ເຢເຣມີຢາ 2:34 - ພຣະຄຳພີສັກສິ34 ເຄື່ອງນຸ່ງຂອງເຈົ້າເປິເປື້ອນໄປດ້ວຍເລືອດຂອງຄົນຍາກຈົນ ແລະຄົນບໍ່ມີຄວາມຜິດ; ແຕ່ບໍ່ແມ່ນເລືອດຂອງຄົນຢ່ອງເຂົ້າໄປລັກເຄື່ອງໃນເຮືອນ. ທັງໆທີ່ເຈົ້າໄດ້ເຮັດສິ່ງທັງໝົດນີ້ກໍຕາມ Uka jalj uñjjattʼäta |
ລາວຕ້ອງໃຊ້ຄືນສິ່ງທີ່ຕົນໄດ້ລັກນັ້ນ. ຖ້າລາວບໍ່ມີເງິນຊົດໃຊ້ຄືນ ລາວຈະຕ້ອງຖືກຂາຍໄປເປັນທາດຮັບໃຊ້ໃຫ້ກຸ້ມຄ່າເສຍຫາຍທີ່ຕົນໄດ້ລັກນັ້ນ. ຖ້າສັດຖືກລັກໄປນັ້ນເປັນງົວ, ລໍ ຫລືແກະທີ່ຍັງມີຊີວິດ ແລະຢູ່ໃນຄວາມຄອບຄອງຂອງຕົນ; ລາວຕ້ອງໃຊ້ຄືນສັດສອງໂຕແທນສັດໂຕໜຶ່ງ. ຖ້າຄົນຂີ້ລັກຖືກຈັບໄດ້ແລະຖືກຂ້າຕາຍ ໃນຂະນະທີ່ບຸກເຂົ້າໄປໃນເຮືອນຕອນກາງຄືນ ຜູ້ທີ່ຂ້ານັ້ນບໍ່ມີຄວາມຜິດໃນຖານຂ້າຄົນ, ແຕ່ຖ້າເຫດການເກີດຂຶ້ນໃນຕອນກາງເວັນ ລາວຈະມີຄວາມຜິດໃນຖານຂ້າຄົນ.
ເຮົາຈະເຮັດຢ່າງນີ້ກໍເພາະວ່າປະຊາຊົນໄດ້ປະຖິ້ມເຮົາ ແລະເຮັດໃຫ້ສະຖານທີ່ນີ້ເປັນມົນທິນ ໂດຍການເຜົາເຄື່ອງບູຊາຖວາຍແກ່ພະອື່ນ ຄືບັນດາພະທີ່ພວກເຂົາເອງແລະບັນພະບຸລຸດຂອງພວກເຂົາ ຕະຫລອດທັງກະສັດແຫ່ງຢູດາຍບໍ່ເຄີຍຮູ້ຈັກມາກ່ອນ. ພວກເຂົາໄດ້ເຮັດໃຫ້ບ່ອນນີ້ເປິເປື້ອນ ເຕັມໄປດ້ວຍເລືອດຂອງຄົນບໍ່ມີຄວາມຜິດ
ພວກເຂົາອັບອາຍຂາຍໜ້າບໍ ທີ່ໄດ້ກະທຳສິ່ງອັນໜ້າລັງກຽດເຊັ່ນນີ້? ບໍ່ເລີຍ ພວກເຂົາບໍ່ອັບອາຍຂາຍໜ້າຫຍັງດອກ; ສີໜ້າຂອງພວກເຂົາຢູ່ຊື່ໆບໍ່ແດງຊໍ້າ. ສະນັ້ນ ພວກເຂົາຈຶ່ງຈະລົ້ມລົງດັ່ງຄົນອື່ນທີ່ໄດ້ລົ້ມລົງ; ເມື່ອເຮົາລົງໂທດພວກເຂົາກໍແມ່ນຈຸດຈົບສຳລັບພວກເຂົາສາແລ້ວ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
ປະຊາຊົນຂອງເຮົາເອີຍ ພວກເຈົ້າບໍ່ອັບອາຍເພາະສິ່ງອັນໜ້າລັງກຽດນີ້ບໍ? ບໍ່ ພວກເຈົ້າບໍ່ອັບອາຍຂາຍໜ້າຫຍັງດອກ; ສີໜ້າຂອງພວກເຈົ້າຊື່ໆ ແລະບໍ່ແດງເລີຍ ສະນັ້ນ ພວກເຈົ້າຈຶ່ງຈະລົ້ມລົງດັ່ງພວກອື່ນທີ່ລົ້ມລົງແລ້ວ; ເມື່ອເຮົາລົງໂທດພວກເຈົ້າ ກໍແມ່ນຈຸດຈົບສຳລັບພວກເຈົ້າເທົ່ານັ້ນແລ້ວ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
ແມ່ນແຕ່ທຸກວັນນີ້ ພວກເຈົ້າກໍຍັງໄດ້ຖວາຍເຄື່ອງບູຊາແບບດຽວກັນ ແລະພວກເຈົ້າເອງໄດ້ເຮັດໃຫ້ຕົນເອງເປັນມົນທິນ ໂດຍຖວາຍລູກຂອງພວກເຈົ້າເຜົາໄຟໃຫ້ແກ່ພວກມັນ. ແຕ່ບັດນີ້ ພວກເຈົ້າຊາວອິດສະຣາເອນຍັງຖາມວ່າ ຄວາມປະສົງຂອງເຮົາແມ່ນຫຍັງ? ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ ເຮົາມີຊີວິດຢູ່ຢ່າງແນ່ແທ້ສັນໃດ ເຮົາຈະບໍ່ໃຫ້ພວກເຈົ້າຖາມເຮົາສິ່ງໃດໆສັນນັ້ນ.