງໂທດ​ເຈົ້າ ເພາະ​ເຈົ້າ​ໄດ້​ປະຕິເສດ​ວ່າ​ບໍ່ໄດ້​ເຮັດ​ບາບ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 2:35
11 Jak'a apnaqawi uñst'ayäwi  

‘ຂ້ອຍ​ເປັນ​ຝ່າຍ​ຖືກ​ເພາະ​ບໍ່ໄດ້​ເຮັດ​ຜິດ​ຫຍັງ ຂ້ອຍ​ເປັນ​ຜູ້​ບໍຣິສຸດ ແລະ​ບໍ່ໄດ້​ເຮັດ​ບາບ​ໃດໆ​ທັງນັ້ນ.


ຜູ້​ທີ່​ຊ້ອນເຊື່ອງ​ບາບກຳ​ໄວ້ ຊີວິດ​ຈະ​ບໍ່​ຈະເລີນ​ຮຸ່ງເຮືອງ. ຜູ້​ທີ່​ສາລະພາບ​ບາບກຳ​ຂອງຕົນ ພຣະເຈົ້າ​ຈະ​ເມດຕາ​ຜູ້ນັ້ນ.


ປະຊາຊົນ​ຖາມ​ວ່າ, “ເປັນຫຍັງ​ພວກເຮົາ​ຈຶ່ງ​ຕ້ອງ​ຖືສິນ​ອົດອາຫານ ໃນ​ເມື່ອ​ພຣະອົງ​ບໍ່ໄດ້​ສັງເກດ​ເຫັນ? ເປັນຫຍັງ​ພວກເຮົາ​ຈຶ່ງ​ຕ້ອງ​ອົດ​ບໍ່​ກິນ​ເຂົ້າ ໃນ​ເມື່ອ​ພຣະອົງ​ບໍ່ໄດ້​ເອົາໃຈໃສ່?” ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ພວກເຂົາ​ວ່າ, “ຄວາມຈິງ​ກໍ​ຄື​ວ່າ​ໃນ​ເວລາ​ທີ່​ພວກເຈົ້າ​ຖືສິນ​ອົດອາຫານ​ນັ້ນ ພວກເຈົ້າ​ເຫັນແກ່ໄດ້ ແລະ​ກົດຂີ່​ຄົນງານ​ຂອງ​ພວກເຈົ້າ.


“ເມື່ອ​ເຈົ້າ​ບອກ​ພວກເຂົາ​ສິ່ງ​ທັງໝົດ​ນັ້ນ​ແລ້ວ ພວກເຂົາ​ກໍ​ຈະ​ຖາມ​ເຈົ້າ​ວ່າ, ‘ເປັນຫຍັງ​ພຣະເຈົ້າຢາເວ​ຈຶ່ງ​ລົງໂທດ​ພວກເຂົາ​ໜັກ​ແທ້.’ ພວກເຂົາ​ຈະ​ຖາມ​ວ່າ, ‘ພວກເຮົາ​ມີ​ຄະດີ​ຫຍັງ ແລະ​ໄດ້​ເຮັດ​ບາບ​ຫຍັງ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ແດ່.’


ເຈົ້າ​ເວົ້າ​ໄດ້​ຢ່າງໃດ​ວ່າ​ບໍ່ໄດ້​ດູໝິ່ນ​ຕົນເອງ ວ່າ​ເຈົ້າ​ບໍ່ເຄີຍ​ຂາບໄຫວ້​ພະບາອານ​ຈັກເທື່ອ? ເຫັນ​ແລ້ວ​ຫລື​ຍັງ ບາບ​ທີ່​ເຈົ້າ​ໄດ້​ເຮັດ​ໃນ​ຮ່ອມພູ? ເຈົ້າ​ເປັນ​ດັ່ງ​ອູດ​ປ່າ​ທີ່​ກຳລັງ​ໄວ​ຄະນອງ​ແທ້ໆ


ພວກເຈົ້າ​ຈົ່ມທຸກ​ຕໍ່​ເຮົາ​ເລື່ອງ​ຫຍັງ? ເປັນຫຍັງ​ພວກເຈົ້າ​ຈຶ່ງ​ກະບົດ​ຕໍ່​ເຮົາ? ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ


ສະນັ້ນ ເຮົາ​ຈຶ່ງ​ຈະ​ກ່າວ​ຄະດີ​ຕໍ່​ປະຊາຊົນ​ຂອງເຮົາ ເຮົາ​ຈະ​ນຳ​ຂໍ້​ກ່າວຟ້ອງ​ເຊື້ອສາຍ​ຂອງ​ພວກເຈົ້າ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ສຽງ​ທີ່​ໄດ້ຍິນ ຈະ​ດັງ​ສະໜັ່ນ​ຈົນ​ໄປ​ສຸດ​ແຜ່ນດິນ ພຣະເຈົ້າຢາເວ​ມີ​ຄະດີ​ຕໍ່ສູ້​ນາໆ​ປະເທດ. ພຣະອົງ​ຈະ​ນຳ​ຄົນຊົ່ວ​ຂຶ້ນ​ສານ ໃຫ້​ຖືກ​ສັງຫານ​ໝົດ.”’ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ເຮົາ​ຈະ​ຫວ່ານ​ຕາໜ່າງ​ຂອງ​ພວກ​ນັກໂຫ່ເນື້ອ​ຈັບ​ເອົາ​ລາວ. ເຮົາ​ຈະ​ນຳ​ລາວ​ໄປ​ສູ່​ບາບີໂລນ ແລະ​ລົງໂທດ​ລາວ​ຢູ່​ທີ່​ນັ້ນ ເພາະ​ລາວ​ບໍ່ໄດ້​ສັດຊື່​ຕໍ່​ເຮົາ.


ຄັ້ງ​ໜຶ່ງ ເຮົາ​ເອງ​ເຄີຍ​ມີ​ຊີວິດ​ຢູ່​ໂດຍ​ບໍ່ມີ​ກົດບັນຍັດ, ແຕ່​ເມື່ອ​ມີ​ກົດບັນຍັດ​ແລ້ວ ຄວາມ​ບາບ​ກໍ​ເກີດຂຶ້ນ​ມາ ແລະ​ເຮົາ​ກໍ​ຕາຍ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka